ວັນທີ 30 ກັນຍາ 2022, ໄດ້ມີພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າກະສິກໍາປຸງແຕ່ງ 9 ແຂວງ ຕົວແບບ ຄື: ແຂວງອຸດົມໄຊ, ໄຊຍະບູລີ,ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງຈໍາປາສັກເຈຫ້າພາບ. ງານຈັດຂຶ້ນ ຢູ່ສູນການຄ້າ ແຟຣັນຊິບມໍ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ.ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ,,ມີບັນດາການນໍາແຂວງຈໍາປາສັກ, ຫົວໜ້າພະແນກ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 9 ແຂວງ ແລະ ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ,, ເຈົ້ານະຄອນ, ເຈົ້າເມືອງ,ການນໍາຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ເມືອງ, 1 ນະຄອນ, ນັກທຸລະກິດ, ຜູ້ປະກອບການດ້ານກະສິກໍາປຸງແຕ່ງ ໃນ 9 ແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ປອ.ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາສັກ ໄດ້ຕາງໜ້າໃຫ້ຄະນະກໍາມະການຈັດງານ ລາຍງານວ່າ: ການຈັດງານຄັ້ງນີ້ໂດຍປະຕິບັດຕາມໜັງສືສະເໜີຂອງກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ເຊີ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານທັງໝົດ ຈາກໂຄງການປະເມີນການພັດທະນາສິນຄ້າຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດ ສປ ຈີນ ສົກປີ 2022 ບົນພື້ນຖານສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ລົງວັນທີ 2 ສິງຫາ 2022 ເຊິ່ງພະແນກອຸດສາຫະກໍາ - ການຄ້າແຂວງ ແລະ ກົມສົ່ງເສີມການຄ້າ ໄດ້ປະສານສົມທົບກັນ ເພື່ອວາງແຜນໃນການຈັດຕັ້ງປະຕິບັດງານ ແຕ່ຕົ້ນເດືອນສິງຫາ 2022 ຜ່ານມາ ໃນການກະກຽມຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນຄັ້ງນີ້.

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ລາຍງານຕື່ມວ່າ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ມີຫ້ອງວາງສະແດງສິນຄ້າເຂົ້າຮ່ວມ ທັງໝົດ 40 ຫ້ອງ ມີ 46 ຫົວໜ່ວຍ, ໃນນັ້ນ ຫ້ອງວາງສະແດງສິນຄ້າຕົວແບບຂອງໂຄງການ ຈາກ 9 ແຂວງ 1 ຫ້ອງໃຫຍ່ ກວມເອົາ 6 ຫ້ອງ, ມີ 9 ຫົວໜ໋ວຍ; ຫ້ອງວາງສະແດງສິນຄ້າ ຜະລິດຕະພັນທີ່ພົ້ນເດັ່ນ ຂອງ 4 ແຂວງພາກໃຕ້: ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື 4 ຫ້ອງ, ມີ 4 ຫົວໜ່ວຍ; ຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ວິສາຫະກິດພາຍໃນແຂວງຈໍາປາສັກ ມີ 30 ຫ້ອງ ໃນນັ້ນ, ສິນຄ້າໂອດອບ ມີ 33 ຫົວໜ່ວຍ ຈາກ 9 ເມືອງ 1 ນະຄອນ ມີ.8ຫ້ອງ; ສິນຄ້າຫັດຖະກໍາ ມີ 6 ຫົວໜ່ວຍ; ສິນຄ້າກະສິກໍາ ແລະ ອຸດສາຫະກໍາ ປຸງແຕ່ງ ມີ 17 ຫົວໜ່ວຍ. ສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍ ແມ່ນປະເພດຜະລິດຕະພັນສິນຄ້າກະສິກໍາ – ອຸດສາຫະກໍາປຸ່ງແຕ່ງ, ກາເຟ, ຊາ, ເຂົ້າ, ພືດຜັກ, ມັນຕົ້ນ, ພາສຕິກ-ທໍ່ພີອີ, ເຄື່ອງຫັດຖະກໍາຈັກສານໄມ້ປ່ອງ, ຫວາຍ, ຜ້າຝ້າຍ, ຝ້າໃໝ, ສິນຄ້າໂອດ໊ອບ ພ້ອມທັງສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ແລະ ສິນຄ້າຈາກ 9 ແຂວງ ທີ່ເຂົ້າຮ່ວມໂຄງການ.

ຕໍ່ມາ, ທ່ານ ໄຊສົມບັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກໍໄດ້ລາຍງານກ່ຽວກັບໂຄງການ ແລະ ກ່າວເປີດງານຢ່າງເປັນທາງການ, ບາງຕອນທ່ານກ່າວວ່າ: ຈຸດປະສົງ ແລະ ເປົ້າໝາຍ ກໍເພື່ອແນ່ໃສ່ການໂຄສະນາຜະລິດຕະພັນສິນຄ້າກະສິກໍາປຸງແຕ່ງ ເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ຂອງຜະລິດຕະພັນລາວເປັນຫຼັກທັງເປັນການສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ສາກົນ ເພື່ອກະຕຸ້ນການຕະຫຼາດ ຢູ່ພາຍໃນປະເທດໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໃຈກ່ຽວກັບສະພາບການປ່ຽນແປງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເພື່ອສາມາດປັບໂຕໃຫ້ເຂົ້າກັບສະພາບການປົກກະຕິແບບໃໝ່ໃນປັດຈຸບັນ (New normal). ເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ທັງດ້ານການປຸງແຕ່ງ ຕະຫຼອດຮອດການຈັບຄູ່ທຸລະກິດ (Business Matching) ລະຫວ່າງ ຜູ້ປຸງແຕ່ງ ແລະ ຜູ້ປະກອບການທຸລະກິດກະສິກໍາ, ຫັດຖະກໍາ ໃຫ້ມີມູນຄ່າທີ່ສູງຂື້ນ.

ຈາກນັ້ນ ກໍມີການຕັດແຖບຜ້າເປີດງານ ໂດຍການໃຫ້ກຽດຕັດແຖບຜ້າເປີດງານຂອງ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ. ມີການນໍາ ແລະ ແຂກ ເຂົ້າຮ່ວມ. ຕອນທ້າຍ ຄະນະຮັບຜິດຊອບຈັດງານ ກໍໄດ້ນໍາພາແຂກ ແລະ ການນໍາ ທ່ຽວຊົມຫ້ອງວາງສະແດງຕົວແບບ, ທ່ຽວຊົນ 4 ຫ້ອງສິນຄ້າທ່າແຮງ 4 ແຂວງ ແລະ ມອບຂອງທີ່ລະນຶກ ໃຫ້ກັບການນໍາຕ່າງໜ້າບັນດາແຂວງ ຕື່ມອີກ.
ຂຽນ:ປະພິດ ສີສົມບູນ