ໃນວັນທີ 3 ສິງຫາ 2021 ນີ້, ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 : .ຊຶ່ງໄດ້ຊີ້ແຈງວ່າແຂວງຈໍາປາສັກສືບຕໍ່ສັກວັກຊິນ ຈອນສັນ ແອນ ຈອນສັນແກ່ຜູ້ອາຍຸສູງ 60 ປີ ຂຶ້ນໄປ ເຊິ່ງນັບແຕ່ເລີ່ມຕົ້ນມາເຖິິງປະຈຸບັນສັກໄດ້ແລ້ວ 9 ໝື່ນກ່ວາຄົນ ເທົ່າກັບ 80 ກ່ວາສ່ວນຮ້ອຍ.ທ່ານກ່າວອີກວ່າ:
ຜ່ານມາມີສື່ບາງສຳນັກໄດ້ສະເໜີຫົວຂໍ້ຂ່າວວ່າແຂວງ ຈຳປາສັກຢຸດເຊົາການສັກວັກຊິນ ຈອນສັນ ແອນ ຈອນສັນນັ້ນ ຂໍແຈ້ງໃຫ້ປະຊາຊົນຊາບວ່າແມ່ນຂ່າວທີ່ບໍ່ມີມູນຄວາມຈິງ, ແຂວງຈໍາປາສັກ ພຽງແຕ່ໄດ້ຢຸດເຊົາການສັກວັກຊິນໃຫ້ແກ່ຜູ້ທີ່ມີອາຍຸ ບໍ່ຮອດ 60 ປີເທົ່ານັ້ນ ເພື່ອ ໃຫ້ລໍຖ້າສັກວັກຊິນ ຊີໂນຟາມ,ແອັສຕ້າ ເຊເນກ້າ ທີ່ຈະມີໃນຮອບຕໍ່ໄປມໍ່ໆນີ້.ທັງນີ້ກໍຍ້ອນ ວັກຊິນ ຈອນສັນ ແອນ ຈອນສັນ ນີ້ ມີເປົ້າໜາຍສັກໃຫ້ຜູ້ອາຍຸສູງ ແລະຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ.
ຊຶ່ງການອອກຂ່າວບໍ່ຖືກຕ້ອງກັບຄວາມຈິງຄືແນວນັ້ນໄດ້ສ້າງຄວາມບໍ່ເຂົ້າໃຈໃຫ້ແກ່ສັງຄົມ ຈິ່ງຖືໂອກາດນີ້ຊີ້ແຈງ ແລະຮຽກຮ້ອງໃຫ້ສື່ທີ່ລົງຂ່າວຜ່ານທາງເພຈ,ເພສບຸກ,ສື່ອອນລາຍ ປະເພດຕ່າງໆໃຫ້ມີຄວາມຮັບຜິດຊອບຖືກຕ້ອງກັບຈິງ ແລະມີຈັນຍາບັນສູງຂຶ້ນ.ຮຽກຮ້ອງປະຊາຊົນມີສະຕິໃນການເສບຂ່າວ.ຮັບຊົມຮັບຟັງຂໍ້ມູນຂ່າວສານຈາກສື່ທາງການ ເຊັ່ນ: ວິທະຍຸກະຈາຍສຽງ,ໂທລະພາບ,ທີ່ກະຈາຍຖ່າຍທອດໃນແຕ່ລະວັນ ຫຼືຈາກຄະນະສະເພາະກິດ ເທົ່ານັ້ນຈິ່ງສາມາດເຊື່ອຖືໄດ້.
ສໍາລັບໃນວັນທີ 3 ສິງຫາ 2021 ນີ້,ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 76 ຄົນ.ໃນນັ້ນ: ນະຄອນປາກເຊ 2 ຄົນ,ເມືອງຊະນະສົມບູນ 7 ຄົນ, ເມືອງບາຈຽງ 2 ຄົນ,ເມືອງປາກຊ່ອງ 2 ຄົນ,ເມືອງປະທຸມພອນ 8 ຄົນ,ເມືອງໂພນທອງ 8 ຄົນ,ເມືອງຈຳປາສັກ 14 ຄົນ,ເມືອງສຸຂຸມາ 13 ຄົນ,ເມືອງມຸນລະປາໂມກ 4 ຄົນ,ເມືອງໂຂງ 11 ຄົນ ແລະ ແຂວງສາລະວັນ 2 ຄົນ,ແຂວງສະຫວັນນະເຂດ 2 ຄົນ.ແລະ ແຂວງ ບໍລິຄຳໄຊ 1 ຄົນ
ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.901 ຄົນ,ປົວຫາຍດີແລ້ວ 969 ຄົນ ( ອອກໂຮງໜໍມື້ນີ້ 10 ຄົນ) ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 931 ຄົນ
ເກດສະໜາ ແກ້ວສຸວັນນະແສງ