ອີງຕາມການລາຍງານຂອງທ່ານ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ເມື່ອວັນທີ 24ເມສາ 2023 ໃຫ້ຮູ້ວ່າ: ຜ່ານມາແຂວງອັດຕະປື ກໍ່ຄືກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ເມືອງ ໄດ້ຖືສໍາຄັນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ,ໃນນັ້ນ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ມີບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ ໃນການປະ ສານສົມທົບກັບພະແນກການທີ່ກ່ຽວຂ້ອງ ແລະ ເມືອງ,ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຕາມວຽກຈຸດສຸມ,ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ນີ້ ໄດ້ທັບມ້າງລາຍຄະດີຢາເສບ ຕິດໄດ້ທັງໝົດ 28 ເລື່ອງ,ຈັບຜູ້ຖືກຫາໄດ້ 45 ຄົນ,ຍິງ 9 ຄົນ,ຢຶດຂອງກາຢາບ້າໄດ້ 12.645 ເມັດ,ເງີນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ,ລົດຈັກ 7 ຄັນ,ລົດໃຫຍ່ 1 ຄັນ ແລະ ອື່ນໆ,ໃນຄະນະດຽວ ກັນໄລຍະທີ່ຜ່ານມາ ໄດ້ຂື້ນບັນຊີ້ເປົ້າ ໝາຍຄ້າຂາຍຢາເສບຕິດ ໃນທົ່ວແຂວງໄດ້ທັງໝົດ 666 ຄົນ,ຍິງ 93 ຄົນ,ທັບມ້າງໄດ້ 252 ຄົນ,ຍິງ 50 ຄົນ,ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ,ຍິງ 1 ຄົນ,ຍັງເຫຼືອຕົວຈິງ 388 ຄົນ,ຍິງ 42 ຄົນ,ສ່ວນບັນຊີເປົ້າໝາຍການເສບຢາ ໃນທົ່ວແຂວງ ມີທັງໝົດ 1.329 ຄົນ,ຍິງ 73 ຄົນ,ໄດ້ສຶກສາອົບຮົມແລ້ວ 295 ຄົນ,ຍິງ 22 ຄົນ,ເອົາໄປບໍາບັດປິ່ນປົວ 61 ຄົນ,ຍັງຄ້າງ 973 ຄົນ,ຍິງ 51 ຄົນ.
ທ່ານ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 3 ເດືອນຜ່ານມາ ທາງກອງບັນຊາການປ້ອງກັນຄວາມສະຫງົບ ຂອງແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ລະ ບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ,ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດຢູ່ບັນດາສະຖາບັນການສຶກສາ,ກຸ່ມບ້ານ ລວມ 20 ຄັ້ງ,ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 2.904 ຄົນ,ຍິງ 1.496 ຄົນ,ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້,ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະ ພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງ ແຂວງ,ເມືອງ,ບ້ານ,ບັນດາພະແນກການ,ຫ້ອງການທີ່ກ່ຽວຂ້ອງ,ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ .
ຂ່າວ: ນັກຂ່າວແຂວງອັດຕະປື

