ອີງຕາມຄໍາຖະແຫຼງການຂອງ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກໃຫ້ຮູ້ວ່າ: ເພື່ອປ້ອງກັນການລະບາດພະຍາດໂຄວິດ-19 .ໃຫ້ມີປະສິດທິຜົນ ແຂວງຈຳປະສັກຈະສັກຢາວັກຊິນກັນພະຍາດໂຄວີດ-19 ຮອບໃໝ່ ເລີ່ມແຕ່ ວັນຈັນ ທີ 26 ເມສາ 2021, ຊຶ່ງຈະມີພະນັກງານແພດໝໍຈັດຕັ້ງສັກຢູ່ 2 ຈຸດຄື: 1. ສະໂມສອນຫຼັກ 4 ແຂວງຈໍາປາສັກ. 2. ສະໂມສອນ ວິທະ ຍາໄລຄູປາກເຊ. ວັກຊິນທີ່ຈະນໍາມາສັກມີ 2 ຊະນິດຄື: ແອັດສຕ້າ ເຊເນກ້າ ຈາກປະເທດອິນເດຍ ແລະ ຊີໂນຟາມ ຈາກປະເທດຈີນ. ເປົ້າໝາຍທັງໝົດຈະສັກໃຫ້ໄດ້ 20,000 ຄົນ. ສໍາລັບຜ່ານມາຮອບທໍາອິດແຂວງຈໍາປາສັກໄດ້ສັກວັກຊິນໄດ້ແລ້ວ 16,000 ຄົນ, ສັກຄົບ 2 ເຂັມແລ້ວໂດຍມີ ໄລຍະຫ່າງຂອງການ ສັກແຕ່ລະເຂັມຫ່າງກັນ 21 ວັນ ຕາມມາດຕະຖານອົງການອະນາໄມໂລກວາງອອກ ເປົ້າ ຂອງການສັກວັກຊິ່ນໃນຜ່ານແມ່ນກຸ່ມສ່ຽງເຊັ່ນ:ບຸກຄະລາກອນທາງການແພດ,ເຈົ້າໜ້າທີ່ປະຈໍາດ່ານ,ພະນັກງານສື່ສານມວນຊົນ ແລະປະຊົນຈໍານວນໜື່ງ.
ສະນັ້ນຈິ່ງ ເຊີນຊວນບັນດາພະນັກງານ,ທະຫານ,ຕໍາຫຼວດ,ບໍລິສັດພາກລັດ ແລະເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຢູ່ໃນກຸ່ມສ່ຽງເຂົ້າຮ່ວມສັກວັກຊິນປ້ອງກັນໂຄວິດ19 ໂດຍບໍ່ເສຍຄ່າ ຕາມສະສະຖານທີ່ດັ່ງກ່າວໃນໂມງລັດຖະການ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ
Loading...