ທ່ານ ອ່ອນສາ ວົງສຳພັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະ 1 ປີທີ່ຜ່ານມາ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໄດ້ເອົາໃຈໃສ່ຈັດຕັ້ງປະ ຕິບັດວຽກງານຄຸ້ມຄອງແຮງງານຢ່າງຕັ້ງໜ້າ ເຊັ່ນ:
ໄດ້ລົງເກັບກໍາສະຖິຕິ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃຫ້ປະຕິບັດກົດໝາຍແຮງງານເຊັ່ນ: ຊຸກຍູ້ ໃຫ້ມີກົດລະບຽບພາຍໃນບໍລິສັດ, ມີສັນຍາແຮງງານ ແລະ ນຳພາພະນັກງານເຂົ້າປະກັນສັງຄົມໄດ້ 88 ຫົວໜ່ວຍ ເທົ່າກັບ 38% ຂອງແຜນປີ; ມີຈຳນວນແຮງງານທັງໝົດ 2,494 ຄົນ, ຍິງ 952 ຄົນ; ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ສ້າງລະບຽບພາຍໃນໄດ້ 01 ບໍລິສັດ ຄື: ບໍລິສັດ ໂຕໂຍຕ້ຈໍາປາ.
ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດສຸຂະພາບ ແລະ ຄວາມປອດໄພແຮງງານໃຫ້ບັນດາຫົວໜ່ວຍທຸລະ ກິດ, ຊາວກະສິກອນ ແລະ ຮ້ານຂາຍຢາເຄມີ 02 ຄັ້ງ ມີຜູ້ເຂົ້າຮ່ວມ 115 ຄົນ, ຍິງ 35 ຄົນ.
ລົງຊຸກຍູ້ບັນດາຫົວໜ່ວຍທຸລະກິດກ່ຽວກັບວຽກງານສຸຂະພາບ ແລະ ຄວາມປອດໄພແຮງງານໄດ້ 10 ຫົວໜ່ວຍ, ຝຶກອົບຮົມໃຫ້ຊາວສວນກ່ຽວກັບການຳໃຊ້ຢາເຄມີໃຫ້ຖືກຕ້ອງ ແລະ ປອດໄພ 01 ຄັ້ງ ມີຜູ້ເຂົ້າຮ່ວມ 35 ຄົນ, ຍິງ 05 ຄົນ, ພ້ອມທັງລົງໂຄສະນາແຈກຢາຍໂຟດເຕີ ໃຫ້ຊາວກະສິກອນທັງໝົດຈຳນວນ 500 ຊຸດ.
ໄດ້ເອົາໃຈໃສ່ປະສານສົມທົບກັບ ຄະນະກໍາມະການສະເພາະກິດຕ້ານໂຄວິດ-19 ຂອງແຂວງ ເກັບກຳຂໍ້ມູນ ແຮງງານລາວກັບມາຈາກຕ່າງປະເທດ ຢູ່ບັນດາສູນຈຳກັດບໍລິເວນ ແຕ່ວັນທີ 01 ມັງກອນ ຫາ ວັນທີ 22 ທັນວາ 2021 ສາມາດເກັບກຳຂໍ້ມູມໄດ້ຈຳນວນທັງໝົດ 22,702 ຄົນ, 10,346 ຄົນ, ສະເພາະແຮງງານໃນແຂວງ ຈຳປາສັກ ມີຈຳນວນ 14,921 ຄົນ, ຍິງ 6,316 ຄົນ
ທ່ານ ອ່ອນສາ ວົງສຳພັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ຍັງໄດ້ເວົ້າເຖິງຂໍ້ສະດວກ ໃນການຄຸ້ມຄອງແຮງານ ເຊັ່ນ: ມີນິຕິກຳ,ມີກົດໝາຍແຮງງານ, ດຳລັດ ອື່ນໆ ຮອງຮັບ ຄົບຖ້ວນພຽງພໍ,ພະນັກງານມີປະສົບການ ແລະມີກະຊວງແຮງານ ສະຫວັດດີການສັງຄົມແຂວງ ແລະອົງການປົກຄອງແຂວງ ໃຫ້ການຊີ້ນຳໆພາຢ່າງໃກ້ຊິດ.
ໄປຄຽງຄູ່ກັບຂໍ້ສະດວກ ຍັງມີ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງແຮງງານ ເຊັ່ນ: ແຮງງານພາຍໃນແຂວງສ່ວນຫຼາຍບໍ່ຢູ່ໃນລະບົບທັງໝົດ,ບໍ່ມີບ່ອນສັງກັດແນນ່ອນ, ການປະຕິບັດກົດໝາຍ ແລະລະບຽບການຕ່າງໆຂອງຫົວໜ່ວຍແຮງງານ ແລະ ຜູ້ອອກແຮງງານ ຍັງເຮັດໄດ້ໜ້ອຍ ສະແດງອອກຜ່ານການກວດກາຍັງມີຫົວໜ່ວຍແຮງງານຈຳ ນວນຫຼາຍບໍ່ມີກົດລະບຽບແຮງງານ, ບໍ່ມີສັນຍາແຮງງານ,ບໍ່ມີສະຫວັດດີການ ແລະອື່ນໆ .ສໍາລັບທິດ ທາງໃນການຄຸ້ມຄອງແຮງງານ ເຫັນວ່າໃນຕໍ່ໜ້າ ທາງພະແນກແຮງງານສະຫວັດດີການສັງຄົມແຂວງມີແຜນຈະໄດ້ເອົາໃຈໃສ່ ໃນການ ຝືກອົບຮົມໃຫ້ແຮງງານທີ່ເດີນທາງກັບຈາກປະເທດເພື່ອນບ້ານໃຫ້ຫລາຍທີ່ສຸດ ເພື່ອໃຫ້ມີວິຊາຊີບ,ສົ່ງເສີມວຽກເຮັດງານທຳ,ເພື່ອສາມາດປະກອບອາຊີບອິດສະຫຼະ ຫຼືໄດ້ມີກິດ ຈະການເປັນຂອງຕົນເອງ.ຈະຝຶກອົບຮົມ ແລະຈັດຫາວຽກເຮັດງານທຳພາຍໃນໃຫ້ຫຼາຍທີ່ສຸດ.
ສຳລັບຜູ້ມີຈຸດປະສົງເດີນທາງໄປອອກແຮງງານຢູ່ຕ່າງປະເທດແມ່ນສົ່ງເສີມໃຫ້ໄປຖືກຕ້ອງຕາມກົດໝາຍຫຼານຝຍຂຶ້ນ.ໂດຍຜ່ານບໍລິສັດຈັດຫາງານ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ
Loading...