ຕອນເຊົ້າວັນທີ 13 ກໍລະກົດ 2021 ນີ້ ການນຳຂອງແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະຫົວໜ້າພະແນກການ-ອ້ອມຂ້າງແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາວະລີ ປະທານ ສຸພານຸວົງ ບ້ານນາວຽງຄຳ ນະຄອນ ຫຼວງພະບາງ, ຈາກນັ້ນ ໄດ້ຈັດພິທີປາຖະກະຖາເລົ່າມູນ ເຊື້ອວັນເກີດປະທານສຸພານຸວົງ ຄົບຮອບ 112 ປີ ຢູ່ສະໂມສອນໃຫ່ຍຂອງຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ມີອາດິດການນຳຂອງແຂວງ, ຫົວໜ້າພະແນກການ-ກົມກອງ, ລັດວິສາຫະກິດ ແລະພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ເລົ່າຄືນມູນເຊື້ອ ປະຫວັດການເຄື່ອນໄຫວຂອງປະທານ ສຸພານຸວົງ ວ່າ: ປະທານສຸພານຸວົງ ກໍາເນີດເມື່ອວັນທີ 13 ກໍລະກົດ 1909 ທີີ່ຫຼວງພະບາງ ເປັນໂອລົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະໝ່ອມຄໍາອວ້ນ, ປະທານສຸພານຸວົງ ເປັນຜູ້ທີ່ມັກຮັກໃນການຄົ້ນຄວ້າຮໍ່າຮຽນໂດຍບໍ່ຮູ້ອິດ ຮູ້ເມື່ອຍ ເຮັດໃຫ້ກາຍເປັນນັກຮຽນເກັ່ງ ທີ່ມີຄະແນນດີເລີດໃນທຸກຊັ້ນຮຽນ, ເພີ່ນເປັນຄົນລາວຜູ້ທຳອິດ ທີ່ຮຽນຈົບວິຊາຂົວທາງ ຈາກປະເທດຝລັ່ງ ພາຍຫຼັງຮຽນຈົບ ເພີ່ນໄດ້ຄົ້ນຄວ້າຮ່ວມກັບຜູ້ນໍາຄົນອື່ນໆ ທັງພາຍໃນປະເທດ ແລະບັນດາປະເທດເພື່ອນມິດ ເພື່ອຊອກຫາຊ່ອງທາງການຕໍ່ສູ້ກູ້ຊາດ ໃນໄລຍະປະເທດລາວ ຖືກຈັກກະພັດຕ່າງຊາດເຂົ້າມາຮຸກຮານ ພ້ອມທັງນຳພາການຕໍ່ສູ້ໃນຫຼາຍບັ້ນຮົບ ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ທັງດຳເນີນການຕໍ່ສູ້ດ້ວຍນ້ຳໃຈຮັກຊາດອັນແຮງກ້າ ຈົນໄດ້ຮັບໄຊຊະນະ ແລະສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຈາກນັ້ນ ປະທານໄດ້ສືບຕໍ່ ປຸກລະດົມປວງຊົນລາວທັງຊາດ ປະຕິບັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດລາວ ມີຄວາມສີວິໄລ ແລະນັບມື້ພັດທະນາຈົນເຖິງທຸກວັນນີ້.
ຕອນທ້າຍ ປະທານແນວລາວສ້າງຊາດແຂວງ ໄດ້ເນັ້ນໃຫ້ທຸກຄົນ ທົ່ວສັງຄົມໂດຍສະເພາະປະຊາຊົນຊາວແຂວງຫຼວງພະບາງ ຈົ່ງພ້ອມກັນຮໍ່າຮຽນເອົາຄຸນສົມບັດ ສິນທຳປະຕິວັດຂອງປະທານສຸພານຸວົງ ໂດຍສະເພາະນໍ້າໃຈຮັກຊາດອັນແຮງກ້າ ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ຜ່ານການຕໍ່ສູ້ກັບສັດຕູເພື່ອປົດປ່ອຍປະເທດຊາດ ຈົນໄດ້ຮັບໄຊຊະນະພ້ອມທັງ ຖືເອົາແບບແຜນການດຳລົງຊີວິດທີລຽບງ່າຍ ຂອງປະທານ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ແລະການດຳລົງຊີວິດ ເພື່ອພັດທະນາປະເທດຊາດ ໂດຍສະເພາະ ພັດທະນາແຂວງຫຼວງພະບາງໃຫ້ມີຄວາມສີວິໄລ ແລະກ້າວໜ້າຢ່າງບຢຸດຢັ້ງ.
ຂ່າວ: ອາພຸດເດດ ບຸບຜາ


