ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 7 ມີນາ 2022 ຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດພິທີປາ ຖະກະຖາ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 112 ປີ ຄື: ວັນທີ 8 ມີນາ ປີ 1910 – 8 ມີນາ ປີ 2022 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງຈຳປາສັກ,ມີບັນດາທ່ານການນຳແຂວງ,ພະແນກການກົມກອງ ອ້ອມຂ້າງແຂວງ,ນະຄອນ,ມີອະດີດການນຳແມ່ຍິງ,ມີຄະນະຮາກຖານ,ຄະນະໜ່ວຍ ຕະຫຼອດຮອດ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ໃນພິທີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເປັນກຽດ ປາຖະກະຖາ ປະຫວັດຄວາມເປັນມາຂອງວັນແມ່ຍິງ ສາກົນ ວັນທີ 8 ມີນາ ຊຶ່ງກ່າວວ່າ: ວັນແມ່ຍິງສາກົນ ໄດ້ກໍາເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍ ຕົວ ເມື່ອໂຮງຈັກ, ໂຮງງານອຸດສະຫະກໍາ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ຳພັດ ຍິ່ງເພີ່ມຄວາມທຸກຍາກລໍາບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ. ຢູ່ພາຍໃຕ້ລະບອບສັກດີນາ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ່າງແຮງງານດ້ວຍລາຄາຖືກເຮັດວຽກ ບໍ່ມີການຮັບປະກັນ.
ມາໃນປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ໂກເປນຮາກ ນະຄອນຫລວງ ຂອງປະເທດເດນ ມາກ (Copenhagen Denmark), ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດ ການ- ການເມືອງ ທີ່ສຳ ຄັນ, ເປັນ ຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະ ໂຫຍດອັນເປັນທຳ ໃຫ້ແກ່ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວ ໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດ ປ່ອຍຕົນເອງ ແລະ ຫວງໃຫ້ມີສິດ ສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ:
“ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວ ໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງ ກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ “
ໃນພິທີຍັງໄດ້ມີການສະແດງສິລະປະວັນນະຄະດີ ຟ້ອນ,ຮ້ອງເພງ,ລໍາສີພັນດອນ,ຊົມເຊີຍສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 112 ປີ ຢ່າງຄຶກຄື້ນມ່ວນຊື່ນ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ