ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງ ໂຄສະນາການທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງ ທ່ຽວ ແຂວງຫຼວງພະບາງໄດ້ໃຫ້ຮູ້ວ່າ: ພາຍຫຼັງ ການລະບາດຂອງພະຍາດໂຄວິດ 19, ຂະແໜງການທ່ອງທ່ຽວ ຂອງແຂວງຫຼວງພະບາງ ແມ່ນໄດ້ຮັບຜົນກະທົບຢ່າງໜັກ, ໂດຍສະເພາະຜູ້ປະກອບການດ້ານໂຮງແຮມ, ເຮືອນພັກ, ບໍ່ມີແຂກເຂົ້າພັກເຊົາ, ສະຖານທີ່ທ່ອງທ່ຽວ ແຫ່ງຕ່າງໆ ບໍ່ມີແຂກໄປທ່ຽວຊົມ, ໄກ້ນຳທ່ຽວ ຈຳນວນ ຫຼາຍ ໄດ້ຫັນໄປເຮັດວຽກອາຊີບ ໃໝ່, ສະນັ້ນ ພາຍຫຼັງລັດຖະບານໄດ້ປະກາດຈະເປີດປະເທດ ການຕ້ອນຮັບນັກທ່ອງ ທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໃນມໍຯນີ້, ຂະແໜງທ່ອງທ່ຽວແຂວງ ໄດ້ຮີບຮ້ອນ ກວດກາຄືນວຽກງານທີ່ຂະແໜງທ່ອງທ່ຽຮັບຜິດຊອບຕາມພາລະບົດບາດຄືໄດ້ມີ ພາກສ່ວນໂຮງແຮມ ທີ່ຈະເຂົ້າຮ່ວມໂຄງການທ່ອງທ່ຽວສີຂຽວ 33 ແຫ່ງ ໃນນີ້ຈະມີການທົດລອງກ່ອນ 13 ແຫ່ງ, ບໍລິສັດທ່ອງທ່ຽວ ມີຄວາມພ້ອມ 30 ບໍລິສັດ, ບໍລິສັດລົດຕູ້ບໍລິການຂົນສົ່ງທ່ອງທ່ຽວ 463 ຄັນ, ເຮືອບໍລິການທ່ອງທ່ຽວ 26 ລຳ. ນອກ ຈາກນີ້ສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານບັນເທີງຕ່າງຯ, ພະນັກງານນຳທ່ຽວ, ສະຖານທີ່ທ່ອງທ່ຽວ, ພະນັກງານຂັບລົດຕູ້ທ່ອງທ່ຽວ ຕ້ອງໄດ້ຜ່ານການຢັ້ງຢືນມາດຕະຖານ lao safe ຈິ່ງສາມາດຮັບນັກທ່ອງທ່ຽວໄດ້. ນອກຈາກນີ້ຍັງມີການປະສານງານກັນຢ່າງຕໍ່ເນື່ອງລະຫວ່າງພາກລັດແລະຜູ້ປະກອບການ, ມີການກຳນົດນິຕິກໍາລະອຽດ, ບໍ່ໃຫ້ຊ້ຳຊ້ອນ ແລະ ບໍ່ມີຫລາຍຂັ້ນຕອນ ແລະເປັນເອກະພາບ ສາມາດຈັດຕັ້ງປະຕິບັດໄດ້ ບົນພື້ນຖານຮັບປະກັນມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ. ສໍາລັບຂົງເຂດວຽກງານທ່ອງທ່ຽວ ພາກທຸລະກິດໃຫ້ເປັນເຈົ້າການຢ່າງຕັ້ງໜ້າ ໃນການ ກໍານົດ ຈຸດບໍລິການໃນເຂດທ່ອງທ່ຽວສີຂຽວໂດຍຄຳນຶງເຖິງຄວາມສາມາດໃນການຄຸ້ມຄອງ ແລະ ຄວາມພ້ອມຂອງຕົນເອງ, ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການໂຄສະນາ ສື່ສານ ໃຫ້ນັກທ່ອງທ່ຽວ ຮັບຊາບລາຍລະອຽດກ່ອນໄປທ່ອງທ່ຽວຕາມຈຸດຕ່າງໆ ທີ່ກຳນົດໄວ້.
ສະເພາະໄລຍະທີ 1 ແຂວງຫຼວງພະບາງໄດ້ກຳນົດເອົາສາມເມືອງ ທີ່ມີເສັ້ນທາງເຂົ້າຫາແຫຼງທ່ອງທ່ຽວ ສະດວກສະບາຍ ຄື: ນະຄອນຫຼວງພະບາງ, ເມືອງຈອມເພັດ ແລະເມືອງ ປາກອູ ເປັນບ່ອນຕ້ອນຮັບນັກທ່ອງທ່ຽວສີຂຽວກ່ອນ, ຫລັງຈາກນັ້ນ ໃນໄລຍະທີ່ສອງ ຈະຫຍາຍອອກໄປເມືອງນ້ຳບາກ ແລະເມືອງງອຍຕື່ມອີກ. ໂດຍໄດ້ເນັ້ນໃຫ້ຜູ້ປະກອບການຮີບຮ້ອນປັບປຸງແຫຼ່ງທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະຮ້ານອາຫານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບນັກທ່ອງທ່ຽວ, ໂດຍສະເພາະແມ່ນ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຫ້ອງນ້ຳ, ຂໍ້ມູນແຫຼ່ງທ່ອງທ່ຽວ, ນອກຈາກນີຍັງໄດ້ເລັ່ງໃສ່ແຜນຟື້ນຟູແຫຼ່ງທ່ອງທ່ຽວຂອງແຂວງ ທີ່ໄດ້ກຳນົດເອົາ 44 ໂຄງການ ທີ່ນອນຢູ່ໃນ 4 ແຜນງານໃຫຍ່ຂອງແຂວງ.
ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງ ໂຄສະນາການທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ແຂວງຫຼວງພະບາງ ຍັງໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ໄດ້ມີການເປີດນຳໃຊ້ລົດໄຟລາວ-ຈີນ ມາຮອດປະຈຸບັນນີ້ຢູ່ແຂວງຫຼວງພະບາງແມ່ນໄດ້ມີນັກທ່ອງທ່ຽວພາຍໃນ ໄດ້ເຂົ້າໄປທ່ຽວແຂວງຫຼວງພະບາງເປັນຈຳນວນຫຼວງຫຼາຍ ໂດຍສະເພາະວັນເສົາ-ວັນທິດ, ອັນນີ້ກະເປັນບັນຢາກາດໃໝ່ ເປັນການກະຕຸ້ນ ໃຫ້ຂະແໜງທ່ອງທ່ຽວຢູ່ແຂວງຫຼວງພະບາງເລີ່ມຟື້ນຕົວ ບວກກັບແຜນນະໂຍບາຍຂອງລັດຖະບານ ທີ່ຈະເປີດປະເທດ ຕ້ອນຮັບນັກທ່ອງ ທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ, ບັນດາຫົວໜ່ວຍທຸລະກິດ ດ້ານຮ້ານອາຫານ, ເຮືອນພັກ ແລະແຫຼ່ງທ່ອງທ່ຽວກະໄດ້ຮີບເລັ່ງປັບປຸງທຸລະກິດຂອງຕົນເພື່ອກະກຽມຄວາມພ້ອມ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ນອກຈາກນີ້ ຍັງໄດ້ ສຸມໃສ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ, ຜູ້ປະກອບການ ບໍລິການທ່ອງທ່ຽວໃຫ້ຄົບຕາມກໍານົດໂດຍສະເພາະແມ່ນເຂດທີ່ໄດ້ກຳນົດໃຫ້ນັກທ່ອງທ່ຽວໄປຢ້ຽມຢາມ ແລະ ໃຊ້ບໍລິການຕ່າງໆ, ຈະມີມາດຕະການແນວໃດເພື່ອຊ່ວຍເຫລືອນັກທ່ອງທ່ຽວເວລາມີການຕິດເຊື້ອເລົ່ານີ້ເປັນຕົ້ນ.
Loading...