ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບກອງທັບປະ ຊາຊົນລາວ ໃຫ້ແກ່ກອງບັນຊາການປ້ອງ ກັນຄວາມສະຫງົບ ແຂວງຢູນານ ສ.ປ ຈີນ ຂຶ້ນໃນວັນທີ 21 ກັນຍາ 2022, ທີ່ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍ ແດນ, ສະຫາຍ ພົນໂທ ຢວນຢ່າຟິງ ຫົວຫນ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຢູນານ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງ ສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ຈັນທອນ ພັນທະສອນ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງ ກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະ ພາບກອງທັບປະຊາຊົນລາວ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງ ຍໍ, ຊຶ່ງກະຊວງປ້ອງກັນປະເທດໄດ້ມອບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ກົມກອງລວມໝູ່ ແລະ ບຸກຄົນຄື: ມອບຫຼຽນໄຊພິລະອາດຫານຊັ້ນ ll ໃຫ້ 1 ກົມກອງ, ບຸກຄົນ 3 ສະຫາຍ, ມອບຫຼຽນໄຊພິລະອາດຫານຊັ້ນ lll ໃຫ້ 3 ກອງພັນ, ບຸກຄົນ 10 ສະຫາຍ ແລະ ມອບຫຼຽນກາມິດຕະພາບໃຫ້ບຸກຄົນ 20 ສະຫາຍ ທີ່ມີຜົນງານໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານລະ ຫວ່າງ ລາວ-ຈີນ ກໍຄືການເປັນຄູ່ຮ່ວມມື ຍຸດທະສາດໝັ້ນຄົງ, ຍາວນານຕາມທິດ 4 ດີລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ຍືນຍົງທີ່ໄດ້ປະຕິບັດໜ້າທີ່ວຽກງານຮ່ວມ ມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມກັນມາເປັນເວລາ 10 ປີ ຊຶ່ງເປັນຜົນສໍາເລັດ ແລະ ມີຜົນງານຢ່າງໃຫຍ່ຫຼວງທີສອງຝ່າຍໄດ້ຮ່ວມມືກັນມາ.
(ພາບ: ສົມໄຊ, ຂ່າວ ກິນນະຄອນ)