ພິທີດັ່ງກ່າວໄດ້ຈັດຂື້ນຢູ່ສວນສາທາ ລະນະຫົວພັນ-ແທັງຮວ່າ ໃນຕອນເຊົ້າຂອງວັນທີ 25 ທັນວາ 2022 ນີ້ ໂດຍເປັນກຽດເຂົ້າຮ່ວມໃນງານມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ, ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ, ທ່່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ບັນດາພໍ່ແມ່ປະຊາຊົນຊາວແຂວງຫົວພັນເຂົ້າຮ່ວມນຳ.
ແຂວງຫົວພັນເປັນແຂວງທີ່ມີທີ່ຕັ້ງຄວາມສໍາຄັນທາງປະຫັວດສາດເປັນຖີ່ນກໍາເນີດຂອງສ ປ ປ ລາວ, ເປັນແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວປະຫັວດສາດ, ທໍາ ມະຊາດ ແລະ ວັດທະນະທໍາເປັນຕົ້ນແມ່ນ: ປະຫັວດສາດເມືອງວຽງໄຊ, ຫີນຕັ້ງຫົວເມືອງ, ພູຜາຖີ່, ບໍ່ນໍ້າຮ້ອນເມືອງຮ້ຽມ, ນ້ໍາຕົກຕາດສະເຫຼີຍ ພ້ອມດຽວກັນສີ່ງທີ່ໂດດເດັ່ນແມ່ນການຕ່ໍາຫູກທໍ່ໄຫມສີໄມ້ລາຍມືອັນປານີດຂອງເອື້ອຍ ນ້ອງແມ່ຍິງຊາວແຂວງຫົວພັນ ນອກນີ້ຍັງມີອາ ຫານທີ່ເປັນເອກະລັກຂອງຕົນ, ມີວິຖີຊີວິດທີ່ດັ້ງເດີມປະຊາຊົນບັນດາເຜົ່າທີ່ມີມູນເຊື້ອໂອບເອື້ອອາລີຮັກແຂກແພງຄົນ, ນອກນີ້, ຍັງເປັນແຂວງ ທີ່ມີທີ່ຕັ້ງພູມສັນຖານທີ່ມີຫ້ວຍເລິກພູສູງ, ມີອາກາດຫນາວເຢັນ, ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫຼອດປີ ພ້ອມທັງຄວາມສວຍງາມຂອງດອກໄມ້ທໍາມະຊາດຕາມລະດູການຫຼາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກຮ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກ່ວາຫມູ່ແມ່ນດອກຄາຍປ່າເຊີ່ງມີຄວາມເປັນເອກະລັກສະເພາະ ແລະ ງົດງາມພິເສດເປັນສີບົວຈາງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະດອກໄມ້ປະຈໍາຊາດຂອງຍີ່ປຸ່ນ ເຊີ່ງພົບເຫັນຫຼາຍກ່ວາຫມູ່ແມ່ນຢູ່ເມືອງຫົວເມືອງ, ເມືອງຊໍາເຫນືອ ແລະ ເມືອງອື່ນໆ.
ໃນໄລຍະຜ່ານມາກໍ່ຄືປະຈຸບັນອຳນາດການປົກຄອງແຂວງຫົວພັນໄດ້ສຸມໃສ່ການພັດທະນາເທດສະບານຕົວເມືອງຊໍາເຫນືອມີຄວາມສວຍສົດງົດງາມ, ເປັນຕົວເມືອງສີຂຽວແບບທໍາມະຊາດ ຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ;ໃນປີ 2008 ທາງແຂວງໄດ້ເລີ້ມປູກດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທດສະບານຕົວເມືອງຊໍາເຫນືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍ່ໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທດສະບານຕົວເມືອງຊໍາເຫນືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະຫນາມບິນ ຫນອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນໄຂ.
ມາຮອດປັດຈຸບັນທົ່ວແຂວງຫົວພັນໄດ້ປູກດອກຄາຍປ່າທັງຫມົດຈໍານວນ 160,552 ຕົ້ນ, ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ; ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸຣະຈໍານວນຫນື່ງ ໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫຼາຍຂື້ນໂດຍສະເພາະແມ່ນການທ່ອງທ່ຽວ“ ລາວ-ທ່ຽວ-ລາວ” ນັກທ່ອງທ່ຽວສ່ວນຫຼາຍແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາພັດອາກາດບໍລິສຸດ;ດອກຄາຍປ່າຈາກທໍາມະຊາດທີ່ມີຄວາມງາມໂດດເດັ່ນ, ມີສະເຫນ່ເປັນເອກະລັກສະເພາະໄດ້ສ້າງຄວາມປະທັບໃຈ ແລະ ໄດ້ກາຍມາເປັນກະແສນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊີ່ງເປັນທ່າແຮງດືງດູດແຂກຄົນໃຫ້ເຂົ້າມາຢ້ຽມ ຢາມ ແລະ ທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂື້ນ,ເຮັດໃຫ້ແຂວງ ກໍ່ຄືປະຊາຊົນຊາວແຂວງຫົວພັນມີລາຍຮັບເພີ້ມຂື້ນຈາກການຈຳໜ່າຍສີນຄ້າອຸປະ ໂພກ- ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ;ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ,ອົງການປົກຄອງແຂວງຫົວພັນຈີ່ງໄດ້ເຫັນດີ ແລະ ຕົກລົງຮັບຮອງເອົາດອກຄາຍ ປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນ ຜ່ານການເຫັນດີເປັນເອກະພາບຂອງສະພາປະຊາ ຊົນແຂວງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນສະບັບເລກທີ796/ຈຂ.ຫພ, ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້.
ພ້ອມດຽວກັນນີ້ກໍ່ໄດ້ມີການເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ປະຈໍາປີ 2022, ໂດຍບັນ ດາທ່ານແຂກທີ່ເຂົ້າຮ່ວມງານໄດ້ພ້ອມກັນເຂົ້າຮ່ວມພິທີປູກຕົ້ນຄາຍປ່າຢູ່ສວນສາ ທາລະນະຫົວພັນ-ກວ້າງນິງ, ທ່ຽວຊົມຕະຫຼາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸຣະ ຢູ່ສວນສາ ທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງ ທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທດສະບານເມືອງວຽງໄຊຕື່ມອີກ.
ວຽກງານການທ່ອງທ່ຽວພາຍໃນແຂວງໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ໃນປີ 2015 ສະມະຄົມຄົນພິການອາຊີເພື່ອການພັດທະນາປະເທດຍີ່ປຸ່ນ ເຊີ່ງເປັນອົງການທີ່ບໍ່ສັງກັດລັດຖະບານຕາງຫນ້າໃຫ້ລັດຖະບານຍີ່ປຸ່ນໄດ້ສ້າງສວນດອກຊາກຸຣະມິດຕະພາບ “ລາວ-ຍີ່ປຸ່ນ” ຢູ່ທີ່ເມືອງວຽງໄຊ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດຂອງສອງປະເທດຄົບຮອບ 60 ປີ ແລະ ເພື່ອເປັນການຜູກແຫນ້ນຄວາມສາມັກຄີລະຫ່ວາງປະຊາຊົນ 2 ຊາດ ລາວ-ຍີ່ປຸ່ນໃຫ້ນັບມື້ແຫນ້ນແຟ້ນຍິ່ງຂື້ນ;ຜ່ານມາແຂວງຫົວພັນໄດ້ຮັບລາງວັນການທ່ອງທ່ຽວແບບອານຸລັກໂດຍການມີສ່ວນຮ່ວມຂອງປະ ຊາຊົນຈາກອົງການທ່ອງທ່ຽວໂລກ; ລາງ ວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສ ປ ປ ລາວ.
ເມືອງວຽງໄຊໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະ ໃນບໍ່ດົນມານີ້ແຂວງຫົວພັນກໍ່ໄດ້ປະກາດຮັບຮອງເອົາຂັບຊໍາເຫນືອ ແລະ ພູມປັນ ຍາການຕ່ຳຜ້າໄຫມມ້ອນຫົວພັນເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖີ່ນຂອງແຂວງຫົວພັນ; ປັດຈຸບັນອຳນາດການປົກຄອງແຂວງໄດ້ເລັ່ງໃສ່ພັດທະນາເສັ້ນທາງເຂົ້າເຖີງແຫຼ່ງທ່ອງ ທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວ, ປັບປຸງ ແລະ ສ້າງສີ່ງອຳນວຍຄວາມສະດວກຕ່າງໆເພື່ອບໍລິການໃຫ້ແກ່ນັກທ່ອງທ່ຽວ.
ໂອກາດນີ້ທ່ານ ແລະ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ, ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ ແລະ ທ່່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ຮ່ວມຕັດແຖບຜ້າ, ລັ່ນຄ້ອງ ແລະ ປ່ອຍປຸ້ມເປົ້າເປີດງານຢ່າງເປັນທາງການ.
ຂ່ວ-ພາບ: ໄອແກ້ວ












