ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 3 ພະຈິກ 2021 ນີ້, ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະ ຫະກຳ ແລະ ການຄ້າແຂວງອັດຕະປື ສົມ ທົບ ກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ລົງຕິດຕາມ, ກວດກາ ແລະ ປັບລາຄາສິນຄ້າຕາມທ້ອງຕະຫລາດ ເມືອງສາມັກຄີໄຊ ໂດຍສະ ເພາະ ຊີ້ນໝູ ແມ່ນຫ້າມຂາຍເກີນລາຄາ 45.000 ກີບ.
ການລົງຕິດຕາມ, ກວດກາໃນຄັ້ງນີ້, ກໍເພື່ອລົງຊີ້ນໍາ ແລະ ປັບລາຄາສິນຄ້າເປັນ ຕົ້ນ ສິນຄ້າປະເພດຊີ້ນໝູ, ກວດກາມາດຕະຖານຊິງຊັ່ງ (ກິໂລ) ພ້ອມໄດ້ກໍານົດລາຄາຊີ້ນໝູ ມີດັ່ງນີ້: ຊີ້ນສັນ (ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນກ້ອນຂາ(ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນໝູສາມຊັ້ນ, ດູກຂ້າງ ແລະ ເຄື່ອງໃນ (ຫົວໃຈ,ຕັບ) ໃຫ້ຂາຍໃນລາຄາ 40.000 ກີບ/ກິໂລ, ຂາທັງສີ່ຂາ ໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ຫົວໝູໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ໃສ້ອ່ອນ+ໃສ້ແກ່ໃຫ້ຂາຍໃນລາຄາ 20.000 ກີບ/ກິໂລ, ກະດູກໂຄ່ຍ 30.000 ກີບ/ກິໂລ, ນໍ້າ ມັນ+ຊີ້ນມຸ່ນ 20.000 ກີບ/ກິໂລ.
ພ້ອມທັງ ຫ້າມເດັດຂາດ ບໍ່ໃຫ້ຜູ້ປະກອບການລັກໂລບການຊັ່ງຜອງ ຫລື ນໍາໃຊ້ການຊັ່ງຜອງຂອງຊິງຊັ່ງທີ່ດັດແປງ ໂດຍບໍ່ຖືກຕ້ອງຕາມມາດຕະຖານ ເຕັກນິກຢ່າງເດັດ ຂາດ, ຫາກຜູ້ໃດລະເມີດ, ສວຍໂອກາດຂຶ້ນລາຄາສິ້ນຄ້າ(ຊີ້ນໝູ) ເກີນທີ່ກຳນົດແມ່ນຈະໄດ້ປັບໄໝ 1.500.000 ກີບ/ຄັ້ງ, ສວຍໂອກາດປອມແປງຕາຊິງ ຫລື ດັດແປງການວັດແທກທີ່ບໍ່ໄດ້ມາດ ຕະຖານຈະຖືກປັບໃໝ 100.000-3. 000.000 ກີບ/ຄັ້ງ, ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບ ຈະມີໂທດປັບໃໝແຕ່ 500.000-1.000.000 ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນ ແມ່ນຈະຖືກດຳເນີນຄະດີຕາມກົດ ໝາຍມາດຕາ 147, 150 ຂອງກົດໝາຍອາຍາ ແລະ ຈະໃຫ້ຢຸດການດຳເນີນກິດ ຈະການທັນທີ.
ຖ້າຜູ້ຊົມໃຊ້ສິນຄ້າ ເຫັນວ່າທ່ານໃດມີ ການຂຶ້ນສິນຄ້າປະເພດຊີ້ນໝູ ເກີນລາຄາທີ່ກຳນົດໄວ້ ຫລື ມີການດັດແປງຊິງຊັ່ງທີ່ບໍ່ຖືກຕາມມາດຕະຖານເຕັກນິກ ສາມາດໂທສາຍດ່ວນ 1510 ຫລື ໄປແຈ້ງໂດຍກົງທີ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ.
ຂ່າວ: ມະນີວອນ