ການແຂ່ງຂັນເຕະບານຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ສາຍ ຂ ນັດສຸດທ້າຍ ວັນທີ 14 ທັນວານີ້ ແຂວງເຊກອງ ຜົນງານດີຕໍ່ເນື່ອງ ເອົາຊະນະ ກະຊວງສາທາລະນະສຸກ 3-1, ສ່ວນຜົນອີກໜຶ່ງຄູ່ໃນສາຍດຽວກັນ ແຂວງຊຽງຂວາງ ເຈົ້າພາບ ສະເໝີກັບ ແຂວງບໍ່ແກ້ວ 0-0.
ສະຫລຸບຕາຕະລາງຄະແນນ ສາຍ ຂ ແຂ່ງຈົບ 3 ນັດ ແຂວງເຊກອງ ຊະນະ 2 ສະເໝີ 1 ມີ 7 ຄະແນນ, ຊຽງຂວາງ ເຈົ້າພາບ ມີ 5 ຄະແນນ ທັງສອງທີມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ຂະນະທີ່ ກະຊວງສາທາລະນະສຸກ ມີ 3 ຄະແນນ ແລະ ແຂວງບໍ່ແກ້ວ ມີ 1 ຄະແນນ ຕົກຮອບ.
ສ່ວນ ສາຍ ກ ນັດສຸດທ້າຍ, ແຂວງວຽງຈັນ ສະເໝີກັບ ກະຊວງປ້ອງກັນປະເທດ (ກອງທັບ) ແບບສຸດມັນ 4-4 ຂະນະທີ່ ນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດປີນີ້ ສະເໝີກັບ ແຂວງໄຊຍະບູລີ 0-0.
ສະຫລຸບຕາຕະລາງຄະແນນ ສາຍ ກ ແຂ່ງຈົບ 3 ນັດ ແຂວງວຽງຈັນ ໄດ້ອັນໜຶ່ງຂອງສາຍ ແຂ່ງ 3 ນັດ ມີ 10 ຄະແນນ, ນະຄອນຫລວງ ມີ 7 ຄະແນນ ທັງສອງທີມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ແຂວງໄຊສົມບູນ ແລະ ກະຊວງປ້ອງກັນປະເທດ ມີ 4 ຄະແນນ, ໄຊຍະບູລີ ມີ 1 ຄະແນນ ຕົກຮອບ. ຮອບ 8 ທີມ ຈະແຂ່ງຂັນໃນວັນທີ 17 ທັນວາ.
ສຳລັບ ວັນທີ 15 ທັນວາ ມີແຂ່ງຂັນ 4 ຄູ່ ເປັນນັດສຸດທ້າຍຂອງ ສາຍ ຄ ແລະ ສາຍ ງ. ສາຍ ຄ ແຂວງຄຳມ່ວນ ພົບ ອັດຕະປື ຢູ່ສະໜາມ ໄຊຊະນະ ແລະ ແຂວງຈຳປາສັກ ພົບ ບໍລິຄຳໄຊ ຢູ່ສະໜາມໄຫຫີນ ແຂ່ງພ້ອມກັນ ເວລາ 13:00. ສາຍ ງ ສາລະວັນ ພົບ ຫົວພັນ ຢູ່ສະໜາມ ໄຊຊະນະ ແລະ ຫລວງພະບາງ ພົບ ສະຫວັນນະເຂດຢູ່ສະໜາມໄຫຫີນ ແຂ່ງພ້ອມກັນ ເວລາ 15:15.


