ກອງປະຊຸມປືກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງ,ແຂວງຈໍາປາສັກຈັດຂື້ນຢ່າງເປັນທາງການທີ່ຫ້ອງວ່າການແຂວງ ໃນວັນທີ 1 ກັນຍາ 2021 ໂດຍເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ມີທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງ,ມີປະທານສະພາການຄ້າ ແລະ ອຸດສະຫະກຳແຂວງ,ພະແນກການກ່ຽວຂ້ອງ,ຫົວໜ່ວຍທຸລະກິດພາກລັດ – ເອກະຊົນອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກໄດ້ມີຄໍາເຫັນວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງລັດຖະບານ ກໍຄື ອໍານາດການປົກຄອງແຂວງຈໍາປາສັກ ຍາມໃດກໍໄດ້ເອົາໃຈໃສ່ຕໍ່ກັບການແກ້ໄຂບັນຫາຂອດຫຍຸ້ງຍາກ ທີ່ອັດຕັນ, ບໍ່ໂລ່ງລ່ຽນ ໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດຢູ່ ສປປ.ລາວ ເວົ້າລວມ, ເວົ້າສະເພາະຢູ່ແຂວງຈໍາປາສັກ ຄະນະນໍາແຂວງຈໍາປາສັກ ໄດ້ຊີ້ນໍາໃນການ ຮ່າງວາລະຂອງແຂວງ ( ຕາມເນື້ອໃນວາລະແຫ່ງຊາດ ) ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ ປີ (2021-2023) ຈຸດປະສົງແມ່ນ ກໍານົດແຜນວຽກງານຕົວຈີງທີ່ຈໍາເປັນຮີບດ່ວນ ເພື່ອປຸກລະດົມກໍາລັງແຮງ ແລະ ຄວາມສາມາດບົ່ມຊ້ອນທັງໝົດຂອງທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ນິຕິບຸກຄົນ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະຂອງແຂວງຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແນໃສ່ ແກ້ໄຂສະພາບເສດຖະກິດ-ການເງີນ ໃຫ້ຫຼຸດພົ້ນອອກຈາກຄວາມສ່ຽງທີ່ຈະຕົກເຂົ້າສູ່ວິກິດການຮ້າຍແຮງ, ໃຫ້ສາມາດປະຄັບປະຄອງ ແລະ ກ້າວສູ່ສະພາບປົກກະຕິໃນໄລຍະແຕ່ນີ້ຮອດປີ 2023.
ເຊີ່ງ ໃນວາລະດັ່ງກ່າວໄດ້ກໍານົດລະອຽດ ແຜນວຽກຈຸດສຸມ ຊຸກຍູ້-ສົ່ງເສີມ, ກໍານົດທິດທາງ, ມາດຕະການແກ້ໄຂ ຂອງພາກລັດ, ພັນທະ, ໜ້າທີ່ ຂອງພາກທຸລະກິດ ແລະ ການປະກອບສ່ວນຂອງ ພາກສັງຄົມ.
ກົນໄກ​ການປຶກ​ສາ​ຫາ​ລືລະ​ຫວ່າງ​ພາກ​ລັດ ແລະ ພາກທຸ​ລະ​ກິດຂັ້ນແຂວງ ກໍເປັນສ່ວນໜຶ່ງໃນແຜນວຽກຈຸດສຸມວາລະຂອງແຂວງ ແລະ ທັງເປັນເວທີເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ພົບປະແລກປ່ຽນກັນຢ່າງໃກ້ຊິດ ໃນການສະເໜີບັນຫາຂໍ້ຫຍຸ້ງຍາກການດໍາເນີນທຸລະກິດ, ຊ່ວຍຂະແໜງ ການພາກລັດຂັ້ນແຂວງ ໃນການກໍານົດຫົວຂໍ້ບັນຫາບູລິມະສິດ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອປັບປຸງສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ເພີ່​ມ​ຂີດ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ພາກທຸ​ລະ​ກິດ ພາຍໃນແຂວງໃຫ້ດີຂຶ້ນ. ກອງ​ປະ​ຊຸມ​ໃນ​ມື້ນີ້ ​​ແມ່ນ​ເປັນການສືບ​ຕໍ່ຈັດຕັ້ງປະຕິບັດກົນໄກການປຶກສາຫາລື ດັ່ງກ່າວ ໂດຍອີງໃສ່ຜົນຂອງກອງປະຊຸມພົບປະພາກທຸລະກິດ ທີ່ໄດ້ຈັດຂຶ້ນໃນຄັ້ງວັນທີ 30 ສິງຫາ 2021 ທີ່ຜ່ານມາ, ເຊີ່ງໄດ້ມີການຄົ້ນຄວ້າ ແກ້ໄຂບັນຫາທີ່ເປັນອຸປະສັກ ໃນການດຳເນີນທຸລະກິດ ຂອງບັນດາຂະແໜງການພາກລັດທີ່ກ່ຽວຂ້ອງ ໄດ້ຫຼາຍບັນຫາ. ສາມາດຄອບຄຸມ ແລະ ເປັນຂົວຕໍ່ແກ້ໄຂບັນຫາໃນລະດັບທ້ອງຖິ່ນໄດ້ຫຼາຍຂຶ້ນ ໂດຍສະເພາະບັນຫາການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ລະ​ບຽບ​ກົດ​ໝາຍ ແລະ ລະບຽບການ ທີ່ຍັງບໍ່ທັນມີ​ຄວາມເປັນ​ເອ​ກະ​ພາບ ລະ​ຫວ່າງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ ແລະ ລະ​ຫວ່າງ​ທ້ອງ​ຖິ່ນດ້ວຍ​ກັນ. ບັນຫາດັ່ງກ່າວ ໄດ້ກາຍເປັນ​ສິ່ງທ້າທາຍຫຼັກໃຫ້​ແກ່​ການ​ສ້າງ​ຕັ້ງ, ການຂະ​ຫຍາຍ​ທຸ​ລະ​ກິດ ແລະ ຄວາມສາມາດແຂ່ງຂັນຂອງພາກທຸລະກິດ ກໍ່​ຄື​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກຂອງປະຊາຊົນພາຍໃນແຂວງ ໃຫ້ດີຂື້ນເປັນກ້າວໆ.
ເຈົ້າແຂວງຍັງໄດ້ຮຽກ​ຮ້ອງ​ມາ​ຍັງ ​ບັນ​ດາ​ທ່ານຜູ່ຕາງ​ໜ້າ​​ພາກ​ລັດ ກໍ່ຄືບັນດາພະແນກທີ່ກ່ຽວຂ້ອງຂອງແຂວງ ຈົ່ງຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນດາຄໍາຖາມເຈາະຈີ້ມ ຂອງທຸກໆບັນຫາ ທີ່ຈະຍົກຂຶ້ນໃນກອງປະຊຸມຄັ້ງນີ້ ຢ່າງສ້າງສັນ ແລະ ກົງໄປກົງມາ. ຖ້າຄໍາຕອບອັນໃດທີ່ຍັງບໍ່ຊັດເຈນ, ສະເໜີກອງເລຂາ ກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຫຼື ພາກສ່ວນທີ່ກ່ຽວຂ້ອງ ມີຄໍາເຫັນເຈາະຈີ້ມເພີ່ມຕື່ມ ເພື່ອມີທິດທາງໃນການແກ້ໄຂບັນຫາຕ່າງໆ
ໂອກາດນີ້ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງ,ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສພາການຄ້າ ແລະອຸດສະຫະກຳແຂວງ ແລະ ຜູ້ເຂົ້າຮ່ວມກໍໄດ້ມີຄຳເຫັນ ເພືອປຶກສາລື ແລກປ່ຽນ ແນໃສ່ປັບປຸງແກ້ໄຂບັນດາຈຸດອ່ອນ ຂໍ້ຄົງຄ້າງ ໃນການດໍາເນີນທຸລະກິດ,ການປະສານງານພາກລັດ ແລະ ທຸລະກິດໃຫ້ດີຂື້ນ ແລະ ແກ້ໄຂສະພາບເສດຖະກິດໃນໄລຍະພະຍາດໂຄວິດ-19 ແຜ່ລະບາດໃຫ້ໄດ້ໂດຍໄວ.
ເກດສະໜາ ແກ້ວສຸວນນະແສງ
Loading...