ວັນທີ 5 ມີນາ 2021, ຢູ່ທີສະໂມສອນຫຼັກ 4 ແຂວງຈໍາປາສັກ,ສະຫະພັນແມ່ຍິງ ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ(8/3/1910-8/3/2021).
ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ,ມີ ທ່ານ ນາງ ວາດສະໜາ ສິລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ,ມີຄະນະນໍາຂອງແຂວງ ຫົວໜ້າ ພະແນກການ,ກົມກອງ,ອົງການຈັດຕັ້ງອ້ອມຂ້າງແຂວງ,ບັນດາຄະນະ ແລະສະມາຊິກສະພັນແມ່ຍິງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາຄະນະບໍລິ​ຫານງານພັກແຂວງຈໍາປາສັກ ໄດ້ເປັນກຽດປາຖະກະຖາປະຫວັດຄວາມເປັນມາຂອງວັນແມ່ຍິງ ສາກົນ ວັນທີ 8 ມີນາ.ຊຶ່ງໃຫ້ຮູ້ວ່າ:
– ວັນແມ່ຍິງສາກົນ ໄດ້ກໍາເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍ ຕົວ, ເມື່ອໂຮງຈັກ, ໂຮງງານອຸດສະຫະກໍາຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ,ແຕ່ຊ້ໍາພັດ ຍິ່ງເພີ່ມຄວາມທຸກຍາກລໍາບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງ. ຢູ່ພາຍໃຕ້ລະບອບສັກດີ ນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກເຮັດ ວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ ແມ່ຍິງຍັງຖືກດູ ຖູກຫມິ່ນປະຫມາດ, ຖຶກຖືເປັນຄືສິນຄ້າ, ເປັນເຄື່ອງຫລິ້ນ, ຖືກທຸບຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ, ໃນ ເວລາຖືພາ, ເວລາອອກລູກ ຫລື ເວລາເຈັບເປັນ ບໍ່ໄດ້ຮັບການປິ່ນປົວ, ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວ ໂລກລ້ວນແຕ່ເປັນຜູ້ດຸຫມັ່ນ, ຂະຫຍັນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຈາກສັງຄົມ. ຕໍ່ຫນ້າສະພາບການ ແລະ ຄວາມທຸກທໍລະົມານດັ່ງກ່າວ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ. ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ.
ໃນວັນທີ 8 ມີນາ 1899, ຊາວກໍາມະກອນແມ່ຍິງຢູ່ໂຮງງານຕ່ໍາແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດ ອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງ ງານຕ່ໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນ ຖືກຕໍາຫລວດເຂົ້າສະຫຼາຍ ແລະ ຈັບກຸມ ຈໍານວນຫນຶ່ງ.
ໃນວັນທີ 8 ມີນາ 1908, ແມ່ຍິງ ຈໍານວນ 15,000 ຄົນ (ຫນຶ່ງຫມື່ນຫ້າພັນຄົນ) ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອ ທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການ ອອກສຽງເລືອກຕັ້ງ ແລະ ການຮັບສະຫມັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນ: “ ເຂົ້າຈີ່ ແລະ ດອກ ກຸຫລາບ ”. ເຂົ້າຈີ: ຫມາຍເຖິງເສດຖະກິດດີຂຶ້ນ, ດອກກຸຫລາບ: ຫມາຍເຖິງ ຄຸນນະພາບຊີວິດດີຂຶ້ນ.
ເດືອນ ກຸມພາ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫລອງ ວັນແມ່ຍິງສາກົນ ເປັນເທື່ອທໍາອິດ, ແມ່ຍິງໃນເມືອງ ນິວ ຢອກ 3,000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງ ມີສິດຮັບເລືອກຕັ້ງ. ການຕໍ່ສູ້ດັ່ງກ່າວ ໄດ້ເປັນ ການລະດົມນ້ໍາໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດ ຢູ່ບັນດາປະເທດ ໃນທົ່ວໂລກ.
ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນ ຢູ່ທະວີບເອີລົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນ ຢູ່ໂກເປນຮາກນະຄອນຫລວງ ຂອງປະເທດ ເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ, ວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ ສໍາຄັນ, ເປັນຂີດຫມາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນ ເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເຫມີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ ຜູ້ຫນຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ”, ປີຕໍ່ມາຄື ໃນວັນທີ 19/03/1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີ ລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ ວັນແມ່ຍິງ ສາກົນ ” ພາສາອັງກິດ ເອີ້ນວ່າ: “ International Women’s Day” ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວ ໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທໍາອິດ.
ໃນການປາຖະກະຖາຍັງຍົກໃຫ້ເຫັນອົງການຈັດຕັ້ງສະຫະພັນແມ່ຍິງລາວ ຊຶ່ວ ສ້າງຕັ້ງຂຶ້ນໃນວັນທີ 20 ກໍລະ ກົດ ປີ 1955 ເຄື່ອນໄຫວພາຍໃຕ້ແນວທາງນະໂຍບາຍ, ລັດຖະທໍາ ມະນູນ ແລະ ກົດຫມາຍ ໂດຍສະເພາະກົດຫມາຍ ວ່າດ້ວຍສະຫະພັນແມ່ຍິງລາວ; ມີສາຍໃຍການຈັດຕັ້ງແຕ່ສູນກາງລົງຮອດ ຮາກຖານ. ສູນກາງສະຫະພັນແມ່ຍິງລາວມີຖານະທຽບເທົ່າກະຊວງ, ມີພາລະບົດບາດໃນການຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ, ລະບຽບການ, ແຜນພັດທະນາເສດ​ຖະກິດ-ສັງຄົມແຫ່ງຊາດ, ສົນທິສັນຍາສາກົນ ຕ່າງໆ ທີ່ພົວພັນເຖິງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ການປະຕິບັດຄວາມສະເຫມີພາບ ບົດບາດຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ;
ສະຫະພັນແມ່ຍິງລາວ ໄດ້ຜັນຂະຫຍາຍແຜນພັດ​ທະນາເສດຖະກິດ-ສັງຄົມໄລຍະ 5 ປີຄັ້ງທີ IX ຫັນມາເປັນແຜນພັດທະນາແມ່ຍິງແຫ່ງຊາດໄລຍະ 5 ປີ (2021-2025), ຍຸດທະສາດ 2030 ແລະ ວິໃສທັດພັດທະນາແມ່ຍິງລາວ ຮອດ 2035 ແລະອື່ນໆ
ຈຸດປະສົງຂອງການປາຖະກະຖາເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມ ກໍຄືເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງເຊື່ອມຊຶມກໍາແໜ້ນປະຫວັດມູນເຊື້ອຂອງວັນແມ່ຍິງສາກົນ,ທິດຊີ້ນໍາ ແລະ ແນວທາງນະໂຍບາຍຂອງພັກຕໍ່ອົງການຈັດຕັ້ງສະຫະພັນແມ່ຍິງລາວ
Loading...