ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອົງການປົກຄອງແຂວງອັດຕະປື ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງຊານໄຊ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປມອບໃຫ້ປະຊາຊົນຊົນ ຢູ່ບ້ານສຸກສະຫວ່າງ ທີ່ປະສົບເຄາະຮ້າຍ ຈາກເຫດການລົມພະຍຸລະດູຮ້ອນພັດເຂົ້າທໍາລາຍບ້ານເຮືອນໄດ້ຮັບຄວາມເສຍຫາ,ເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ນໍາໄປມອບຄັ້ງນີ້ ປະກອບມີ: ຜ້າຫົ່ມ ຈໍານວນ 90 ຜືນ, ພ້ອມດ້ວຍເງິນສົດ ເກືອບ 23 ລ້ານກີບ .
ພິທີມອບ-ຮັບ ໄດ້ຈັດຂື້ນຢ່າງເປັນທາງການເມື່ອວັນທີ 28 ມິຖຸນາ 2023 ທີ່ບ້ານສຸກສະຫວ່າງ, ໃຫ້ກຽດມອບໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ຕາງໜ້າຮັບໂດຍທ່ານ ວັນນີໄຊ ແກ້ວບຸນລຽງ ນາຍບ້ານສຸກສະຫວ່າງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອ ຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖີງຄວາມເປັນຫ່ວງເປັນໃຍ ຂອງພັກ-ລັດ ກໍ່ຄືອໍານາດການປົກຄອງຂອງແຂວງ ແລະ ເມືອງ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດໄພພິບັດຕ່າງໆ ໃຫ້ມີກໍາລັງແຮງໃຈ ມີຊີວິການເປັນຢູ່ທີ່ດີຂື້ນ,ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງມາຍັງ ອຳນາດການປົກຄອງບ້ານ ຈົ່ງຮີບຮ້ອນ ນຳເອົາເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້ໄປແຈກຢາຍ ໃຫ້ຮອດໃຫ້ເຖິງຄອບຄົວຜູ້ປະສົບເຄາະຮ້າຍໃຫ້ໄວທີສຸດ
ທ່ານ ວັນນີໄຊ ແກ້ວບຸນລຽງ ນາຍບ້ານສຸກສະຫວ່າງ ກ່າວວ່າ: ສໍາລັບເຫດການລົມພະຍຸລະດູຮ້ອນພັດ ເຂົ້າບ້ານສຸກສະຫວ່າງ ເມືອງຊານໄຊ ທີ່ເກີດຂື້ນໃນຄັ້ງວັນທີ 20 ພຶດສະພາ 2023 ເຮັດໃຫ້ບ້ານເຮືອນຂອງພໍ່ແມ່ປະຊາຊົນ ໄດ້ຮັບຄວາມເສຍຫາຍທັງໝົດ 43 ຫຼັງຄາເຮືອນ ແລະ ໂຮງຮຽນປະຖົມອີກ 1 ຫຼັງ,ມີພົນລະເມືອງໄດ້ຮັບຜົນກະທົບ ຈໍານວນ 250 ຄົນ,ຍິງ 121 ຄົນ,ລວມມູນຄ່າເສຍຫາຍທັງໝົດ 330 ລ້ານກວ່າກີບ..
ຂ່າວ: ສິດຕິພອນ