ໃນວັນທີ 9 ມີນາ 2021 ນີ້ແຂວງອັດຕະປື ໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອິນປັນ ອິນທິລາດ ຫົວໜ້າພະ ແນກສາທາລະນະສຸກ ແຂວງອັດຕະປື,ມີອໍານວຍການໂຮງ ໝໍ,ພ້ອມດ້ວຍພະນັກ ງານແພດ-ໝໍ ເຂົ້າຮ່ວມ.
ທ່ານ ອິນປັນ ອິນທິລາດ ໄດ້ກ່າວມີຄໍາເຫັນວ່າ: ບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ຄັ້ງນີ້ປະກອບມີ: ພະນັກງານພະນັກງານແພດ-ໝໍ, ຄະນະນຳຂອງແຂວງແລະ ບັນດາຜູ້ໃຫ້ບໍລິຫານນັກທ່ອງທ່ຽວ,ເຈົ້າຂອງເຮືອນ ພັກ,ໂຮງ ແຮມ,ຮ້ານອາຫານ,ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ພາກສ່ວນອື່ນໆຕາມລໍາດັບ ທີ່ຈະໄດ້ຮັບວັກຊິນໂຄວິດ-19 ແລະ ວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້ ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ,ພ້ອມດຽວກັນນີ້ປັດຈຸບັນລັດຖະບານລາວເຮົາ ຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດ ໂຄວິດ-19 ເຂົ້າມາຕື່ມອີກ ເພື່ອທີ່ຈະນໍາມາສັກໃຫ້ປະຊາຊົນລາວ ກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ.ເຊິ່ງແຂວງອັດຕະປື ມີເປົ້າໝາຍເບື້ອງຕົ້ນຈະໄດ້ຮັບວັກຊິນມີທັງໝົດ 4 ພັນຄົນ ແລະ ຂະ ບວນການສັກວັກຊິນເທື່ອນີ້ຈະເລີ່ມສັກແຕ່ວັນທີ 9 -​ 18 ມີນາ 2021 ຈິ່ງສໍາເລັດ .
ໂອກາດດັ່ງກ່າວທ່ານ ປທ ອິນປັນ ອິນທິ ລາດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ກໍ່ເຂົ້າຮັບການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເປັນຜູ້ທໍາອິດຂອງແຂວງ ທັງນີ້ກໍ່ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍ ທີ່ຈະສັກວັກຊີນໃນຂັ້ນຕໍ່ໄປ.
ຂ່າວ: ສີຫົງ
Loading...