ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 7 ກໍລະກົດ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ( ຮສສ )ແຂວງຈຳປາສັກ ໄດ້ ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານສູນບໍລິການຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ MRC ໂດຍເຂົ້າຮ່ວມຂອງທ່ານ ອ່ອນສາ ວົງສຳພັນ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ,ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີຄະນະຮັບຜິດຊອບໂຄງການ,ຜູ້ປະສານງານໂຄງການ,ຂັ້ນສູນກາງ ແລະ ພາຍໃນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ,
ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມ ໄດ້ຮັບຟັງລາຍງານສະພາບການຈັດຕັ້ງແະຕິບັດວຽກງານສູນບໍລິການຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ MRC ພາຍໃນແຂວງຈຳປາສັກ ໃນໄລຍະ 6 ເດືອນຕົ້ນປີ 2022, ຊຶ່ງຍົກໃຫ້ເຫັນຜ່ານມາທາງສູນໄດ້ເອົາໃຈໃສ່ ໜ້າທີ່ຂອງຕົຮໃນດຝການສະໜອງ ສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ທີ່ປອດໄພ ແກ່ສັງຄົມ ເຊັ່ນ:
1. ໃຫ້ຄຳປຶກສາສຳລັບບັນດາ ທ່ານ ທີ່ຕ້ອງການຢາກໄປເຮັດວຽກຢູ່ຕ່າງ ປະເທດ
2. ໃຫ້ຄຳປຶກສາສຳລັບຜູ້ທີ່ກັບຄືນມາຈາກການໄປເຮັດວຽກຢູ່ຕ່າງປະເທດ
3. ໃຫ້ຄຳປຶກສາ,ແນະນຳ, ໃຫ້ຂໍ້ມູນສໍາລັບຜູ້ທີ່ເຂົ້າມາ ແລະ ໂທມາຂໍຄວາມຊ່ວຍ ເຫຼືອກ່ຽວກັບແຮງງານເຄື່ອນຍ້າຍ.
4 ໃຫ້ຄວາມຊ່ວຍເຫຼືອແຮງງານທີ່ກາລັງເຮັດວຽກຢູ່ຕ່າງປະເທດ ກໍລະນີມີບັນຫາ ຫຼື ບໍ່ໄດ້ຮັບຄວາມເປັນທຳຈາກຜູ້ໃຊ້ແຮງງານ ແລະ ອື່ນໆ
5. ໃຫ້ຂໍ້ມູນ, ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນ ຕະຫຼອດ 24 ຊົ່ວໂມງ
ຜົນການຈັດຕັ້ງປະຕິບັດກິດຈະກໍາຂອງ ໂຄງການໄລຍະ 6 ເດືອນ ປີ 2022
1. ໃຫ້ຄຳປຶກສາແກ່ແຮງງານເຄື່ອນຍ້າຍທີ່ເຂົ້າມາສູນ MRC ທັງໝົດ 286 ຄົນ,ຍິງ 175 ຄົນ
2. ໃຫ້ຄໍາປຶກສາທາງລະສັບສາຍດ່ວນໄດ້ 197ຄົນ,ຍິງ 83 ຄົນ
3. ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຊີ້ນຳໂຄງການ ຮ່ວມມືສາມຝ່າຍໃນອາຊຽນ TRAINGLE in ASEAN (ອອນລາຍ) ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ,ຍິງ 14 ທ່ານ.
ນອກຈາກນີ້,ຜູ້ເຂົ້າຮ່ວມໄດ້ປະກອຍຄຳຄິດຄຳເຫັນ ເພື່ອເນັ້ນໃສ່ປັບປຸງການບໍລິການຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍໃຫ້ມີປະສິດທິພາບ ແລະ ເຂົ້າເຖິງກຸ່ມເປົ້າໝາຍເຄືີອນຍ້າຍແຮງງານຢ່າງກ້ວາງຂວາງ ດ້ວຍຫຼາຍຮູບແບບ,ຫຼາຍວິທີ,ຮັບປະກັນໃຫ້ພົນລະເມືອງທີ່ໄປອອກແຮງງານຢູ່ຕ່າງປະເທດໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດໃນການປ້ອງກັນຕົນເອງບໍ່ໃຫ້ຖືກເອົາປຽບ ແລະ ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ.
ເກດສະໜາ ແກ້ວສຸວັນນະແສງ