ຕອນເຊົ້າ ວັນທີ 25 ພະຈິກ 2021 ແຂວງສາລະວັນ ໄດ້ຈັດພິທີວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານໄກສອນ ພົມວິຫານ, ອານຸສາວະລີ ນັກຮົບນິລະນາມ ແລະ ອະນຸສາວະລີຮູບປັ້ນຫຼໍ່ເໝືອນອົງແກ້ວ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ( ວັນທີ 2 ທັນວາ ປີ1975 -ວັນທີ 2 ທັນວາ ປີ 2021 ) ແລະວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 101 ປີ ( 13 ທັນວາ 1920 – 13 ທັນວາ 2021 ) ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຄັ້ງນີ້ ປະກອບມີມີທັງໝົດ 8 ກ້ອນກໍາລັງຄື: ສໍາລັບກ້ອນກໍາລັງການນໍາຂອງແຂວງ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງສາລະວັນ, ຕາມດ້ວຍກ້ອນກໍາລັງກຸ່ມປ້ອງກັນຊາດ, ກຸ່ມປ້ອງ ກັນຄວາມສະຫງົບ, ກ້ອນກໍາລັງຈາກກຸ່ມພັກພະນັກງານ, ກ້ອນກໍາລັງກຸ່ມປົກປ້ອງກົດໝາຍ, ກ້ອນກໍາລັງກຸ່ມວັດທະນະທໍາ-ສັງຄົມ, ກ້ອນກໍາລັງກຸ່ມເສດຖະກິດ ແລະ ກ້ອນກໍາລັງກຸ່ມເມືອງສາລະວັນເຂົ້າຮ່ວມ.
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມ ດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະ ຫລະຊີວິດ, ເລືອດເນື້ອເພື່ອປະເທດຊາດ, ໃນພາລະກິດການປະຕິວັດຕໍ່ສູ້ກູ້ຊາດໃນປາງສົງຄາມ ຢ່າງອົງອາດກ້າຫານ ປີຊາສາມາດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຍາດໄດ້ໄຊຊະ ນະປົດປ່ອຍປະເທດຊາດ ວັນທີ 2 ທັນວາ ປີ 1975 ຢ່າງສົມບູນຈົນມາເຖິງເທົ້າທຸກວັນນີ້.
ໂດຍ: ກິນດາວັນ ອ້ວນນາຄູ
Loading...