ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການຈັກສູບນ້ຳ ດ້ວຍພະລັງ ງານແສງຕາເວັນ ຊົນລະປະທານບ້ານບຶງຂາມ ເມືອງ ແລະ ແຂວງສາລະວັນ, ເຊີ່ງເປັນໂຄງການແຫ່ງທຳອິດຂອງແຂວງ ທີ່ທົດລອງການນໍາໃຊ້ພະລັງງານແສງຕາເວັນ ພາຍໃຕ້ໂຄງການສາທິດ ຊົນລະກະເສດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊີ່ງຈັດຂຶ້ນໃນວັນທີ 14 ທັນວານີ້, ທີ່ເຂດຊົນ ລະປະທານ ບ້ານບຶງຂາມ ເມືອງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ, ທ່ານ ນາງ ນໍ້າເຜີ້ງ ຕາງໜ້າຜູ້ໃຫ້ທຶນຈາກ ສປຈີນ ແລະ ບໍລິສັດ, ມີທ່ານຮອງຫົວໜ້າພະແນກ, ຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ວັງປະເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຜ່ານບົດລາຍງານ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ ໄດ້ຈັດຕັ້ງປະຕິບັດຢູ່ ບ້ານບຶງຂາມ ເມືອງສາລະວັນ ເຊີ່ງໄດ້ມີການຕິດຕັ້ງແຝງໂຊລາເຊວ, ນໍາໃຊ້ແຜ່ນໂຊລາເຊວ ທັງໝົດຈຳນວນ 105 ແຜ່ນ, ຂະໜາດ 90 x 220 ຊັງຕິແມັດ ( 450 ວັດຕໍ່ແຜ່ນ), ຕິດຕັ້ງເຄື່ອງສູບນໍ້າ 1 ຊຸດ, ສ້ອມແປງຫຼັງຄາເຮືອແພ, ລ້ອມຮົ້ວກັ້ນສະຖານທີ່ຕິດຕັ້ງແຝງໂຊລາເຊວ, ຝຶກອົບຮົມການນໍາໃຊ້ ແລະ ຄຸ້ມຄອງຮັກສາ ໂດຍໄດ້ຮັບທຶນການສະໜັບສະໜູນຊ່ວຍເຫຼືອຈາກ ພະແນກການຄ້າແຂວງຢູນນານ ສປ.ຈີນ ມູນຄ່າ 1 ແສນໂດລາສະຫະລັດ ຫຼື ປະມານ 1 ຕື້ກວ່າກີບ ແລະ ທຶນສົມທົບຂອງປະຊາຊົນບ້ານບຶງຂາມ ເປັນຕົ້ນ: ແຮງງານ, ວັດຖຸຕ່າງໆ ທີ່ປະກອບສ່ວນເຂົ້າໃນການກໍ່ສ້າງ ມູນຄ່າເກືອບ 7 ລ້ານກີບ ໂດຍແມ່ນບໍລິສັດ ພຣາວເວີຊາຍນາ ຄຸນໜິງ ສປ.ຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການຈັກສູບນ້ຳ ດ້ວຍພະລັງງານແສງຕາເວັນ ແຫ່ງນີ້ ໄດ້ປະຕິບັດພາຍໃຕ້ໂຄງການສາທິດ ຊົນລະກະເສດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເປັນແຫ່ງທຳອິດຂອງແຂວງ ທີ່ໄດ້ທົດລອງປະຕິບັດນຳໃຊ້ພະລັງງານແສງຕາເວັນ ສະໜອງໃຫ້ແກ່ການຜະລິດກະສິກຳຕ່າງໆ ເພື່ອຖອດຖອນບົດຮຽນ, ຮູບ ແບບ ແລະ ວິທີການຕ່າງໆ, ຊັ່ງຊາປະສິດທິພາບ ລະຫວ່າງຮູບເກົ່າ ແລະ ໃໝ່, ການປະຢັດຕົ້ນທຶນການຜະລິດ ແລະ ອື່ນໆ. ທັງສາມາດຫົດເນື້ອທີ່ທໍາການຜະລິດຂອງປະຊາຊົນພາຍໃນບ້ານບຶງຂ້າມ ໄດ້ສອງລະດູ ຈໍານວນ 120 ເຮັກຕາ, ສ້າງເງື່ອນໄຂ, ອໍານວຍຄວາມສະດວກໃຫ້ປະຊາຊົນໄດ້ທໍາການຜະລິດຫຼາຍຂຶ້ນ ເປັນຕົ້ນ: ປູກເຂົ້າ, ປູກພຶດ, ລ້ຽງສັດ ແລະ ອື່ນໆ.


ຈາກນັ້ນ, ກໍໄດ້ມອບ-ຮັບ ຢ່າງເປັນທາງການ, ມອບໂດຍ ທ່ານ ນາງ ນໍ້າເຜີ້ງ ຕາງໜ້າຜູ້ໃຫ້ທຶນ ແລະ ບໍລິສັດພຣາວເວີ ຊາຍນາ ຄຸນໝີງ ສາທາລະນະລັດ ປະຊາ ຊົນຈີນ, ຮັບໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ແລະ ມອບຕໍ່ໃຫ້ອົງການປົກຄອງເມືອງ ກໍ່ຄືຂະແໜງການທີ່ກ່ຽວ ຂ້ອງ, ບ້ານເປັນຜູ້ບົວລະບັດຮັກສາ ແລະ ນໍ້າໃຊໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ