ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 6 ພຶດສະພາ 2022 ນີ້ຢູ່ທີ່ຫໍວັດທະນະທໍາແຂວງຫຼວງນໍ້າທາໄດ້ຈັດພິທີສະເຫຼີມສະຫຼອງວັນປົດປ່ອຍຫຼວງນໍ້າທາວັນທີ 6 ພຶດສະພາ ປີ 1962 ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ທີ 24 ພຶດສະ ພາ ປີ 1962 ຄົບຮອບ 60 ປີ, ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຂົ້າຮວ່ມມີທ່ານ ພົນຕີ ຈັນທອງ ສອນຕະອາດ ຄະນະປະຈໍາພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຈັນສະແຫວງ ທິບຄຸນທອງ ຄະນະພັກ, ຮອງຫົວໜ້າ ຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ, ສະຫາຍ ຫຽວນດັງຮຸງ ຫົວໜ້າກົງສູນໃຫ່ຍ ແຫ່ງ ສສ ຫວຽດນາມ ແລະ ຜູ້ຕາງໜ້າທູດການທະຫານ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ, ມີຮອງເລຂາພັກແຂວງ, ກຳມະການປະຈໍາພັກແຂວງ, ກຳ ມະການພັກແຂວງ, ມີສະມາຊີກສະພາແຫ່ງຊາດ, ສະພາປະຊາ ຊົນ, ເລຂາພັກເມືອງ, ຫົວໜ້າພະແນກ – ຮອງພະແນກ, ພະນັກ ງານປະຕິບັດອາວຸ – ໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ລັດວິສາຫະກິດ, ອົງການປົກຄອງບ້ານ 8 ບ້ານເທດສະບານແຂວງ, ຄູ – ອາຈານ ຕະຫຼອດຮອດນັກຮຽນນັກສຶກສາເຂົ້າຮວ່ມ.
ທ່ານ ຄໍາໄຫຼ ສີປະເສີດ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຂື້ນຜ່ານບົດຫວນຄືນມຸນເຊື້ອ ວັນປົດປ່ອຍແຂວງຫຼວງນໍ້າທາ ຕະຫຼອດໄລຍະ 60 ປີຜ່ານມາ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດອັນສະຫງ່າອົງອາດແຫ່ງການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດ ເປັນເວ ລາຫຼາຍພັນປີ, ມາຮອດທ້າຍສັດຕະວັດທີ 19 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຍຶດຄອງ ເອົາປະເທດລາວເປັນຫົວ ເມືອງຂຶ້ນ; ພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ປະ ຊາຊົນລາວ ກໍ່ຄືປະຊາຊົນບັນດາເຜົ່າ ພາຍໃນແຂວງຫຼວງນໍ້າທາ, ໃນໄລຍະນີ້ ຢູ່ເຂດເມືອງໄຊ, ເມືອງຮຸນ ໄດ້ຮັບການປົດປ່ອຍ, ຕໍ່ໜ້າສະພາບການດັ່ງກ່າວຈັກກະ ພັດອາເມລິກາ ແລະ ລູກແຫຼ່ງຕີນມືຂອງພວກມັນ ໄດ້ຂົນກໍາລັງ ເຂົ້າມາແຂວງຫຼວງນໍ້າທາ ໃນທຸກດ້ານ, ເພື່ອຈັ້ງທ່າສູ້ຢັນກັບກອງ ທັບ ແລະ ປະຊາຊົນພາກເໜືອຂອງລາວ, ເພື່ອຫວັງບຽດຍືດເອົາທົ່ງພຽງຫຼວງນ້ຳທາ ເປັນຖານທີ່ໝັ້ນ ແລະ ເປັນແປ້ນຢັນທີ່ແຂງແກ່ນ ເພື່ອບຸກໂຈມຕີເຂົ້າທາງພາກເໜືອຂອງປະເທດຫວຽດ ນາມ ແລະ ຕັດຂາດເສັ້ນທາງລຳລຽງຂົນສົ່ງຈາກຫວຽດນາມ ແລະ ຈີນ ເຂົ້າມາພາກເໜືອຂອງປະເທດເຮົາ. ໂດຍເຫັນໄດ້ກົນ ອຸບາຍດັ່ງກ່າວມາຮອດ ເດືອນມັງກອນ ປີ 1962 ສູນກາງພັກປະຊາຊົນປະຕີວັດລາວ ຈິ່ງຕົກລົງເປີດບັ້ນຮົບປົດປ່ອຍຫຼວງນໍ້າທາຂຶ້ນຢ່າງເປັນທາງການ, ໂດຍປະ ຕິບັດຕາມການຕົກລົງຂອງສູນກາງພັກ, ກອງທັບ ແລະ ປະຊາຊົນລາວທົ່ວປະເທດ, ເວົ້າລວມ; ເວົ້າສະເພາະ ແມ່ນກອງທັບ ແລະ ປະຊາຊົນບັນດາແຂວງພາກເໜືອຂອງລາວຈິ່ງຮີບຮ້ອນເຕົ້າໂຮມກຳລັງ, ອາວຸດລູກກະສູນ, ວັດຖຸອຸປະກອນ, ສະບຽງອາຫານ, ຍານພາຫະນະ ແລະ ເງື່ອນໄຂດ້ານຕ່າງໆໃຫ້ແກ່ບັ້ນຮົບປົດປ່ອຍຫຼວງນ້ຳທາ; ມາຮອດວັນທີ 7 ເມສາ 1962 ກອງບັນຊາການດ້ານຮົບໄດ້ຮັບການສ້າງຕັ້ງຂຶ້ນ, ຝ່າຍປະເທດລາວ ແມ່ນສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າ ເສນາທິການກອງທັບປະຊາຊົນລາວ, ສະຫາຍ ຫຸມແພງ ເປັນຫົວໜ້າ ກອງບັນຊາການທະຫານ ພາກເໜືອຂອງລາວ ແລະ ສະຫາຍອື່ນໆ; ຝ່າຍຫວຽດ ນາມ ຜູ້ບັນຊາການສູງສຸດ ແມ່ນສະຫາຍ ພົ.ວ ເຈີນໂດະ ກໍາມະການສູນກາງພັກ, ເປັນຫົວໜ້າການເມືອງ, ພົ.ວ ບັງຢາງ ຜູ້ບັນ ຊາການທະຫານເຂດໄຕບັກ ທັງເປັນຜູ້ບັນຊາການທະຫານອາສາສະໝັກຫວຽດນາມ ປະຈໍາພາກເໜືອຂອງລາວ, ພັ.ອ ຫງຽນຫີວອານ ເປັນຫົວໜ້າເສນາທິການ, ພັ.ອ ເຍືອງກື້ເຕີມ ເປັນຮອງການເມືອງ ແລະ ສະຫາຍ ພັ.ທ ບຸ່ງຝຸ່ງ ຮັບຜິດຊອບພາລາ; ກໍາລັງປະ ກອບອາວຸດທີ່ເຂົ້າຮ່ວມໃນຍຸດ ທະບັ້ນຮົບໃນຄັງນີ້ຝ່າຍປະເທດລາວມີກອງພັນທີ 2, ກອງພັນນ້ອຍ 701 ແລະ ກອງຮ້ອຍເອ ກະລາດຂອງກໍາລັງທະຫານທ້ອງຖິ່ນຈໍານວນໜຶ່ງ ເຊິ່ງນໍາໂດຍ ສະ ຫາຍ ຄໍາແພງ, ສະຫາຍ ສະຫຼອງ, ສະຫາຍ ຄໍາວົງ ວັນຄໍາ, ສະຫາຍ ອຸດອນ ລາດສະຫວ່າງ ເປັນຜູ້ບັນຊາ. ສ່ວນກໍາລັງທະຫານອາ ສາສະໝັກຫວຽດນາມ ປະກອບມີກອງພົນນ້ອຍ 316, ກອງພົນນ້ອຍ 335, ກອງພົນນ້ອຍທີ 1, ທີ 3 ທີ 4 ແລະ ກອງພົນນ້ອຍ 330 ການຫ້າງຫາກະກຽມດ້ານຕ່າງໆ ໄດ້ສໍາເລັດລົງ ແລະ ມາຮອດເວລາ 3 ໂມງເຊົ້າ ຂອງວັນທີ 6 ພືດສະພາ 1962. ບັ້ນຮົບປົດ ປ່ອຍຫຼວງນ້ຳທາ ເລີ່ມແຕກສຽງປືນ ໂດຍໃຊ້ກຳລັງໄຟບຸກໂຈມຕີ ຍິງທະລົ່ມໃສ່ຈຸດຕ່າງໆຂອງສັດຕູຢ່າງແຂງແຮງ ອັນເຮັດໃຫ້ກຳລັງຂອງສັດຕູຕົກຢູ່ໃນສະພາບກະ ວົນ, ກະວາຍ ແລະ ບໍ່ສາມາດຈັ້ງທ່າໄດ້. ກໍາລັງໄຟຂອງພວກເຮົາ ກໍ່ສາມາດຍືດໄດ້ບັນດາປ້ອມ ແລະ ໂປດຄ້າຍຂອງທະຫານສັດຕູຫຼາຍຈຸດເຊັ່ນ: ປ້ອມບ້ານຫ້ວຍຫົກ, ບ້ານນານ້ອຍ, ບ້ານປຸງ, ບ້ານນ້ຳປີກ ແລະ ເຂດຕາເວັນອອກສ່ຽງໃຕ້ຂອງທົ່ງພຽງເມືອງຫຼວງນ້ຳທາ; ມາຮອດເວລາ 12 ໂມງ 30 ນາທີ ຂອງວັນທີ 6 ພືດສະພາ 1962 ກອງບັນຊາການທະຫານຍຸດທະບັ້ນຮົບແນວລາວຮັກຊາດ ໄດ້ຍົກຍ້າຍຈາກຈຸດທີ່ຕັ້ງເກົ່າ ຍ້າຍເຂົ້າ ມາຢູ່ເທດສະບານເມືອງຫຼວງນໍ້າທາ, ເຂດສະໜາມບິນ ແລະ ເປັນເຈົ້າຂອງຄຸ້ມຄອງທົ່ງພຽງເມືອງຫຼວງນ້ຳທາ ໄດ້ຢ່າງສີ້ນເຊິງ.
ພາຍຫຼັງສິ້ນສຸດຍຸດທະບັ້ນຮົບປົດປ່ອຍຫຼວງນໍ້າທາ ກໍາລັງທະ ຫານປະເທດລາວ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ປັດເຂ່ຍພວກສັດຕູອອກຈາກວົງສູ້ຮົບໄດ້ 1.800 ຄົນ, ໃນນີ້ GM11 ຖືກດັບສູນໝົດກ້ຽງ, GM15 ແລະ GM18 ຖືກທໍາລາຍຢ່າງໜັກໜ່ວງ; ຈັບທະຫານສັດຕູເປັນສະເລີຍເສິກໄດ້ 1.432 ຄົນ, ຍຶດອາວຸດທຸກສະນິດໄດ້ 600 ກະບອກ, ລູກປືນໄດ້ 150 ໂຕນ, ຍິງເຮືອບິນຕົກ 4 ລໍາ, ປົດປ່ອຍດິນແດນໄດ້ 8.000 ກິໂລຕາແມັດ, ປົດປ່ອຍພົນລະເມືອງໄດ້ 76.000 ຄົນ, ມາຮອດວັນທີ 15 ພຶດສະພາ 1962 ສູນກາງພັກ, ກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ຈິ່ງໄດ້ມີຂໍ້ຕົກລົງສ້າງຕັ້ງ ກອງບັນຊາການທະຫານແຂວງຫຼວງນໍ້າທາຂຶ້ນ ໂດຍແມ່ນ ສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນຜູ້ປະກາດສ້າງຕັ້ງ ກອງບັນຊາການທະຫານແຂວງຫຼວງນໍ້າທາຂຶ້ນ ຢູ່ທີ່ບ້ານນໍ້າແງ້ນ ເມືອງຫຼວງນໍ້າທາ.
ໃນປັດຈຸບັນພື້ນຖານໂຄງລ່າງ ໄດ້ຮັບການປັບປຸງ ແລະ ກໍ່ສ້າງເຊັ່ນ: ໄດ້ປັບປຸງ ແລະ ກໍ່ສ້າງເສັ້ນທາງ, ໄຟຟ້າ, ນໍ້າປະປາ, ສຳ ນັກ ງານຫ້ອງການ, ໂຮງຮຽນ, ໂຮງໝໍ, ສະໜາມບິນ ແລະ ກິດຈະການອື່ນໆ ໄດ້ຮັບການພັດທະນາດີຂື້ນ.
ຈາກນັ້ນທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຂື້ນຜ່ານເອກະສານຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງຫຼວງນໍ້າທາດ້ວຍຄວາມເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກໍາລັງປ້ອງກັນຄວາມສະຫງົບ ຂອງແຂວງຫຼວງນໍ້າທາຍາດມາໄດ້ ຕະຫຼອດໄລຍະ 60 ປີຜ່ານມາ, ໃນພິທີຍັງໄດ້ຮັບການສະໜັບໜູນ ປະກອບສວ່ນຊວ່ຍເຫຼຶອ ເປັນເງີນສົດ ໃນການຈັດພິທີສະເຫຼີມສະຫຼອງວັນປົດປ່ອຍແຂວງຫຼວງນໍ້າທາ 1 ຮອ້ຍລ້ານ ກີບ ຄຶ: ກະຊວງປ້ອງກັນປະເທດ 30 ລ້ານກີບ, ກະຊວງປ້ອງກັນຄວາມສະຫງົບ 10 ລ້ານ ກີບ, ບໍລິສັດ ຈະເລີນຊັບ ຍິ່ງຈະເລີນຈໍາກັດ ແຂວງຫຼວງນໍ້າທາ 20 ລ້ານກີບ, ບໍລິສັດ ໄຊພະຈັນ ກໍ່ສ້າງຈໍາກັດ 20 ລ້ານກີບ, ໂຮງໝໍຟູຢູທາງ 20 ລ້ານກີບ.
ຂ່າວ: ມຸນຕີ