ວັນທີ 26 ຕຸລາ 2022,ທີ່ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ນຳພາຄະນະຜູ້ແທນ ແຂວງອັດຕະປື ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຢາລາຍ,ເພື່ອສືບຕໍ່ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ,ໂດຍການຕ້ອນຮັບຂອງສະຫາຍ ໂຮ່ ວັນ ນຽນ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຢາລາຍ ພ້ອມດ້ວຍ ຄະນະຜູ້ແທນຂອງແຂວງຢາລາຍ ໃຫ້ການຕ້ອນຮັບ .
ໃນການຢ້ຽມຢາມແຂວງ ຢາລາຍ ຂອງຄະນະຜູ້ແທນແຂວງ ອັດຕະປື ເທື່ອນີ້,ກໍ່ໄດ້ມີການພົບປະສອງຝ່າຍ ເພື່ອຕີລາຄາຄືນໝາກຜົນການຮ່ວມມືໄລຍະປີຜ່ານມາ,ສຳລັບການພົວພັນ ລະຫວ່າງ ແຂວງອັດຕະປື ກັບ ແຂວງຢາລາຍ ຜ່ານມາໄດ້ມີການຢ້ຽມຢາມ ແລະ ອວຍພອນວັນບຸນປີໃໝ່ແຕ່ຍັງບໍ່ທັນມີການຢ້ຽມຢາມຢ່າງເປັນທາງການ. ເຊິ່ງໃນປີນີ້ເປັນປີສາມັກ ຄີ,ມິດຕະພາບ ລາວ-ຫວຽດນາມ ດັ່ງນັ້ນຄະນະນໍາ ແຂວງອັດຕະປື ຈຶ່ງໄດ້ມາຢ້ຽມ ຢາມ,ພົບປະແລກປ່ຽນການພັດທະນາເສດຖະກິດ-ສັງຄົມ ກໍ່ເພື່ອເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີ ການພົວພັນ ແລະ ເປັນພື້ນຖານໃຫ້ແກ່ການຮ່ວມມື ໄປສູ່ລະດັບໃໝ່ໃນຫຼາຍຂົງ ເຂດ,ຂະແໜງການ ໂດຍສະເພາະ ໃນຂົງເຂດການສຶກສາ,ກະສິກໍາ,ການຄ້າ ແລະ ການລົງທຶນ .
ໃນກອງປະຊຸມພົບປະທັງສອງ ແຂວງອັດຕະປື ແລະ ແຂວງຢາລາຍ ກໍ່ໄດ້ລາຍ ງານສະພາບການພັດທະນເສດ ຖະກິດ- ສັງຄົມ ຂອງແຂວງໃຫ້ກັນຊາບ ແລະ ໄດ້ມີການປຶກສາຫາລື ຄົ້ນຄວ້າ ເພື່ອກຳນົດທິດທາງການຮ່ວມມື ໃນຕໍ່ໜ້າ,ໂດຍສະເພາະ ໃນໄລຍະຕໍ່ໄປທັງສອງແຂວງ ອັດຕະປື ແລະ ແຂວງ ຢາລາຍ ຈະໄດ້ເພີ່ມທະວີການຮ່ວມມື ໄປມາຢ້ຽມຢາມກັນເປັນປົກກະຕິ,ພ້ອມໃຫ້ແຕ່ລະພະ ແນກການ,ຂະແໜງການຂອງສອງແຂວງ ມີການພົບປະແລກປ່ຽນ, ຖອດ ຖອນບົດຮຽນນໍາກັນ ເພື່ອກ້າວໄປເຖິງການເຊັນບົດບັນທຶກຮ່ວມມືນຳກັນໃນຕໍ່ໜ້າ.
ສະຫາຍເລັດ ໄຊຍະພອນ ໄດ້ສະເໜີຕໍ່ທີ່ປະຊຸມພົບປະວ່າ: ແຂວງ ອັດຕະປື ຍິນດີຕ້ອນຮັບຄະນະນຳ ແລະ ບັນດາພະແນກການຂອງ ແຂວງ ຢາລາຍ ໄປຢ້ຽມຢາມແຂວງ ອັດຕະປື. ທີ່ສຳຄັນຍິນດີຕ້ອນຮັບນັກທຸລະກິດຂອງແຂວງ ຢາລາຍ ໄປສຶກສາເບິ່ງທ່າແຮງຂອງ ແຂວງ ອັດຕະປື ເພື່ອຊອກໂອກາດລົງທຶນ,ທຳທຸລະກິດທີ່ແຂວງ ອັດຕະປື.
ທັງນີ້ ກໍ່ເພື່ອເປັນການເສີມຂະຫຍາຍຄວາມສາມັກຄີມິດຕະ ພາບ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ລະຫວ່າງ ແຂວງ ອັດຕະປື ແລະ ແຂວງ ຢາລາຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ້ລວງເລິກ .
ຂ່າວ: ພອນປະເສີດ


