ແຂວງບໍລິຄຳໄຊ ຈະຮ່ວມກັບບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງພາຍ ໃນແຂວງ ຈັດ 2 ກິດຈະກໍາສໍາຄັນ ກ່ອນລະດູຝົນປີນີ້ ເພື່ອແນໃສ່ສົ່ງເສີມລາວທ່ຽວລາວ ກໍຄື ການດຶງດູດນັກທ່ອງທ່ຽວພາຍໃນປະເທດເຂົ້າໄປທ່ອງ ທ່ຽວພາຍໃນແຂວງບໍລິຄຳໄຊ ໃນປີນີ້ໃຫ້ບັນລຸ 105.000 ຄົນ ຕາມທີ່ວາງຄາດໝາຍເອົາໄວ້.
ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ອງແຂວງ ບໍລິຄຳໄຊ ໃຫ້ສໍາພາດວ່າ: 2 ກິດຈະກໍາທີ່ຈະຈັດຂຶ້ນໃນຄັ້ງນີ້ ລວມມີ: ການຈັດງານເທດສະການອາຫານຢູ່ເມືອງຄຳເກີດ ໂດຍການເຊີນເອົາຜູ້ປະກອບການດ້ານອາຫານຈາກແຕ່ລະເມືອງນຳເອົາອາຫານທີ່ເປັນເອກະລັກຂອງຕົນມາວາງສະແດງຂາຍ, ເຂົ້າຮ່ວມການປະ ກວດອາຫານ ແລະ ອື່ນໆ. ສ່ວນອີກອີກ 1 ກິດຈະກໍາແມ່ນການຈັດຂະບວນຄາລາວານສື່ມວນຊົນພາຍໃນແຂວງ ເພື່ອຢ້ຽມຊົມບັນດາສະຖານທີ່ທ່ອງ ທ່ຽວ ແລ້ວນໍາເອົາຂໍ້ມູນທີ່ໄດ້ມາຂຽນເປັນຂ່າວ, ບົດ, ສ້າງວິດີໂອ ແລະ ອື່ນໆ ໂຄສະນາຜ່ານສື່ຂອງຕົນໃຫ້ສັງຄົມຮັບຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ແຂວງບໍລິຄຳໄຊ ໃຫ້ກວ້າງຂວາງກວ່າເກົ່າ. ທັງສອງກິດຈະກຳດັ່ງກ່າວ ຈະຈັດຂຶ້ນໂດຍຕິດພັນກັບມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອໃຫ້ຜູ້ເຂົ້າຮ່ວມກິດຈະກຳມີຄວາມເບີກບານມ່ວນຊື່ນ ແລະ ຮັບປະກັນບໍ່ໃຫ້ມີການຕິດເຊື້ອພະຍາດໂຄວິດ-19.
ທ່ານ ອຸດອນ ສອນສຸລິນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ແຂວງບໍລິຄຳໄຊ ມີສະ ຖານທີ່ທ່ອງທ່ຽວທັງໝົດ 117 ແຫ່ງ, ໃນນີ້ ເປັນສະຖານທີ່ທ່ອງທ່ຽວທໍາມະຊາດ 89 ແຫ່ງ, ວັດທະນະທໍາ 28 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ 3 ແຫ່ງ. ສະເພາະປີ 2020 ຜ່ານມານີ້ ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຢູ່ແຂວງບໍລິຄຳໄຊ 1 ແສນກວ່າຄົນ ຫລື ເທົ່າກັບປະມານ 40% ຈາກທີ່ວາງຄາດໝາຍໄວ້ 3 ແສນຄົນ, ນັກທ່ອງທ່ຽວທີ່ເຂົ້າໄປທ່ອງທ່ຽວເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວຕ່າງປະ ເທດບໍ່ສາມາດເດີນທາງເຂົ້າມາທ່ອງທ່ຽວພາຍໃນແຂວງໄດ້. ສ່ວນປີ 2021 ນີ້ ເບື້ອງຕົ້ນແຂວງບໍລິຄຳໄຊ ວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ປະ ມານ 2 ແສນຄົນ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕ້ອງໄດ້ປັບຕົວເລກດຶງດູດນັກທ່ອງທ່ຽວລົງໃຫ້ໄດ້ປະມານ 105.000 ຄົນ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຈັນທະວອນ ຄຳພິລາວົງ
Loading...