ກອງປະຊຸມຜູ້ບໍລິຫານການສືກສາ ແລະ ກິລາ ທົ່ວແຂວງສາລະວັນ ໄດ້ຈັດຂຶ້ນ ໃນວັນທີ 8 ພະຈິກ 2021, ຜ່ານລະບົບກອງປະຊຸມທາງໄກ ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ພາຍ ໃຕ້ການເປັນປະທານຂອງ ທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງ, ມີທ່ານຮອງຫົວໜ້າພະແນກ, ຫົວໜ້າ-ຮອງຂະແໜງ, ສູນການສຶກສາ, ສູນນິເທດ, ຫົວໜ້າໜ່ວຍງານ ແລະ ຜູ້ອຳນວຍການໂຮງຮຽນວິຊາຊີບພາກລັດ-ເອກະຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາການສືກສາ ແລະ ກິລາປະຈໍາສົກຮຽນ 2020-2021 ໃນໄລຍະເລີ່ມຕົ້ນ, ໂດຍສະເພາະໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ, ເຊີ່ງເຮັດໃຫ້ລະບົບການຮຽນ-ການສອນ ບໍ່ເປັນປົກກະຕິ ເປັນຕົ້ນ: ກິດຈະກຳ ແລະ ວຽກງານຈຸດສຸມຕ່າງໆ ມີຄວາມຫຼ້າຊ້າ, ບາງກິດຈະກໍາການຮຽນ-ການສອນ ໄດ້ໂຈະ ຫຼື ເລື່ອນເວລາອອກໄປ ເຮັດໃຫ້ການຮຽນ-ການສອນ ບໍ່ໄປຕາມຫຼັກສູດການຮຽນທີ່ວາງໄວ້, ເຊີ່ງເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ຕໍ່ກັບການຍົກຄຸນນະພາບການຮຽນ-ການສອນ ທຸກຂັ້ນທຸກຊັ້ນຮຽນ ຄຽງຄູ່ກັນນັ້ນ ຕ້ອງໄດ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແຕ່ກໍ່ຍັງປະສົບບັນຫາກັບຄວາມຫຍຸ້ງຍາກ ເຊັ່ນ: ອຸປະກອນຮັບໃຊ້ ຍັງມີຈຳກັດ ເປັນຕົ້ນ: ເຄື່ອງວັດແທກອຸນຫະພູມ, ຜ້າອັດປາກ-ດັງ, ສະບູ ແລະ ເຈວລ້າງມື ແລະ ອື່ນໆ.
ສຳລັບການຈັດການຮຽນ-ການສອນ ແບບອອນລາຍ ກໍ່ຍັງມີຄວາມຫຍຸ້ງຍາກ, ຂາດອຸປະກອນ, ບາງໂຮງຮຽນ ການຮັບສັນຍານອິນເຕີເນັດ ຍັງບໍ່ທົ່ວເຖີງ ແລະ ການເຂົ້າເຖີງໂທລະພາບ ຊ່ອງທາງການຮຽນຮູ້ຕ່າງໆຈາກກະຊວງ ຍັງຈຳກັດ, ນອກນັ້ນດ້ານບຸກຄະລາກອນ ຍັງມີຄວາມຮູ້ຈຳກັດ, ຂາດຄວາມຊຳນິຊຳນານໃນການໃຊ້ລະບົບ ICT ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ນັກຮຽນໃນບາງທ້ອງຖີ່ນ ຍັງບໍ່ທັນຄຸ້ນເຄີຍກັບການຮຽນອອນລາຍ, ການຮ່ຳຮຽນບໍ່ຕິດພັນຄືນັ່ງຮຽນໃນຫ້ອງຮຽນ ຫຼື ໃກ້ຊິດກັບຄູອາ ຈານ.
ກອງປະຊຸມ ຄັ້ງນີ້ ຍັງໄດ້ພ້ອມກັນຄົ້ນຄ້ວາ ປະກອບຄໍາຄິດ-ຄຳເຫັນໃສ່ວຽກງານຈຳນວນໜຶ່ງທີ່ຍັງຄົງຄ້າງ ແລະ ບັນຫາ ສິ່ງທ້າທາຍຕ່າງໆ ທີ່ບໍ່ທັນໄດ້ແກ້ໄຂສຳເລັດໃນປີຜ່ານມາ.
ໂດຍ: ກິນດາວັນ ອ້ວນນາຄູ
Loading...