ໃນວັນທີ 18 ຕຸລາ 2022 ແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ຄື: ວັນທີ 12 ຕຸລາ 2001-12 ຕຸລາ 2022 ຂື້ນທີ່ຫໍປະຊຸມໃຫຍ່ຂອງແຂວງ ເປັນກຽດເຂົ້າ ຮ່ວມມີທ່ານ ບຸນເສີດ ເສດທິລາດຮອງເຈົ້າແຂວງອັດຕະປື,ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ,ມີຄະນະນໍາຂອງແຂວງ, ພະນັກ ງານຫຼັກແຫຼ່ງ, ພະແນກການອ້ອມຂ້າງ ແຂວງນັກຮຽນ-ນັກສຶກສາ ເຂົ້າ ຮ່ວມ.
ໃນພິທີ ພັນໂທ ອິນທະຫວາ ໂພທິລາດ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື,ໄດ້ກ່າວລາຍ ງານກ່ຽວກັບວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ຢູ່ແຂວງອັດຕະປື ວ່າ: ບັນຫາຢາເສບຕິດໄດ້ກາຍເປັນໜຶ່ງໃນປະກົດການຫຍໍ້ທໍ້ຂອງສັງຄົມ,ການລະບາດຂອງຢາເສບຕິດໄດ້ກາຍເປັນໜໍ່ແໜງ ແລະ ເປັນເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ເປັນໄພອັນຕະລາຍ ແລະ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງລະບອບປະ ຊາທິປະໄຕປະຊາຊົນ ແລະ ກໍາລັງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດ ຖະກິດສັງຄົມ,ຕໍ່ຊີວິດສຸຂະພາບຂອງປະ ຊາຊົນບັນດາເຜົ່າ ໂດຍສະເພາະໄດ້ເບືອເມົາເຍົາວະຊົນ,ຊາວໜຸ່ມ ທີ່ເປັນກໍາລັງແຮງສືບທອດພາລະກິດອານາຄົດຂອງປະ ເທດ ກໍ່ຄືແຂວງ ອັດຕະປື,ໃນຊຸມປີຜ່ານມາພັກ-ລັດຖະບານ,ແຂວງ ກໍ່ຄືກໍາລັງປ້ອງກັນຄວາມສະຫງົບແຂວງ ແລະ ເມືອງ ໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນວຽກງານບຸລີມະສິດໜຶ່ງທີ່ສໍາຄັນ ໂດຍໄດ້ສົມທົບຫຼາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະວຽກງານປະຕິບັດມາດຕະການທາງດ້ານກົດໝາຍ,ພະແນກ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ 5 ຕົວເມືອງ ໄດ້ເລັ່ງມືແກ້ໄຂບັນດາລາຍຄະດີ ໂດຍສະເພາະແມ່ນກຸ່ມພວກຄ້າ-ຂາຍ ແລະ ມົ້ວສຸມຢາເສບຕິດ,ເຊິ່ງຕະຫຼອດໄລຍະ 1 ປີສາມາດທັບມ້າງຄະດີຢາເສບຕິດທັງໝົດ 191 ເລື່ອງ,ກັກຕົວຜູ້ຕ້ອງຫາໄດ້ 311 ຄົນ,ຍິງ 40 ຄົນ,ຄົນຕ່າງປະເທດ 8 ຄົນ,ປະເພດເຄື່ອງຂອງກາງທີ່ຢຶດໄດ້ທັງໝົດມີ: ຢາບ້າ ຈຳນວນ 168.323 ເມັດ,ຢາໄອສ໌ 43 ກິໂລກ ຣາມ, ຜົງຂາວເຮໂລອິນ 1 ກິໂລກລາມ,ເງິນກີບ 90 ລ້ານກວ່າກີບ,ເງິນບາດ 63 ພັນບາດ, ເງິນໂດລາ 7 ພັນໂດລາ,ລົດກະບະ 4 ຄັນ,ລົດຈັກ 37 ຄັນ ແລະ ອື່ນໆ,ພ້ອມນັ້ນ ໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການປະຊາ ຊົນແຂວງ ມີ 101 ເລື່ອງ,ມີຜູ້ຕ້ອງຫາ 140 ຄົນ, ໂຈະຄະດີ 9 ເລື່ອງ,ຄະດີຖືກຊັດມ້ຽນ 2 ເລື່ອງ,ຄະດີຍັງສືບຕໍ່ 79 ເລື່ອງ,ຜູ້ຕ້ອງຫາ 171 ຄົນ,ຄະດີສານຕັດສິນແລ້ວ 64 ເລື່ອງ,ຜູ້ຕ້ອງຫາ 86 ຄົນ.
ຈາກນັ້ນຄະນະປະທານ,ບັນດາແຂກທີ່ເຂົ້າຮ່ວມໃນພິທີ ແລະ ຄະນະຮັບຜິດ ຊອບກວດກາເຄື່ອງຂອງກາງກໍ່ໄດ້ນຳເອົາຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນ ອອກມາຈູດທຳລາຍຖີ້ມ ເຊິ່ງປະກອບມີ: ຢາບ້າ 95.115 ເມັດ ແລະ ກັນຊາແຫ້ງ 2 ແທ້ງ ນໍ້າໜັກ 2 ກິໂລກະລາມ.
ຂ່າວ: ສິດຕິພອນ

