ແຂວງສະຫວັນນະເຂດ ຕາງໜ້າໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບອົງການອະນຸລັກສັດປ່າ (WCS) ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຢູ່ບ້ານຕານສຸມ, ເມືອງຈໍາພອນ ໃນວັນທີ 30 ມິນາ 2022 ໂດຍມີ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາຈັນ ສີດາວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພ້ອມດ້ວຍຫົວໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການປົກຄອງ 4 ເມືອງເປົ້າໝາຍໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ແຂ້ນ້ອຍທີ່ນໍາມາປ່ອຍໃນຄັ້ງນີ້ ເປັນແຂ້ນ້ອຍພັນພື້ນເມືອງລາວ ຈໍານວນ 47 ໂຕ ໂດຍປ່ອຍໃສ່ອ່າງຈຽວທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອອະນຸລັກແຂ້.


ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ວ່າ: ຍ້ອນຊີວະນາໆ ພັນຂອງ ສປປ ລາວ ນັບມື້ຖືກໄພຂົ່ມຂູ່ ເປັນຕົ້ນ: ພື້ນທີ່ປ່າໄມ້ຫຼຸດລົງ, ຖິ່ນຢູ່ອາໃສສັດປ່າຖືກທໍາລາຍ ແລະ ສະ ຖານະພາບ ຂອງແມ່ນໍ້າ, ຫ້ວຍ, ຮ່ອງ, ຄອງບຶງ ແລະ ດິນບໍລິ ເວນນໍ້າເຊື່ອມໂຊມ ເນື່ອງຈາກພົນລະເມືອງຂອງປະຊາຊົນໃນທ້ອງຖິ່ນນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການພື້ນທີ່ກະສິກໍາ ແລະ ຊົມໃຊ້ຊັບພະຍາກອນດັ່ງກ່າວຫຼາຍຂຶ້ນເລື້ອຍໆ ແຕ່ຂາດການວາງແຜນນໍາໃຊ້ແບບຍືນຍົງ, ດັ່ງນັ້ນ, ໃນວັນທີ 24 ກຸມພາ 2020 ລັດຖະບານ ໄດ້ຮັບຮອງເອົາໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນໃນ 4 ເມືອງເປົ້າໝາຍຂອງແຂວງສະຫວນນະເຂດ ຄື: ຈໍາພອນ, ໄຊບູລີ, ຊົນບູລີ ແລະ ສອງຄອນ ເຊີ່ງຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ WCS ເປັນເວລາ 5 ປີ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU), ອົງການພັດທະນາແຫ່ງປະເທດຝລັ່ງ (AFD) ແລະ ມູນນິທິມາກະເລັດ ຄາຣກິວ (MACP) ທັງໝົດ 1.213.826 ໂດລາສະຫະລັດ. ຜ່ານການຈັດຕັ້ງປະຕິບັດວຽກງານມາຮອດປັດຈຸບັນ ໄດ້ປະສົບຜົນສໍາເລັດວຽກງານໂດຍພື້ນຖານ ຄື: ໄດ້ດໍາເນີນການສໍາຫຼວດຊະນິດພັນ, ຈໍານວນປະຊາ ກອນ, ສາຍພັນ ແລະ ການຂະ ຫຍາຍພັນໃນປີ 2019 ທາງທິມງານຂອງອົງການອະນຸລັກສັດປ່າຮ່ວມກັບອົງການປົກ ຄອງທ້ອງຖິ່ນ ໄດ້ດໍາເນີນການສໍາຫຼວດຊອກຫາຈໍານວນ ແຂ້ນໍ້າຈືດ ຫຼື ແຂ້ພື້ນເມືອງ ແລະ ພົບຮັງໄຂ່ທີ່ກູດຫມາກແຜ້ວ ກຸດຜີນ້ອຍ ເຂດບ້ານຕານສຸມ, ເມືອງຈໍາພອນ, ແຂວງ ສະຫວັນນະເຂດ.

ທ່ານຫົວໜ້າກົມປ່າໄມ້ ໃຫ້ຮູ້ຕື່ມວ່າ: ແຂ້ນ້ອຍທີ່ນໍາມາປ່ອຍຄັ້ງນີ້ ທີ່ທາງໂຄງ ການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸບານໄວ້ເກືອບ 2 ປີ ເມື່ອເຫັນແຂ້ນ້ອຍດັ່ງກ່າວມີສຸຂະພາບແຂງແຮງດີ ພາກ ສ່ວນກ່ຽວຂ້ອງຈິ່ງຈັດພິທີປ່ອຍລົງສູ່ບຶງທໍາມະຊາດດັ່ງເດີມຂອງມັນ ເພື່ອເປັນຊັບ ສົມບັດຂອງ ສປປ ລາວ ທີ່ຄວນຄຸ້ມຄອງ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງ ເພາະຢູ່ບໍລິເວນນໍ້າເຊຈໍາພອນ ຍັງມີປະຊາກອນແຂ້ ປະມານ 100 ກວ່າໂຕ ຕາມການປະ ເມີນຈາກການສໍາຫຼວດເກັບກໍາຂໍ້ມູນ ຂອງຊ່ຽວຊານ ແຕ່ ປີ 2003 ເຖິງປັດຈຸບັນ.

ຂ່າວ: ບຸນຕຽງ
ພາບ: ໝອນ, LNTV