ວັນທີ 4 ມິຖຸນາ 2021 ນີ້ ຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກ ປະຈໍາປີ 2021 ໂດຍພາຍໃຕ້ຄໍາຂັວນ ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ, ມີທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າພະແນກຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ ວິທະຍາໄລ, ຜູ້ອໍານວຍການໂຮງຣຽນ, ອົງການປົກຄອງບ້ານ ພາຍໃນເທດສະບານແຂວງເຂົ້າຮ່ວມ. ພິທີ ທ່ານ ນາງ ສີລິພອນ ສຸພັນທອງ ໄດ້ໃຫ້ກຽດກ່າວເປີດພິທີ ຢ່າງເປັນທາງການວ່າ: ວຽກງານປົກປັກຮັກສາສິ່ງແວດລ້ອມ, ວຽກງານປູກປ່າ ແລະປົກປັກຮັກສາປ່າໄມ້ ເປັນວຽກງານທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງລັດຖະບານໄດ້ສຸມທຶນຮອນເຂົ້າໃນວຽກງານ ປົກປັກຮັກສາບຸລະນະຟື້ນຟູສິ່ງແວດລ້ອມ, ຟື້ນຟູປ່າໄມ້ ເພື່ອໃຫ້ມີສະພາບແວດລ້ອມທີ່ດີມີຄວາມສະອາດງາມຕາ ມີສີຂຽວປາສະຈາກມົນລະພິດ, ໂອກາດນີ້ ທ່ານໄດ້ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຊ່ວຍກັນໂຄສະນາເຜີຍແຜ່ແລະປຸກລະດົມໃຫ້ທົ່ວປວງຊົນ ເພື່ອພ້ອມກັນປົກປັກຮັກສາ ຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ ແລະບຸລະນະຟື້ນຟູປ່າໄມ້ ໃຫ້ຄືນສູ່ຄວາມອຸດົມສົມບູນໃຫ້ທຸກສິ່ງທີ່ມີຊີວິດ, ເອົາໃຈໃສ່ວຽກງານຕ້ານ ແລະສະກັດກັ້ນການຄ້າ-ຂາຍສັດນ້ຳ, ສັດປ່າ ແລະຜະລິດຕະພັນຈາກປ່າແບບຊະຊາຍທີ່ຜິດກົດໝາຍ, ເອົາໃຈໃສ່ການຂະຫຍາຍພື້ນທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ. ຈາກນັ້ນ ທ່ານ ຈັນທະວົງ ຜົນນະຈິດ ໄດ້ຂື້ນຜ່ານສານຂອງທ່ານຮອງນາຍົກລັດຖະມົນຕີ ຕໍ່ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກ ປະຈໍາປີ 2021, ທັງມີການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານສີຂຽວສະອາດງາມຕາ ແລະມອບໃບຢັ້ງຢືນດີເດັ່ນ ດ້ານການຈັດຕັ້ງ ສີຂຽວສະອາດງາມຕາໃຫ້ກັບ 5 ພະແນກການ 18 ໂຮງຮຽນ ແລະ 1 ບ້ານ ພາຍໃນເທດສະບານນະຄອນ ຫຼວງພະບາງ ກ່າວມອບໂດຍ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ກ່າວຮັບໂດຍຕາງໜ້າພະແນກການ, ໂຮງຮຽນ ແລະ ບ້ານ ຢ່າງສົມກຽດ, ຕອນທ້າຍພິທີ ທ່ານຮອງເຈົ້າແຂວງ ພ້ອມດ້ວຍຜູູ້ເຂົ້າຮ່ວມ ໄດ້ພ້ອມກັນ ປູກຕົ້ນໄມ້ປະດັບ ແລະຕົ້ນໄມ້ໃຫ້ໝາກ ຢູ່ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຕື່ມອີກ.


