ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມື່ອບໍ່ດົນມານີ້, ແນວພັນ​ຜັກກາດນໍ້າມັນ “ຢຸນ​ໂຢ​ຈາ 15” ຊື່ງເລືອກເພາະປູກໂດຍສູນຄົ້ນຄວ້າພືດເສດຖະກິດຂອງສະຖາບັນວິທະຍາສາດກະສິກໍາແຂວງຢຸນນານ ໄດ້ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ແນວພັນຫຼັກ ແລະ ເຕັກໂນໂລຊີສົ່ງເສີມຫຼັກ ​ໃນການຜະລິດ ນໍ້າມັນພືດ ແລະ ​ທັນ​ຍາຫານປີ 2022 ຂອງ ກະຊວງກະສິກໍາ ແລະ ຊົນນະບົດ ສປ ຈີນ.
ໄລຍະ ສະເລ່ຍ​ໃນການ​ປູກຜັກກາດນໍ້າມັນ “​ຢຸນ​ໂຢ​ຈາ 15” ແມ່ນ 174,9 ວັນ, ມັນເປັນແນວພັນປະສົມຂອງຜັກກາດນໍ້າມັນທີ່ມີໄລຍະການ​ປູກສັ້ນທີ່ສຸດທີ່ ເພາະປູກຢູ່ແຂວງຢຸນນານ. ອັດ​ຕາ​ມີນໍ້າມັນຂອງແນວພັນນີ້ໄດ້ບັນລຸເຖິງ 45,53%, ຜົນຜະລິດສະເລ່ຍຕໍ່ມູ່(ມູ່ເປັນຫົວໜ່ວຍເນື້ອທີ່ຂອງຈີນ, 1 ເຮັກຕາ = 15 ມູ່ )ແມ່ນ 239,68 ກິໂລ, ມີຈຸດພິເສດຄື: ຜົນຜະລິດສູງ ແລະ ​ອັດ​ຕາ​ມີນໍ້າມັນສູງ, ພ້ອມດຽວກັນນັ້ນ, ມັນຍັງສາມາດທົນທານຕໍ່ອາກາດແຫ້ງແລ້ງ ແລະ ດິນຈືດໄດ້, ມີຜົນຜະລິດສູງ ແລະ ໝັ້ນຄົງ, ເໝາະ​ສຳ​ລັບປູກ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໄດ້ຢ່າງກວ້າງຂວາງ, ສາມາດປູກ​ຕາມ​ໄຮ່​ທີ່​ມີເນື້ອທີ່ກວ້າງ​ຂວາງຢູ່ດິນ​ຂີ້​ຊາຍ ແລະ ເຂດກາສະເຕີໄດ້. (ໜັງສືພິມລາຍວັນຢຸນນານ)