ການແຂ່ງຂັນກິລາລອຍນໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ສຳເລັດການແຂ່ງຂັນກ່ອນກິລາປະເພດອື່ນໆ​ໄດ້ແຂ່ງຂັນແຕ່ວັນທີ 19-22 ພະຈິກ​2022​ ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ ໂດຍມີ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫລວງພຣະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ເປັນຍິງ 12 ຄົນ, ຊາຍ 25 ຄົນ, ຊິງ 27 ຫລຽນຄຳ, ປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍການ ໂດຍນັກກິລາທີມຊາດ ສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ.
ຜ່ານການແຂ່ງຂັນ ແຂວງຊຽງຂວາງ​ໄດ້ອັນດັບທີໜຶ່ງ ເປັນເຈົ້າຄອງຫລຽນຄຳກິລາປະເພດນີ້ ໄດ້ມາທັງໝົດ 8 ຫລຽນຄຳ 1 ຫລຽນເງິນ ແລະ 6 ຫລຽນທອງ ລວມ 15 ຫລຽນ, ທີ 2 ແຂວງຈຳປາສັກ ໄດ້ 6 ຫລຽນຄຳ 8 ຫລຽນເງິນ 8 ຫລຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫລຽນຄຳ 7 ຫລຽນເງິນ 4 ຫລຽນທອງ, ທີ 4 ນະຄອນຫລວງວຽງຈັນ ໄດ້ 4 ຫລຽນຄຳ 8 ຫລຽນເງິນ 6 ຫລຽນທອງ ແລະ ທີ 5 ແຂວງຫລວງພະບາງ ຍາດມາໄດ້ 4 ຫລຽນຄຳ 3 ຫລຽນເງິນ ແລະ 3 ຫລຽນທອງ.
ສຳລັບການມອບຫລຽນລາງວັນກິລາລອຍນໍ້າ ໃນງານກິລາແຫ່ງຊາດ ຄັ້ງນີ້ ແມ່ນຈະໄປມອບ-ຮັບ ຢູ່ທີ່ແຂວງຊຽງຂວາງເຈົ້າພາບ.
News: Ekasanh Thipphachack
Image: Lay Tanvongphab & ຂ່າວສານປະເທດລາວ
Loading...