ອີງຕາມຖະແຫຼງຂ່າວຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ແຂວງຈໍາປາ ສັກ ປະຈຳ ວັນທີ 22 ກັນຍາ 2021 ໂດຍ ແມ່ນ ດຣ ລັດສະໝີ ສີພັນ ຫົວໜ້າຂະ ແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ວ່າ: ມື້ນີ້(22/09/2021)ແຂວງຈໍາປາສັກມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ທັງໝົດ 25 ຄົນ,ໃນນັ້ນຕິດໃນຊຸມຊົນ 23 ຄົນ.ພົບຜູ້ຕິດເຊື້ອຈາກແຮງງານລາວທີ່ເດີນທາງກັບຄືນປະເທດ 2 ຄົນ.ຄືມາຈາກເມືອງບາຈຽງຈະເລີນສຸກ 1 ຄົນ,ເມືອງສຸຂຸມາ 1 ຄົນ.
ສຳລັບຜູ້ຕິດເຊື້ອໃນຊຸມຊົນມີນະຄອນປາກເຊ 17 ຄົນ,ຍິງ 10 ຄົນ.ຄື: ບ້ານສາງນໍ້າມັນ 5 ຄົນ,ສາງວິໄລ 1 ຄົນ,ບ້ານທົ່ງ 2 ຄົນ,ບ້ານພະບາດ 1 ຄົນ,ຫ້ວຍຍາງຄໍາໃຕ້ 2 ຄົນ,ຫ້ວຍຍາງຄໍາເໜືອ 3 ຄົນ,ບ້ານໂຊກອຳນວຍ 3 ຄົນ,ບ້ານໂນນດູ່ 1 ຄົນ. ເມືອງຊະນະສົມບູນ ຈຳນວນ 1 ຄົນ ຄື: ບ້ານໜອງດູ່ ,ເມືອງບາຈຽງຈະເລີນສຸກຈຳນວນ 4 ຄົນ ຍິງ 1 ຄົນ.ຄື: ບ້ານຫຼົ່ມສັກເໜືອ 1 ຄົນ,ບ້ານໜອງສິມ 1 ຄົນ ແລະບ້ານຫຼັກ 19 ຈໍານວນ 2 ຄົນ.ອີກ 2 ຄົນ ແມ່ນຄົນແຂວງສາລະວັນ. ແຂວງຈໍາປາສັກມີຜູ້ຕິດເຊື້ອສະສົມ 4.651 ຄົນ,ຍິງ 2.314 ຄົນ.ເສຍຊີວິດ 3 ຄົນ.ປິ່ນປົວດີສະສົມ 4. 026 ຄົນ.ຍິງ 1966 ຄົນ.ຍັງສືບຕໍ່ປິ່ນປົວ 622 ຄົນ.ຍິງ 247 ຄົນ.ອາການຮ້າຍແຮງບໍ່ມີ,ອອກໂຮງໝໍມື້ນີ້ 66 ຄົນ,ຍິງ 22 ຄົນ.
ດຣ ລັດສະໝີ ສີພັນ ຫົວຕາງໜ້າຄະນະສະເພາະກິດຂັ້ນແຂວງ ແຂວງຈໍາປາສັກ ໄດ້ກ່າວອີກວ່າ: ມື້ນີ້ເປັນມື້ທີ 22 ທີ່ແຂວງຈໍາປາສັກພົບຜູ້ຕິດເຊື້ອ ໂຄວິດ -19 ໃນຊຸມຊົນຢ່າງຕໍ່ເນື່ອງ ດັ່ງນັ້ນຈິ່ງເນັ້ນໃຫ້ຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ໃຫ້ໄປກວດເກັບຕົວຢ່າງຫາເຊື້ອຢ່າງຮີບດ່ວນ,ເມື່ອເຫັນວ່າມີຄວາມສ່ຽງຕ້ອງກັກບໍລິເວນຕົນເອງ,ສ່ວນປະຊາຊົນກໍຄວນຢູ່ເຮືອນປະຕິບັດຕົນຮັກສາໄລຍະຫ່າງ.ໃສ່ຜ້າອັດປາກດັງ,ໝັ່ນລ້າງມືດ້ວຍສະບູ ແລະຢາຂ້າເຊື້ອເພື່ອປ້ອງກັນ.ບໍ່ຈໍາເປັນຫ້າມອອກຈາກບ້ານ,ເຮືອນ ຢ່າງເດັດຂາດ.ຕາງໜ້າຄະນະສະເພາະກິດຂັ້ນແຂວງກໍໄດ້ຮຽກຮ້ອງໃຫ້ທົ່ວສັງຄົມປະຕິບັດຕາມມາດຕະການຄໍາສັ່ງເລກທີ 14 ຂອງເຈົ້າແຂວງ,ແລະມາດຕະການປັບໃໝຕໍ່ຜູ້ຝ່າຝືນຄໍາສັ່ງຢ່າງເຂັ້ມງວດ. ພ້ອມນີ້ກໍສົ່ງຄະນະແພດໝໍລົງກວດຊອກຫາເຊື້ອໃນຊຸມຊົນທີ່ມີການລະບາດຢູ່ບ້ານຕ່າງໆ ເພື່ອແນໃສ່ສະກັດກັ້ນ,ຄວບຄຸມໃຫ້ໄດ້ໂດຍໄວ.ໃນນີ້ປະຊາຊົນກໍຕ້ອງມີຄວາມເປັນເຈົ້າການປະຕິບັດນໍາກັນຢ່າງເຂັ້ມງວດ.
ເກດສະໜາ ແກ້ວສຸວັນນະແສງ

