ກອງປະຊຸມ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022. ຂອງແຂວງວຽງຈັນ ຈັດຂຶ້ນຢູ່ທີ່ ສະໂມສອນໃຫຍ່ ຫ້ອງວ່າການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ມີຮອງເລຂາພັກແຂວງ ຄະນະປະຈຳ, ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງ ແລະ ພະແນກການເຂົ້າຮ່ວມ.
ໃນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາສະຫຼຸບຕີລາຄາຄືນ ການຈັດຕັ້ງປະປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2022 ເຫັນວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງແຂວງ ແມ່ນມີຄວາມຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ 19 ຄວາມຫຍຸ້ງຍາກດ້ານງົບປະມານຂອງລັດ, ເງິນກີບອ່ອນຄ່າແຮງ, ອັດຕາເງິນເຟີ້ສູງ ແລະ ເກີດມີຂໍ້ຂັດແຍ່ງດ້ານຄວາມໝັ້ນຄົງຂອງບັນດາປະເທດມະຫອຳນາດທາງດ້ານເສດຖະກິດ-ພະລັງງານ, ການເຕີບໂຕທາງດ້ານເສດຖະກິດ 6ເດືອນຕົ້ນປີ 2022 ລວມຍອດຜະລິດຕະພັນພາຍໃນ GDP ຂອງແຂວງ ຂະຫຍາຍຕົວ 2,80% ຄິດເປັນມູນຄ່າ 4,507 ຕື້ກີບ, ເທົ່າກັບ53,32%ຂອງແຜນການ ຂະແໜງກະສິກຳ ຂະຫຍາຍຕົວ 2,9% ກວມເອົາ 51,80%, ຂະແໜງອຸດສາຫະກຳ 3,1% ກວມເອົາ 24,60%, ຂະແໜງບໍລິການຂະຫຍາຍຕົວ 2,6% ກວມເອົາ 21,97% ແລະ ພາສີອາກອນຂະຫຍາຍຕົວ 0,6% ກວມເອົາ 1,63ສ່ວນຮ້ອຍຂອງ GDP ໃນນີ້ໄດ້ກວມເອົາ ກະສິກຳປ່າໄມ້, ພະລັງງານບໍ່ແຮ່, ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ການນຳເຂົ້າ-ສົ່ງອອກ, ການທ່ອງທ່ອງທ່ຽວ,ການຂົນສົ່ງ,ການລົງທຶນ, ທະນາຄານກອງທຶນ. ເອົາໃຈໃສ່ດ້ານຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ.ວຽກງານສາທາລະນະສຸກໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 11 ຕົວຊີ້ບອກຂອງຂະແໜງສາທາລະນະສຸກ.ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວການພັດທະນາເສດຖະກິດສັງຄົມ, ເຫດການສຳຄັນຕ່າງໆ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ານໂທລະລະພາບ-ວິທະຍຸກະຈາຍສຽງ,ໂທລະໂຄ່ງ ແລະ ສື່ອອນລາຍໃນທົ່ວສັງຄົມ.
ວຽກງານພັດທະນາສີມືແຮງງານ ທົ່ວແຂວງມີແຮງງານທັງໝົດ 261,819 ຄົນ ໃນນີ້ຂົງເຂດກະສິກຳກວມ 60,28% ອຸດສາຫະກຳກວມ 15,10% ແລະ ບໍລິການກວມ 22,62%.ໄດ້ຍົກລະດັບຊີວິກການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ໄດ້ເອົາໃຈໃສ່ພັດທະນາຊົນນະບົດ ແລະ ຈັດສັນອາຊີບຄົງທີ່ໃນ 7 ຈຸດສຸມຂອງແຂວງ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ ໄດ້ຄົ້ນຄ້ວາຈັດສັນດິນຈຸນລະພາກຂັ້ນບ້ານ, ອອກໃບຕາດິນຖາວອນ, ຈົດທະບຽນນິຕິກຳທີ່ດິນ, ສືບຕໍ່ເກັບກຳຂໍ້ມູນ ແລະ ສ້າງສຳນວນດັດແກ້ໃບຕາດິນທີ່ຖືກຜົນກະທົບຈາກໂຄງການທາງດ່ວນ ແລະ ຫັນສິດນຳໃຊ້ດິນຂອງລັດຄຸ້ມຄອງມາເປັນຂອງບຸກຄົນ ທົົບທວນແຜນຄຸ້ມຄອງອອກອະນຸຍາດຢັ້ງຢືນດ້ານສິ່ງແວດລ້ອມໃຫ້ແກ່ໂຄງການໃໝ່ ແລະ ລົງເກັບກຳຂໍ້ມູນການຂຶ້ນບັນຊີກິດຈະການທີ່ນຳໃຊ້ນໍ້າ ແລະ ກວດກາຕິດຕາມຄຸນນະພາບນໍ້າໜ້າດິນຕາມສາຍນໍ້າຕ່າງໆເປັນປົກກະຕິ. ນອກຈາກນັ້ນຍັງໄດ້ເອົາໃຈໃສ່ການສ້າງພື້ນຖານທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ. ໄດ້ເອົາໃຈໃສ່ຄຸ້ມຄອງ-ບໍລິຫານລັດຢ່າງມີປະສິດທິພາບ,ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະໄດ້ຮັບການປົກປ້ອງຕາມທິດການຄຸ້ມຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.
ໃນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາພິຈາລະນາດ້ານດີເພື່ອເສີມຂະຫຍາຍ ແລະ ຊອກຫາດ້ານອ່ອນເພື່ອແກ້ໄຂໃນຕໍ່ໜ້າ ພ້ອມດຽວກັນນີ້ຍັງໄດ້ຜ່ານທິດທາງແຜນການພັດທະນາເສດຖະກິດສັງຄົມຂອງ ແຂວງວຽງຈັນ ໃນ 6 ເດືອນທ້າຍປີ 2022ຕື່ມອີກ.

