ວັນທີ 1 ເມສາ 2021 ນີ້, ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດ ກຳປູ ເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ຫຼື CLV, ກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 10 ຫຼື CLMV ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຄັ້ງທີ 9 ຫຼື ACMECS ແລະ ການກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ- ລາວ-ຫວຽດນາມ ຄັ້ງທີ 13 ທີ່ແຂວງອັດຕະປື,ພາຍໃຕ້ການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທະນູໄຊ ບັນຊາລິດ,ຮອງເຈົ້າແຂວງອັດຕະປື,ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ຄືແຂວງອັດຕະປື,ແຂວງສາລະວັນ,ແຂວງເຊກອງ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ຫຼື CLV,ກອງປະຊຸມສຸດຍອດ CLMV ກຳປູເຈຍ ລາວ ມຽນມາ ຫວຽດນາມ ຄັ້ງທີ 10 ຫຼື CLMV ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຄັ້ງທີ 9 ຫຼື ACMECS,ໂດຍສະເພາະບັນດາເອກະສານທີ່ຜູ້ນຳໄດ້ຮັບຮອງເອົາເປັນຕົ້ນບັນດາຖະແຫຼງການຮ່ວມ ແລະ ບັນດາແຜນພັດທະນາໃນຂະແໜງການບູລິມະສິດ ທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ແນໃສ່ການສົ່ງເສີມການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນຂຶ້ນເທື່ອລະກ້າວ.ນອກຈາກນີ້,ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການກະກຽມຄວາມພ້ອມໃນດ້ານຕ່າງໆ ຂອງ ສປປ ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ໃນປີ 2021 ແລະ ແຜນວຽກສໍາຄັນຕ່າງໆ ແຕ່ປີ 2021-2022.ໂດຍສາມາດກໍາໄດ້ບັນດາທ່າແຮງ, ກາລະໂອກາດ ແລະ ບັນດາສິ່ງທ້າທາຍຂອງ 4 ແຂວງພາກໃຕ້ ໃນການປະກອບສ່ວນເຂົ້າໃນກົນໄກການຮ່ວມມືຂອງສາມຂອບດັ່ງກ່າວ ແລະ ໄດ້ເປັນເອກະພາບກັນກ່ຽວກັບ ການກຳນົດພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ເພື່ອກະກຽມຈັດຕັ້ງຜັນຂະຫຍາຍແຜນວຽກໃນຕໍ່ໜ້າ ກໍຄືການຕົກລົງເຫັນດີຂອງບັນດາຜູ້ນຳ ຂອງບັນດາປະເທດສະມາຊິກໃນສາມຂອບການຮ່ວມມືດັ່ງກ່າວ.
ພ້ອມດຽວກັນນີ້,ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ໃນກົນໄກການຮ່ວມມືດັ່ງກ່າວໃນໄລຍະຜ່ານມາ ລວມທັງການຕີລາຄາຜົນໄດ້ຮັບ,ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານໃນຕໍ່ໜ້າ.
ຂ່າວ: ສິດຕິພອນ ຂ.ອັດຕະປື



608
People Reached
6
Engagements
Boost Post
4