ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກຄັ້ງທີ 5 ສະໄໝທີ VIII.ໄດ້ໄຂຂື້ນໃນວັນທີ 13 ແລະໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 14 ຕຸລາ 2021 ນີ້,ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໂດຍການເປັນປະທານຂອງສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ. ມີຮອງເລຂາພັກແຂວງ,ຄະນະກຳມະການປະຈຳພັກແຂວງ,ເລຂາພັກນະຄອນ,ເລຂາພັກເມືອງ,ເຈົ້ານະຄອນ, ເຈົ້າເມືອງ,ເລຂາຄະນະພັກຮາກຖານພະແນກການ,ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີປິດກອງປະຊຸມ ສະຫາຍ ວິໄລວົງ ບຸດດາຄຳ ກຳມະກາາສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກກ່າວວ່າ:
ການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງໃນຄັ້ງນີ້ ແມ່ນເປັນການສະຫຼຸບການນຳພາວຽກງານ ຮອບດ້ານຂອງອົງຄະນະພັກແຂວງໃນໄລຍະ 9 ເດືອນ ຜ່ານມາຂອງການຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເປັນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຈຳປາສັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ຊຶ່ງເປັນໄລຍະທີ່ສະພາບເສດຖະກິດຂອງພາກພື້ນ ແລະ ສາກົນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ສຳລັບປະເທດລາວ ແລະ ແຂວງຈຳປາສັກຂອງພວກເຮົາ ປະຈຸບັນສະພາບການແຜ່ລະບາດກໍ່ຍັງບໍ່ທັນສາມາດສະກັດກັ້ນ ແລະ ຄວບຄຸມໃຫ້ເຂົ້າສູ່ສະພາວະປົກກະຕິ ເຊິ່ງສົ່ງຜົນກະທົບດ້ານເສດຖະກິດ-ການເງິນ ແລະຊີວິດການເປັນຢູ່ຂອງປະຊາຊົນ.ເຖິງຢ່າງໃດກໍຕາມ ພາຍໃຕ້ການນຳພາຂອງພັກ ກໍຄືການນຳພາຂອງອົງຄະນະພັກແຂວງ-ອົງການປົກຄອງແຕ່ລະຂັ້ນ ກໍ່ໄດ້ຕັ້ງໜ້າແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ຄາດໝາຍຕ່າງໆ ໂດຍລວມແລ້ວ ໄລຍະ 9 ເດືອນຜ່ານມາ ແມ່ນມີຫຼາຍວຽກງານໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ; ຜົນງານດັ່ງກ່າວ ທີ່ຍາດມາໄດ້ ຍ້ອນຄວາມເປັນເຈົ້າການຂອງຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນ ໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ໃນການຊີ້ນໍາ-ນໍາພາຮອບດ້ານ ຈິ່ງເຮັດໃຫ້ພວກເຮົາສ້າງການຫັນປ່ຽນທີ່ຕັ້ງໜ້າ.
ເພື່ອເຮັດໃຫ້ມະຕິກອງປະຊຸມ ຄົບຄະນະຄັ້ງນີ້ ໄດ້ຮັບການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຕາມລະດັບຄາດໝາຍ ໃນ 3 ເດືອນທ້າຍປີ, ສະຫາຍເລຂາພັກແຂວງ ເຈົ້າແຂວງມີຄຳເຫັນເນັ້ນຕື່ມບາງບັນຫາສຳຄັນດັ່ງນີ້:
1. ຕ້ອງເພີ່ມທະວີ ວຽກງານການເມືອງແນວຄິດ ຂອງຄະນະພັກ ແລະ ສະມາຊິກພັກ ດ້ວຍການສືບຕໍ່ນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງ ດ້ວຍການຜັນຂະຫຍາຍເປັນອັນລະອຽດ ເຂົ້າໃນແຜນປະຕິບັດງານ ຂອງຄະນະພັກຂັ້ນຂອງຕົນ; ພ້ອມທັງນຳພາຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ.
2. ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ຕິດພັນກັບການປະເມີນຜົນໜ່ວຍພັກ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ; ຈັດຕັ້ງເຊືອມຊຶມເຜີຍແຜ່ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ແລະ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ແທດເຖິງທຸກເປົ້າໝາຍ. ພ້ອມທັງ ຜັນຂະຫຍາຍມະຕິ ແລະ ຄຳສັ່ງດັ່ງກ່າວ ເປັນອັນລະອຽດ ເຂົ້າໃນການປັບປຸງວຽກງານຄຸ້ມຄອງພະນັກງານ ຕິດພັນກັບການນຳພາສ້າງແຜນກຳນົດພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ໄປຕາມທິດກະທັດຮັດ, ຖືກຕ້ອງກັບສະພາບຄວາມເປັນຈິງ ຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.
3. ສືບຕໍ່ນຳພາ ການປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍການປັບປຸງສອງປະເພດກຳລັງ ແຕ່ຂັ້ນແຂວງ ລົງເຖິງຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ .
4. ເອົາໃຈໃສ່ຕໍ່ການນຳພາ ວຽກງານກໍາສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນລະບົບຕໍ່ເນື່ອງ ດ້ວຍການສືບຕໍ່ ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານ ຊ່ວຍຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ມີຜົນສຳເລັດຕົວຈິງ.
5. ເອົາໃຈໃສ່ ຊີ້ນໍາ-ນໍາພາຈັດຕັ້ງເຜີຍແຜ່ ເນື້ອໃນວາລະແຫ່ງຊາດ ແລະ ວາລະຂອງແຂວງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດະກິດ-ການເງິນ ຢ່າງທົ່ວເຖິງ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ມີຄວາມຮັບຮູ້ ເຂົ້າໃຈ, ເປັນເອກະພາບສູງຕໍ່ເນື້ອໃນຈິດໃຈຊີ້ນຳ ແລະ ມີຄວາມຕັດສິນໃຈເດັດດ່ຽວ ຈັດຕັ້ງປະຕິບັດວາລະດັ່ງກ່າວ; ໃນນັ້ນ ບັນຫາທີ່ສຳຄັນ ຕ້ອງຫັນເປັນແຜນປະຕິບັດຂອງແຕ່ລະຂະແໜງການຢູ່ຂັ້ນແຂວງ ແລະ ຂັ້ນເມືອງ; ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີການປະສານງານຢ່າງກົມກຽວ
6. ນຳພາ-ຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນທ້າຍປີ ດ້ວຍການສູ້ຊົນ ຮັບປະກັນໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ.
7. ເອົາໃຈໃສ່ຕໍ່ການປັບປຸງ ການຄຸ້ມ-ການບໍລິຫານລັດ ດ້ວຍກົດໝາຍ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ຕິດພັນກັບການສືບຕໍ່ປັບປຸງກົນໄກປະສານງານ ລະຫວ່າງອົງການປົກຄອງ ກັບ ສະພາປະຊາຊົນແຂວງ ແລະ ອົງການຕຸລາການ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດ ຄາດໝາຍຕ່າງໆ ບັນລຸຜົນສຳເລັດຕາມລະດັບຄາດໝາຍ.
ຂ່າວ,ພາບ:ເກດສະໜາ