ວັນທີ 19 ກໍລະກົດ 2023 ທີ່ຫ້ອງປະຊຸມໂຮງແຮມ ຮວາງແອ໋ງ ອັດຕະປື ໄດ້ຈັດພິທີເປີດໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໄລຍະ VI ສໍາລັບ 4 ແຂວງພາກໃຕ້ ຄື: ແຂວງ ອັດຕະປື,ເຊກອງ,ສາລະວັນ ແລະ ຈໍາປາສັກ,ໃຫ້ກຽດເຂົ້າຮ່ວມຕາງໜ້າລັດຖະບານລາວ ກໍຄືຕາງໜ້າຄະນະນໍາແຂວງ ອັດຕະປື ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ປີເຕີ້ ເຮມ້ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີບັນດາທ່ານຕາງໜ້າກົມ, ອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ ພ້ອມດ້ວຍຕາງໜ້າແຂກຂັ້ນສູນກາງ ແລະ ຄະນະກໍາມະການຄຸ້ມຄອງແກ້ໄຂລະເບີດບໍ່ທັນແຕກຈາກ 4 ແຂວງພາກໃຕ້ ເຂົ້າຮ່ວມ .
ໃນພິທີທ່ານ ໂອເບຼ ມາຍຊັດເຕີແລນ, ຫົວຫນ້າອົງການ ເອັນພີເອ ປະຈໍາ ສປປ ລາວ ແລະ ທ່ານ ດຣ ປີເຕີ ເຮມ້ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປລາວ ໄດ້ຜັດປ່ຽນກັນມີຄໍາເຫັນວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດຮັບເອົາການຊ່ວຍເຫຼືອຈາກອົງການ ເອັນພີເອ ປະຈໍາ ສປປລາວ ແລະ ບົດບັນທຶກຄວາມເຂົ້າໃຈ, ມີຜົນສັກສິດນັບແຕ່ວັນທີໄດ້ຮັບອະນຸມັດ ຈົນເຖິງ ວັນທີ 31 ຕຸລາ 2024. ອົງການ ເອັນພີເອ ຈະໄດ້ເພີ່ມຂີດຄວາມສາມາດໃນການສຳຫລວດ ແລະ ກວດກູ້ ເປັນສອງເທົ່າ ແລະ ຈະໄດ້ມີການດຳເນີນກິດຈະກຳການໂຄສະນາສຶກສາຄວາມສ່ຽງໄພ ລະເບີດບໍ່ທັນແຕກໃນ 4 ແຂວງພາກໃຕ້,ເປົ້າໝາຍດັ່ງກ່າວນີ້ມີຄວາມເປັນໄປໄດ້ ຍ້ອນໄດ້ມີການເພີ່ມທຶນຊ່ວຍ ເຫຼືອທີ່ມີຄວາມສຳຄັນຍິ່ງຈາກການຊ່ວຍເຫຼືອຈາກກະຊວງການຕ່າງປະເທດ ສະຫະລັດອາເມລິກາ ມູນຄ່າເກືອບ 20 ລ້ານໂດລາ,ໃນການປະຕິບັດໂຄງການໃຫ້ແກ່ອົງການ ເອັນພີເອ ຕາມກຳນົດໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້,ຄຽງຄູ່ກັນນີ້ ກະຊວງການຕ່າງປະເທດ ນອກແວ ກໍ່ໄດ້ໃຫ້ທຶນສົມທົບຕື່ມອີກ 8 ແສນ 5 ໝື່ນໂດລາສະຫະລັດ, ການເພີ່ມທຶນຊ່ວຍເຫຼືອໃນຄັ້ງນີ້ ຈະເລັ່ງໃຫ້ວຽກງານທີ່ສຳຄັນໃນການຊ່ວຍ ເຫຼືອ ແລະ ຫຼຸດຜ່ອນໄພຂົ່ມຂູ່ຈາກລະເບີດລູກຫວ່ານທີ່ພົບໃນລະຫວ່າງການສຳຫຼວດ ລວມທັງລະເບີດຊະ ນິດອື່ນໆ ທີ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງວ່ອງໄວກວ່າເກົ່າ ແລະ ຍັງຈະໄດ້ສ້າງຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ປະຊາຊົນຫຼາຍພັນຄອບຄົວໃນ 4 ແຂວງພາກໃຕ້ ໂດຍໄດ້ວາງເປົ້າ ໝາຍໃນການກວດກູ້ເນື້ອທີ່ຫຼາຍກວ່າ 22 ກວ່າກິໂລຕາແມັດ ຢູ່ໃນພື້ນທີ່ຢັ້ງຢືນຄວາມສ່ຽງບູລິມະສິດສູງ ແລະ ຄາດວ່າຈະສາມາດທໍາລາຍ ລະເບີດບໍ່ທັນແຕກ ໃຫ້ໄດ້ 3 ໝື່ນ 5.300 ໜ່ວຍ ໃນ 108 ບ້ານ 22 ເມືອງຂອງ 4 ແຂວງພາກໃຕ້. ຄາດຄະເນຈະ ມີຜູ້ໄດ້ຮັບຜົນປະໂຫຍດທາງກົງຈາກກິດຈະ ກຳຂອງໂຄງການປະມານ 3 ໝື່ນຄົນ. ທັງນີ້ ອົງການ ເອັນພີເອ ຍັງຈະໄດ້ມີການຈ້າງງານ ພະນັກງານໃໝ່ເພີ່ມຕື່ມອີກຫຼາຍກວ່າ 400 ຄົນ, ສັງລວມແລ້ວຈະມີການຈ້າງງານປະຊາຊົນທ້ອງຖິ່ນພາກໃຕ້ ສປປ ລາວ ຫຼາຍກວ່າ 820 ຄົນ.
ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື,ທັງໄດ້ຕາງໜ້າລັດຖະບານແຫ່ງ ສປປລາວ ມີຄໍາເຫັນວ່າ: ໂຄງການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໄລຍະທີ VI ທີ່ຈະຈັດຕັ້ງ ປະຕິບັດຢູ່ 4 ແຂວງພາກໃຕ້ ເປັນໂຄງການທີ່ມີຄວາມສໍາຄັນ,ຕາງໜ້າໃຫ້ລັດຖະບານຂໍສະແດງຄວາມຂອບໃຈມາຍັງປະຊາຊົນ ນ໋ອກແວ ແລະ ກະຊວງການຕ່າງປະເທດສະຫະລັດອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອທຶນ,ເຊິ່ງ 4 ແຂວງພາກໃຕ້ ໂດຍສະເພາະແຂວງອັດຕະປື ກໍ່ແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກການຖີ້ມລູກລະເບີດໃນປາງສົງຄາມຢ່າງໜັກ,ຜ່ານການສຳຫຼວດໃນເບື້ອງຕົ້ນໃນທົ່ວແຂວງເຫັນວ່າມີ 132 ບ້ານ,ມີລະເບີດແຕກຈຳນວນ 23 ຄັ້ງ,ມີຜູ້ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ແລະ ລະເບີດອື່ນໆ ຈຳນວນ 36 ລາຍ,ບາດເຈັບ 18 ລາຍ ແລະ ເສຍຊີວິດ 18 ລາຍ,ໂຄງການເກັບກູ້ລະເບີດເອັນພິເອ ແມ່ນໂຄງການໜຶ່ງທີ່ເຂົ້າມາສຳຫຼວດ ແລະ ເກັບກູ້ລະເບີດ ຕັ້ງແຕ່ປີ 2009 ເປັນຕົ້ນມາ ສາມາດຍາດແຍ່ງທຶນຮອນມາຈັດຕັ້ງປະຕິບັດ ໃນແຕ່ລະປີບໍຕໍ່າກວ່າ 10 ລ້ານໂດລາສະຫະລັດຕໍ່ປີ,ເວົ້າລວມ ເວົ້າສະເພາະແຂວງອັດຕະປື ບໍ່ຕໍ່າກວ່າ 2 ລ້ານ 5 ແສນໂດລາສະຫະລັດຕໍ່ປີ,ສໍາຫຼວດ ແລະ ກວດກູ້ພື້ນທີ່ບໍ່ຕໍ່າກວ່າ 300 ເຮັກຕ້າຕໍ່ປີ,ນັບແຕ່ໄລຍະ 1 ຫາ ໄລຍະ 6 ແລະ ມາຮອດປະຈຸບັນຍັງສືບຕໍ່ໄລຍະ 6 ,ແຂວງອັດຕະປື ໄດ້ຮັບທຶນສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກມີຈໍານວນ 17 ບ້ານ,ກວມເອົາເນື້ອທີ່ 725 ກວ່າເຮັດຕາ,ລວມເປັນເງີນທັງໝົດເກືອບ 6 ລ້າໂດລາ.
ຂ່າວ: ວັດທະນາ





See insights and ads
Boost post
All reactions:
5