ວັນທີ 29 ພະຈິກ 2022 ແຂວງອັດຕະປື ໄດ້ເປີດຂະບວນການສັກວັກຊິນກັນພະຍາດໂຄວິດ-19ໃຫ້ເດັກກຸ່ມອາຍຸ 5 ຫາ 11 ປີ, ພິທີຈັດຂື້ນທີ່ໂຮງຮຽນປະຖົມຫຼັກສາມ ເມືອງສາມັກຄີໄຊ, ໂດຍມີທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ, ມີທ່ານ ພູສະຫວັນ ບຸບຜາພັນ ຮອງຫົວໜ້າພະແນກສາທາແຂວງ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເພັດມີໄຊ ຄຳພັກດີ ກ່າວໃນພິທີວ່າ: ອີງຕາມຄໍາແນະນໍາຈາກ ອົງການອະນາໄມໂລກ ເຫັນວ່າຄວນຂະຫຍາຍກຸ່ມເປົ້າໝາຍເດັກນ້ອຍອາຍຸ 5-11 ປີ ເພື່ອສຸມໃສ່ການໃຫ້ວັກຊິນກຸ່ມເປົ້າໝາຍໃຫ້ຄົບ 2 ເຂັມ ໃຫ້ກວມເອົາ 80% ຂອງພົນລະເມືອງ,ໂດຍສະເພາະແມ່ນເລັງ ໃສ່ໃນໂຮງຮຽນ ແລະ ໃນຊຸມຊົນ,ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນວຽກສໍາຄັນທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ອັດຕາການສັກວັກຊິນກັນພະຍາດໂຄວິດ-19 ໃນເຂັມທີ 1,ເຂັມ 2 ແລະ ເຂັມກະຕຸ້ນ ຫຼື ເຂັມທີ 3 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເນື່ອງຈາກວ່າປະຈຸບັນສະພາບການແຜ່ລະບາດຂອງພະຍາດໂຄ ວິດ-19 ໃນພາກພື້ນ ກໍ່ຄືພາຍໃນປະເທດລາວເຮົາ ຍັງມີຕົວເລກການຕິດເຊື້ອຢູ່ໃນແຕ່ລະວັນ, ດັ່ງນັ້ນ ກຸ່ມເປົ້າໝາຍນັບແຕ່ ອາຍຸ 5 ປີ ຂຶ້ນໄປ ຕ້ອງໄດ້ພ້ອມກັນເອົາໃຈໃສ່ສັກວັກຊິນໃຫ້ຄົບຕາມ ຄໍາແນະນໍາຂອງແພດໝໍ.
ມາຮອດປັດຈຸບັນອັດຕາການສັກວັກຊິນຂອງ ເດັກໃຫ້ກຸ່ມເປົ້າໜາຍອາຍຸ 6-12 ປີ,ເຂັມທີ 1 ສັກໄດ້ 16.885 ໂດສ, ກວມເອົາ 64%, ເຂັມ 2 ສັກໄດ້ 9.975 ໂດສ, ກວມເອົາ 38% ໂດຍນໍາໃຊ້ວັກຊິນ ຟາຍເຊີ. ປະຈຸບັນທົ່ວແຂວງອັດຕະປື ອັດຕາການປົກຄຸມຂອງວັກຊິນກັນພະຍາດໂຄດວິດ-19,ເຂັມທີ 1 ສັກໄດ້ກວມເອົາ 85%ຂອງປະຊາກອນທົ່ວແຂວງ, ເຂັມທີ 2 ກວມເອົາ 71% ຂອງປະຊາກອນທົ່ວແຂວງ ແລະ ເຂັມກະຕຸ້ນ ຫຼື ເຂັມທີ 3 ກວມເອົາ 19% ຂອງຈໍານວນປະຊາກອນທົ່ວແຂວງ, ເຊິ່ງເຫັນໄດ້ວ່າຍັງບໍ່ບັນລຸ ຕາມຄາດໝາຍທີ່ວາງໄວ້, ສະນັ້ນ, ຄະນະນຳຂອງແຂວງ ແລະ ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານ ພ້ອມຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ໂດຍການໂຄສະນາເຜີຍແຜ່ ແລະ ປຸກລະດົມ ໃຫ້ກຸ່ມເປົ້າໝາຍທັງໝົດ ໃນຂອບເຂດທົ່ວແຂວງ ເພື່ອໃຫ້ໄດ້ຮັບຮູ້ເຂົ້າໃຈ ແລະ ມາຮັບບໍລິການສັກວັກຊິນຢ່າງທົ່ວເຖິງ .
ຂ່າວ: ຫຼວງອາໄພ
Loading...