ທີ 3 ມີນາ 2023 ສະຫະພັນແມ່ຍິງແຂວງອັດຕະປື ຮ່ວມກັບສະຫະພັນແມ່ຍິງເມືອງສາມັກຄີໄຊ ເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບ ຮອບ 113 ປີ ວັນທີ 8 ມີນາ 1910 ຫາ 8 ມີນາ 2023 ຂື້ນທີ່ເດີ່ນກິລາເປຕັງຂອງແຂວງ,ໃຫ້ກຽດເຂົ້າຮ່ວມມີທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ ປະ ທານແນວລາວສ້າງຊາດແຂວງ,ມີຄະນະນໍາຂອງແຂວງ,ເມືອງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງອ້ອມຂ້າງແຂວງ,ເມືອງ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມ .


ໃນພິທິທ່ານ ບຸນໂຮມ ພົມມະສານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ,ເຊິ່ງວັນແມ່ຍິງສາກົນ 8 ມີນາ ແມ່ນເຫດການ,ການເມືອງທີ່ສຳຄັນ ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຜູ້ອອກແຮງ ງານໃນທົ່ວໂລກ. ແມ່ນບາດລ້ຽວທາງດ້ານປະຫວັດສາດທີ່ສຳຄັນ ແລະ ໃຫຍ່ ຫຼວງກ້າວສູ່ການປະຕິບັດສິດສະເໝີພາບຍິງ-ຊາຍ,ເປັນການເປີດ ສັງກາດໃໝ່ ສ້າງເງື່ອນໄຂໃຫ້ແມ່ຍິງໃນທົ່ວໂລກ ເວົ້າລວມ,ເວົ້າສະເພາະ ແມ່ຍິງລາວບັນດາເຜົ່າ ໄດ້ມີໂອກາດພັດທະນາຕົນເອງຮອບດ້ານຄຽງຄູ່ກັບເພດຊາຍ,ເປີດໂອກາດໃຫ້ແມ່ຍິງ ໄດ້ສະແດງຄວາມສາມາດບົ່ມຊ້ອນຂອງຕົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຄຽງບ່າຄຽງໄລ່ກັບເພດຊາຍ,ແມ່ຍິງ ຫຼື ເພດຍິງແມ່ນທໍາມະຊາດສ້າງມາຄຽງຄູ່ກັບເພດຊາຍ, ບໍ່ວ່າຈະຢູ່ໃນລະບອບສັງຄົມໃດ ແມ່ຍິງກໍ່ເປັນກຳລັງແຮງຂອງສັງຄົມນັ້ນ ຖ້າເວົ້າສະເພາະແມ່ຍິງລາວ ກໍ່ມີບົດບາດສຳຄັນໃນສັງຄົມລາວ. ໃນພາລະກິດຕໍ່ສູ້ກູ້ຊາດເມື່ອກ່ອນນັ້ນ ແມ່ຍິງນອກຈາກເປັນແນວຫຼັງອັນແໜ້ນແກ່ນແລ້ວ ຍັງເປັນ ກຳລັງແຮງລຳລຽງຂົນສົ່ງອອກສູ່ແນວໜ້າ ແລະ ມີແມ່ຍິງຈຳນວນຫຼວງຫຼາຍໄດ້ສະໝັກໃຈໄປເປັນ ທະຫານສູ້ຮົບກັບສັດຕູໂດຍກົງ; ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ, ເອື້ອຍນ້ອງແມ່ຍິງໄດ້ເຂົ້າເປັນກຳມະກອນຕາມໂຮງຈັກ, ໂຮງງານ, ເປັນຄູສອນ, ເປັນແພດ ໝໍ ແລະ ເຮັດວຽກຢູ່ຂົງເຂດອື່ນໆ ເປັນຈຳນວນຫຼວງຫຼາຍ ແລະ ມີບາງຂົງເຂດມີອັດຕາສ່ວນຫຼາຍກວ່າ ເພດຊາຍ, ສໍາຄັນຍິ່ງໄປກວ່ານັ້ນໃນຖັນແຖວພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ກໍ່ລ້ວນແຕ່ມີເພດ ຍິງປະກອບສ່ວນເປັນຈໍານວນບໍ່ໜ້ອຍ. ລວມຄວາມວ່າ ເພດຍິງ ບໍ່ພຽງແຕ່ມີບົດບາດສໍາຄັນຂອງການ ເປັນແມ່ ຫຼືການໃຫ້ກໍາເນີດ, ການລ້ຽງດູໃກ້ຊິດລູກ, ການໃຫ້ຄວາມອົບອຸ່ນ,


ຖະໜອມ ຫອມຮັກໃນ ຄອບຄົວ, ຫາກໄດ້ມີບົດ ບາດທີ່ສໍາຄັນ ແລະ ໃຫຍ່ຫຼວງໃນການຮ່ວມສູ້ຮົບຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ- ສ້າງ ສາພັດທະນາປະເທດຊາດໃນປະຈຸບັນ. ຍ້ອນເຫັນໄດ້ບົດບາດສໍາຄັນດັ່ງກ່າວ, ໃນໄລຍະຜ່ານມາ ນັບແຕ່ມີການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ຍາມໃດພັກກໍ່ໄດ້ຖືສຳຄັນ ແລະ ໄດ້ວາງແນວທາງນະໂຍບາຍໃນການປົກປ້ອງ ແລະ ພັດ ທະນາແມ່ຍິງເປັນລະບົບຕະຫຼອດມາ, ຊຶ່ງໄດ້ວາງນະໂຍບາຍກ່ຽວກັບການປະຕິບັດສິດສະເໝີພາບ ລະຫວ່າງເພດຍິງ ກັບ ເພດຊາຍ ແລະ ມີນະໂຍບາຍອື່ນໆອີກທີ່ພັກ-ລັດໄດ້ວາງອອກເພື່ອນະໂຍບາຍຕໍ່ ເພດຍິງຕະຫຼອດມາ. ໃນໂອກາດທີ່ມີຄວາມໜາຍຄວາມສຳຄັນ ທ່ານ ນາງ ຫັວດສະດີ ໂຄດໂຍທາ ແລະທ່ານ ນາງ ຈັນເພັດ ຈັນທະມາດ,ທ່ານນາງ ທອງວັນ ວໍລະສານ ກໍ່ໄດ້ ໄດ້ສະແດງຄວາມຮູ້ສືກຕໍ່ວັນກ່າວນີ້ວ່າ: ມີຄວາມພາບພູມໃຈ ດີໃນຫຼາຍ ທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນແມ່ຍິງສາກົນດັ່ງກ່າວມີຄວາມໜາຍຄວາມສຳຄັນ ແມ່ຍິງລາວ ກໍ່ມີບົດບາດສຳຄັນໃນສັງຄົມລາວ ເພດຍິງ ບໍ່ພຽງແຕ່ມີບົດບາດສໍາຄັນຂອງການ ເປັນແມ່ ຫຼືການໃຫ້ກໍາເນີດ, ການລ້ຽງດູໃກ້ຊິດລູກ, ການໃຫ້ຄວາມອົບອຸ່ນ, ຖະໜອມ ຫອມຮັກໃນ ຄອບຄົວ, ຫາກໄດ້ມີບົດບາດທີ່ສໍາຄັນ ແລະ ໃຫຍ່ຫຼວງໃນການຮ່ວມສູ້ຮົບຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດໃນປະຈຸບັນ. ໃນພິທີຍັງໄດ້ຈັດການແຂ່ງຂັນກິລາເປຕັງ ຊິງຂັນສະຫະພັນແມ່ຍິງແຂວງ ເຊີ່ງມີນັກກິລາເຂົ້າແຂ່ງຂັນທັງໜົດ 122 ທີມ,ໃນນັ້ນ ທີມຍິງມີ 62 ທີມ ແລະ ຊາຍ ມີ 60 ທີມ,ເຊິ່ງການແຂ່ງຂັນຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວ: ວັດທະນາ