ໃນຕອນເຊົ້າວັນທີ 3 ຕຸລາ 2023 ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດພິທີປະກາດຮັບ ແລະ ມອບໃບຢັ້ງຢືນ ແຂວງຈຳປາສັກ ເປັນຫົວໜ່ວຍຍຸດ ທະສາດ ຕາມແຜນການຈັດຕັ້ງປະຕິບັດວຽກງານ ສ້າງແຂວງເປັນຫົວໜ່ວຍຍຸດ ທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານປົກຄອງ ແລະ ວັດທະນະ ທຳ-ສັງຄົມ; ມີທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ, ບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວ ຂ້ອງ ແລະ ການນຳຫຼັກແຫຼ່ງຂອງແຂວງຈຳປາສັກ ເຂົ້າຮ່ວມ.

ໃນພິທີ, ທ່ານ ເຈົ້າແຂວງຈຳປາສັກ ໄດ້ໃຫ້ກ່າວຕ້ອນຮັບຜູ້ເຂົ້າຮ່ວມ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍໃຫ້ຮູ້ວ່າ ຜ່ານການປະຕິບັດຕາມທິດນຳ 3 ສ້າງ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິ ສະບັບເລກທີ 25/ກມສພ, ຄຳສັ່ງ ສະບັບເລກທີ 34/ນຍ ແລະ ຄຳແນະນຳ ເລກທີ 05/ພນ ເຊິ່ງນັບແຕ່ປີ 2016 ເປັນຕົ້ນມາ ພະແນກການ, ກົມກອງອ້ອມຂ້າງແຂວງ, ນະຄອນ, 9 ເມືອງ ຕະຫຼອດເຖິງອົງການປົກຄອງຂັ້ນບ້ານໃນທົ່ວແຂວງ ໄດ້ເປັນເຈົ້າການສຸມໃສ່ສ້າງບ້ານພັດທະນາ ໃຫ້ບັນລຸຕາມເງື່ອນໄຂທີ່ກຳນົດໄວ້ 4 ດ້ານ ຢູ່ 641 ບ້ານ, ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ຕາມເງື່ອນໄຂ 5 ດ້ານ ຢູ່ນະຄອນປາກເຊ ແລະ 9 ເມືອງ ແລະ ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ໃຫ້ບັນລຸຕາມມາດຖານ ໃນ 7 ດ້ານ ຕາມພາລະບົດບາດ, ຄວາມຮັບຜິດຊອບຂອງບັນດາຂະແໜງການ, ກົມກອງ, ເມືອງ-ນະຄອນ ຕາມເນື້ອໃນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2020 ເຫັນວ່າ ແຂວງຈຳປາສັກ ສາມາດບັນລຸໄດ້ ເປັນແຂວງຫົວໜ່ວຍຍຸດທະສາດ ຕາມມາດຖານເງື່ອນໄຂຂອງ 3 ສ້າງວາງອອກ.


ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳ ອົງການປົກຄອງແຂວງຈຳປາສັກ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ສືບຕໍ່ຍົກສູງຄວາມຮັບຜິດຊອບ ການນຳພາ-ຊີ້ນຳວຽກງານການເມືອງແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ ແລະ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ; ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການປຸກລະດົມທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ປະຊາຊົນ ຂຸດຄົ້ນທຸກທ່າແຮງທີ່ມີ ເຂົ້າໃນການພັດທະນາທ້ອງຖິ່ນຂອງຕົນ; ສືບຕໍ່ຊຸກຍູ້, ສົ່ງເສີມ ບັນດາຂະແໜງການພາຍໃນແຂວງ ແລະ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ-ຮາກຖານຂອງຕົນ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງບ້ານເມືອງ ຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການວຽກງານຕ່າງໆ ຕາມການຊີ້ນຳຂອງຄະນະພັກ-ອົງການປົກຄອງທ້ອງຖິ່ນ ຢ່າງແຂງແຮງ, ຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ປັບປຸງອົງການຈັດຕັ້ງພັກ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ສາມາດເປັນໃຈກາງທາງດ້ານການເມືອງແນວຄິດ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ເພື່ອສ້າງພື້ນຖານອັນໜັກແໜ້ນ ຂອງລະບອບປະຊາທິປະໄຕປະຊາຊົນ; ສືບຕໍ່ປັບປຸງກົນໄກລະບອບແບບແຜນວິທີເຮັດວຽກຂອງຂະແໜງການຕ່າງໆພາຍໃນແຂວງ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ບໍລິການປະຊາຊົນດ້ວຍຄວາມວ່ອງໄວ ຕາມສິດ ແລະ ໜ້າທີ່ຂອງອົງການປົກຄອງແຂວງ; ຊຸກຍູ້, ສົ່ງເສີມສ້າງແຕ່ລະເຂດ ໃນເຂດການປົກຄອງຂອງຕົນ ຕາມທ່າແຮງຕົວຈິງ ໃຫ້ເປັນແຫຼ່ງການຜະລິດທາງດ້ານກະສິກຳສະອາດ ແລະ ຫັດຖະກຳທ້ອງຖິ່ນ ທີ່ມີຄຸນນະພາບ ເພື່ອການສົ່ງອອກ; ຊຸກຍູ້ສົ່ງເສີມການສ້າງຄອບຄົວຕົວແບບ ແລະ ສ້າງ-ປັບປຸງກຸ່ມການຜະລິດ ແລະ ສະຫະກອນແບບໃໝ່ຢ່າງແຂງແຮງ ເພື່ອການສົ່ງອອກ (ເຂົ້າ, ຊາ, ກາເຟ…); ສ້າງເງື່ອນໄຂ ໃຫ້ເດັກນ້ອຍທຸກຄົນ ສາມາດເຂົ້າເຖິງລະບົບການສຶກສາຂັ້ນບັງຄັບ, ທັງສ້າງກົນໄກ ຄັດເລືອກ ແລະ ສົ່ງເສີມນັກຮຽນທີ່ມີພອນສະຫວັນ ເພື່ອສ້າງເປັນນັກວິຊາການ-ນັກຊ່ຽວຊານສະເພາະດ້ານ ໃຫ້ກາຍເປັນນັກພັດທະນາກັບທີ່; ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ຢືດໝັ້ນ ແລະ ເຂົ້າຮ່ວມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເຮັດໃຫ້ທ້ອງຖິ່ນຮາກຖານຕົນ ມີຄວາມສະຫງົບປອດໄພ.


ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ