ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຂວງຊຽງຂວາງ ໄດ້ເປີດນຳໃຊ້ ໂຮງໝໍຊຸມຊົນ ເມືອງໜອງແຮດຫຼັງໃໝ່ ເພື່ອບໍລິການສຸຂະພາບ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງຂຶ້ນ ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງ ແຂວງຊຽງຂວາງ, ມີ ເຈົ້າເມືອງເມືອງໜອງແຮດ, ບັນດາຫົວໜ້າຫ້ອງການ, ກົມ ຈາກກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງໜອງແຮດ ພ້ອມດ້ວຍ ພະນັກງານແພດ ແລະ ຜູ້ອຳນວຍການບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ເມືອງໜອງແຮດ ໄດ້ມີໂຮງໝໍຊຸມຊົນ ເປັນສະຖານທີ່ໃນການບໍລິການໃໝ່ ທີ່ກວ້າງຂວາງກວ່າເກົ່າ ແລະ ຮັບປະກັນໃຫ້ແກ່ ປະຊາຊົນຊາວເມືອງໜອງແຮດ ມາຮັບບໍລິການໄດ້ສະດວກຍິ່ງຂຶ້ນ ເຊິ່ງຈະເປັນການປະກອບສ່ວນ ໃຫ້ວຽກງານສາທາລະນະສຸກແຂວງຊຽງຂວາງ ທີ່ຈະໄດ້ຮັບການປັບປຸງພັດທະນາ ແລະ ມີບາດກ້າວຂະຫຍາຍ ໃນຫຼາຍດ້ານ ສ້າງເງື່ອນໄຂໃຫ້ແກ່ ການຈັດຕັ້ງປະຕິບັດ ເປົ້າໝາຍການປັບປຸງຄຸນນະພາບຂອງການບໍລິການສຸຂະພາບ ແລະ ຄາດໝາຍ 11 ຕົວຊີ້ວັດ ທີ່ສະພາຮັບຮອງ ໃຫ້ປະກົດຜົນເປັນຈິງ.
ວັນທີ 13 ກໍລະກົດ 2023 ເມືອງໜອງແຮດ ແຂວງຊຽງຂວາງ