ວັນທີ 25 ສິງຫາ 2022, ທີ່ແຂວງອານຢາງ ສສ ຫວຽດນາມ. ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນ ແຂວງຈໍາປາສັກ ເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອານຢາງ ສສ ຫວຽດນາມ ເພື່ອສືບຕໍ່ ແລະເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍການຕ້ອນຮັບຂອງສະຫາຍ ເລ້ ຮວາງ ກວາງ ກຳມະການສູນກາງພັກກອມ ມູນິດຫວຽດນາມ, ເລຂາພັກແຂວງອານຢາງ ພ້ອມດ້ວຍ ຄະນະຜູ້ແທນຂອງແຂວງອານຢາງ ໃຫ້ການຕ້ອນຮັບ.
ໃນການຢ້ຽມຢາມແຂວງ ອານຢາງ ເທື່ອນີ້, ກໍ່ໄດ້ມີການພົບປະສອງຝ່າຍ ເພື່ອຕີລາຄາຄືນໝາກຜົນການຮ່ວມມືໄລຍະປີຜ່ານມາ,ເຖິງແມ່ນວ່າ ໃນຊຸມປີຜ່ານມາ ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງກ້ວາງຂວາງ, ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ການພັກທະນາເສດຖະກິດ-ສັງຄົມ ຂອງສອງແຂວງ, ແຕ່ບົນພື້ນຖານການພົວພັນຮ່ວມມື ໃຫ້ການສະໜັບສະໜູນ, ອຸ້ມຊູຊ່ວຍ ເຫຼືອເຊິ່ງກັນ ແລະກັນ ຈຶ່ງເຮັດໃຫ້ພວກເຮົາຜ່ານຜ່າ ແລະ ໄດ້ຮັບການພັດທະນາ ຢ່າງເລິກເຊິ່ງ ແລະ ເປັນຮູບປະທຳ. ໃນກອງປະຊຸມພົບປະ ໄດ້ຮັບຟັງ ລາຍງານສະພາບເສດຖະກິດ-ສັງຄົມ ຂອງສອງແຂວງ ຈຳປາສັກ-ອານຢາງ ແລະໄດ້ມີການປຶກສາຫາລື ຄົ້ນຄວ້າ ເພື່ອກຳນົດທິດທາງການຮ່ວມມື ໄລຍະສົກປີ 2022-2026. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຜັນຂະຫຍາຍເນື້ອໃນ ບົດບັນທຶກ ການຮ່ວມມື ດັ່ງນີ້: ການຮ່ວມມືທາງດ້ານການເມືອງ ສອງຝ່າຍ ເຫັນດີສືບຕໍ່ ຮັກສາ ການຢ້ຽມຢາມ ແລກ ປ່ຽນ ຄະນະຜູ້ແທນຂັ້ນສູງ, ຂະແໜງການ, ອົງການຈັດຕັ້ງຕ່າງ ຂອງ ສອງແຂວງ ແນ່ໃສ່ການຢ້ຽມຢາມທາງການທູດ, ການພົບປະ ແລກປ່ຽນບົດຮຽນ, ເສີມຂະຫຍາຍຄວາມເຂົ້າໃຈ ຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ. ດ້ານການກໍ່ສ້າງຊັບພະຍາກອນມະນຸດ ຫັນດີໃຫ້ການສະໜັບສະໜູນ ການສຶກສາໃຫ້ແກ່ແຂວງຈຳປາສັກ ຂັ້ນປະລິນຍາຕີ ແລະ ແຂວງຈຳປາສັກ ສືບຕໍ່ໃຫ້ການສະໜັບ ສະໜູນ: ມອບທຶນກໍ່ສ້າງພາສາລາວ ໃຫ້ແກ່ ພະນັກງານ, ນັກສຶກສາ ຂອງແຂວງອານຢາງ. ການຮ່ວມມືລົງທຶນພັດທະນາເສດຖະກິດ ສອງຝ່າຍເປັນເອກະພາບກັນຄົ້ນຄ້ວາ, ສ້າງແຜນການຮ່ວມມືພັດທະ ນາບັນດາການລົງທຶນ, ການຄ້າ-ການບໍລິການການທ່ອງທ່ຽວ, ກະສິກຳ ແລະ ຄົມມະນາຄົມຂົນສົ່ງ, ເຊີ່ງໃນນັ້ນສຸມໃສ່ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ບັນດານັກລົງທືນ; ການຮ່ວມມືມິດຕະພາບ ແລະ ສະຫັວດດີການສັງຄົມ ເຫັນດີສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາກິດຈະກຳແລກປ່ຽນທາງດ້ານສິນລະປະວັດທະ ນະທຳ, ກິລາ, ກິດຈະກຳດ້ານມະນຸດສະທຳ, ຊ່ວຍເຫຼືອດ້ານສະຫວັດການສັງຄົມ ພ້ອມນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງຕົກລົງເຫັນດີ ທີ່ ຈະສົ່ງເສີມການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສະພາປະຊາຊົນແຂວງອານຢາງ ແລະ ສະພາປະຊາຊົນແຂວງຈຳປາສັກ. ແລະ ພິທີລົງນາມ ບົດບັນທຶກຊ່ວຍຈຳ ເທື່ອນີ້, ຕາງໜ້າອົງການປົກຄອງແຂວງຈຳປາສັກ ລົງນາມໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ຈຳປາສັກ ແລະ ຕາງໜ້າຄະນະກໍາມະການປະຊາຊົນແຂວງອານຢາງ ລົງນາມໂດຍ ທ່ານ ນາງ ຫງຽນ ທິ ມິງ ຖຸຍ ຮອງປະທານ ຄະນະກໍາມະການປະຊາຊົນແຂວງ ອານຢາງ, ໂດຍມີຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ. ແລະ ໃນກອງປະຊຸມພົບປະ ແລະພິທີເຊັນບົດບັນທຶກຊ່ວນການຮ່ວມມືນີ້, ແຂວງຈໍາປາສັກ ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງໃຫ້ແກ່ ບຸກຄົນ ແລະ ກົມກອງ ຂອງແຂວງດັ່ງກ່າວ ທີ່ມີຜົນງານໃນການຮ່ວມມືສາຍພົວພັນມິດຕະພາບລະຫວ່າງແຂວງຈຳປາສັກ ກັບອົງການຈັດຕັ້ງຕ່າງໆ ຂອງ ສສ ຫວຽດນາມ.
ຂ່າວ: ທັດຊະນະ.




