
ໃນວັນທີ 14 ຕຸລາ 2022 ຢູ່ທີ່ເດີນກິລາແຂວງ ຫຼວງນ້ຳທາ ໄດ້ມີພິທີທໍາລາຍຢາເສບຕິດຂື້ນ ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ,ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ, ທ່ານ ພົນຈັດຕະວາ ອິນສົມ ທໍາລະສີນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າພະແນກການ,ອົງການທຽບເທົ່າ,ສອງກອບັນຊາການ, ພະນັກງານ, ນັກ ຮຽນ,ນັກສືກສາ,ບັນດາບໍລິສັດ,ພັກລັດ ແລະ ເອກະຊົນ ເຂົ້າຮ່ວມ.


ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ,ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງໄດ້ຜ່ານບົດລາຍງານການເຄື່ອນໄຫວແກ້ໄຂສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາ ເຊີ່ງມີຄະດີຄ້າງ 104 ເລື່ອງ, ຜູ້ຖືກຫາ 147 ຄົນ, ຍິງ 17 ຄົນ, ຕ່າງປະເທດ 2 ຄົນ ມາຮອດປີ 2022 ໄດ້ມ້າງຄະດີກ່ຽວກັບຢາເສບຕິດໄດ້ທັງໝົດ 138 ເລື່ອງ, ຜູ້ຖືກຫາ 187 ຄົນ, ຍິງ 16 ຄົນ, ຕ່າງປະເທດ 3 ຄົນ, ຜ່ານມາຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຂະແໜງການກ່ຽວຂ້ອງທຸກພາກສ່ວນ ກໍໄດ້ຖືເອົາວຽກງານການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານໜຶ່ງທີ່ສໍາຄັນຕາມແຜນຍຸດທະສາດແຫ່ງຊາດ ແລະ ໄດ້ຮັບຮູ້ຢາເສບຕິດເປັນໄພອັນຕະລາຍຕໍ່ຊິວິດ, ຊັບສິນ ແລະ ເປັນໜໍ່ແໜງທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ເກີດຄວາມບໍ່ສະຫງົບຂຶ້ນໃນສັງຄົມຍ້ອນເຫັນໄດ້ຜົນຮ້າຍຄືດັ່ງກ່າວ, ຄະນະພັກ, ອົງການປົກຄອງຂອງແຂວງ ຈຶ່ງໄດ້ຊີ້ນໍາບັນດາຂະແໜງການ, ເຈົ້າໜ້າທີ່ ກໍຄືຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ ດໍາເນີນການເຄື່ອນໄຫວກວດກາ, ສະກັດກັ້ນ, ການຜະລິດ, ການຂົ່ນສົ່ງ, ຊື້-ຂາຍ ແລະ ເສບ ຢ່າງແຂງແຮງເຂັ້ມງວດ ຕາມສິດໜ້າທີ່ ແລະ ພາລະບົດບາດຂອງແຕ່ລະຂະແໜງການຢ່າງຕັ້ງໜ້າ,ກວດກາຊອກຮູ້ແຫຼ່ງຜະລິດ, ການເຄື່ອນຍ້າຍ, ການຊື້-ຂາຍ ແລະ ການເສບ ເພື່ອນໍາມາປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ລະເມີດຢ່າງເໝາະສົມ. ພິທີທໍາລາຍຢາເສບຕິດໃນຄັ້ງນີ້ຄະນະຮັບຜິດຊອບ ໄດ້ນໍາເອົາຂອງກາງປະເພດຢາເສບຕິດມາຈູດທໍາລາຍ ມີຢາເສບຕິດປະເພດຢາບ້າ ຈໍານວນ 1 ແສນ 6 ພັນ 783 ເມັດ,ມີນໍ້າໜັກເທົ່າກັບ 10 ກິໂລ 678 ກະກຣາມ ,ຢາເສບຕິດປະເພດ ເຮໂຣອິນ ຈໍານວນ 10 ແທ່ງ ມີນໍ້າໜັກເທົ່າກັບ 3,5 ກິໂລກະກຣາມ, ຢາເສບຕິດປະເພດ ຢາຝີ່ນ ມີນໍ້າໜັກ 5 ກິໂລ 228 ກະກຣາມ, ຢາເສບຕິດທີ່ນໍາມາທໍາລາຍໃນຄັ້ງນີ້ແມ່ນໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ,ພາກສ່ວນກ່ຽວຂ້ອງ ເຊີ່ງໄດ້ດໍາເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ຕາມການຕັກສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.


ຂ່າວ: ອຸ້ມ ສົມນໍວັນ