ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 1 ທັນວາ 2021 ທີ່ສະໂມສອນເກົ່າຂອງແຂວງ ເທດສະບານເມືອງຜົ້ງສາລີ ທາງກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ແລະ ເມືອງຜົ້ງສາລີ ຮ່ວມກັບ ອົງການພັດທະນາຈາກປະເທດຝຣັ່ງ (AFD) ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການ ເພື່ອຮັບຮອງໂຄງການສົ່ງເສີມ ແລະ ປົກປ້ອງສິນຄ້າຖິ່ນກຳເນີດຊາກໍແມນຂຶ້ນ ໂດຍການເຂົ້າຮ່ວມກອງປະຊຸມຂອງທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວຫນ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ປອ ວັນໄຊ ແສນຍອດ ເຈົ້າເມືອງຜົ້ງສາລີ, ມີທ່ານ ທະນູຄຳ ປິດຈະວົງ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຄົມຊາກໍແມ່ນເຂົ້າຮ່ວມ
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຄວາມເປັນມາຂອງໂຄງການສົ່ງເສີມ ແລະ ປົກປ້ອງສິນຄ້າຖິ່ນກຳເນີດຊາກໍແມນ ພາຍໃຕ້ການຮ່ວມມືລະຫວ່າງກົມຊັບສິນທາງປັນຍາ ກັບ ອົງການ ແກັຣດ (GRET)ໂດຍການສະຫນອງທາງດ້ານງົບປະມານອົງການພັດທະນາຈາກປະເທດຝຣັ່ງ (AFD); ການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດ ເພື່ອຜົນປະໂຫຍດຂອງສະມາຊິກສະມາຄົມຊາກໍແມນ; ການນຳໃຊ້ກາຫມາຍຖິ່ນກຳເນີດແຫ່ງຊາດ; ຂັ້ນຕອນການຕໍ່ທະບຽນຂອງສະມາຄົມ ແລະ ປຶກສາຫາລືກັນກ່ຽວກັບບົດບາດ, ສິດ ແລະ ຫນ້າທີ່ຂອງສະມາຄົມ, ຫນ້າທີ່ຂອງຄະນະບໍລິຫານງານແຕ່ລະຄົນໃນການຄຸ້ມຄອງວຽກງານຖິ່ນກຳເນີດ, ລະບຽບການກ່ຽວຂ້ອງ, ຂໍ້ຈຳກັດ ແລະ ໂອກາດຕ່າງໆ, ຄວາມຕ້ອງການທີ່ຈຳເປັນສຳລັບວຽກງານສະມາຄົມ ອຸປະກອນ, ເຄື່ອງມື ແລະ ການນຳສະຫນັບສະຫນູນທາງດ້ານການເງິນ, ແຜນກິດຈະກຳ ແລະ ງົບປະມານ ສຳລັບປີ 2021 -2022, ແຜນວຽກຕໍ່ຫນ້າ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຫນ້າວຽກ.
ທັງນີ້ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ສະມາຄົມ ທາງດ້ານວຽກງານການກວດກາ, ການຢັ້ງຢືນສິນຄ້າຖິ່ນກໍາເນີດ, ການຂະຫຍາຍສະມາຊິກ ແລະ ການຄຸ້ມຄອງການດໍາເນີນງານຂອງສະມາຄົມ ແນ່ໃສ່ເຮັດໃຫ້ສະມາຊິກຂອງສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບຜົນປະໂຫຍດຈາກການນໍາໃຊ້ຖິ່ນກໍາເນີດໃຫ້ໄດ້ຫຼາຍເທົ່າທີ່ຈະເປັນໄປໄດ້.
ຂ່າວ: ສົມຄິດ ແກ້ວນວນລາ (ແຂວງຜົ້ງສາລີ)