ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2022 ແມ່ນປີທີ 2 ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງອຸດົມໄຊ ເຊິ່ງໃນປີ 2022 ນີ້ ແຂວງອຸດົມໄຊ ໄດ້ກຳນົດ ເອົາ 8 ທິດທາງ ແລະ ຫນ້າທີ່ລວມ ໃນການພັດທະນາ.
ອີງຕາມທິດທາງແຜນການ ພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2022 ຂອງແຂວງອຸດົມໄຊ ເຫັນວ່າ: 8 ທິດທາງ ແລະ ຫນ້າທີ່ລວມ ໃນການພັດທະນາເສດຖະກິດ – ສັງຄົມ ປະກອບມີຄື: ສືບຕໍ່ສ້າງທຸກເງື່ອນໄຂ ແລະ ປັດໃຈຕ່າງໆ ເພື່ອຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຫນັກແຫນ້ນ, ສ້າງສັງຄົມສາມັກຄີປອງດອງ, ປອດໄພ, ສີວິໄລ ແລະ ຍຸຕິທໍາ. ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນພາບດີຂຶ້ນ ເພື່ອເປັນປັດໃຈ ຊຸກຍູ້ການພັດທະນາເສດຖະກິດ – ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ. ຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ຕິດພັນກັບການສົ່ງເສີມການຜະລິດ ແລະ ບໍລິການຕາມແລວທາງລົດໄຟ,ປັບປຸງການເຊື່ອມໂຍງ ກັບສາກົນ ແລະ ພາຍໃນ. ພັດທະນາເສດຖະກິດ ທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ, ຍືນຍົງ ແລະ ມີປະສິດທິພາບ, ສົ່ງເສີມການຜະລິດອຸດສາຫະກຳຂະຫນາດນ້ອຍ, ກາງ, ການຜະລິດເປັນສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ. ເອົາໃຈໃສ່ປະຕິຮູບລະບົບການບໍລິການຂອງລັດ ໃຫ້ກະທັດຮັດ, ວ່ອງໄວ, ໂປ່ງໃສ ໂດຍຫັນເປັນທັນສະໄຫມ ບົນຈິດໃຈ ຮັບໃຊ້ ແລະ ບໍລິການປະຊາຊົນຢ່າງແທ້ຈິງ. ເພີ່ມທະວີການຮ່ວມມືກັບບັນດາແຂວງແຮກສ່ຽວ, ແຂວງມິດຕະພາບ ຂອງບັນດາປະເທດເພື່ອນມິດ ໃນຫລາຍຮູບແບບ ຕາມຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເປັນເຈົ້າການເຂົ້າຮ່ວມຂະບວນການເຊື່ອມໂຍງກັບປະເທດໃກ້ຄຽງໃຫ້ຫລາຍຂຶ້ນ. ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງຢ່າງແຂງແຮງ ແລະ ເຂົ້າສູ່ລ່ວງເລິກ ດ້ວຍການສືບຕໍ່ລົງກໍ່ສ້າງຮາກຖານການເມືອງ. ສ້າງສະຕິສັງຄົມ ເພື່ອຫັນປ່ຽນການດຳລົງຊີວິດປະຈໍາວັນ, ການທຳມາຫາກິນດ້ວຍວິທີໃຫມ່ແບບປົກກະຕິ ເຮັດໃຫ້ສັງຄົມຂອງແຂວງ ຫັນໄປສູ່ອັນໃຫມ່ທີ່ກ້າວຫນ້າທັນສະໄຫມ ແລະ ມີລະບຽບວິໄນດີຂຶ້ນກວ່າເກົ່າ.
ການກໍານົດທິດທາງ ແລະ ຫນ້າທີ່ລວມ ໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ປະຈໍາປີ 2022 ນີ້ ແມ່ນຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດພັດທະນາສີຂຽວ, ຮັບປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມທິດນຳ 3 ສ້າງ, ບຸກທະລຸທາງດ້ານການສຶກສາ, ການຂະຫຍາຍຕາຫນ່າງສາທາລະນະສຸກ, ການພັດທະນາແຮງງານ, ຍົກລະດັບ ແລະ ສົ່ງເສີມຜຸ້ປະກອບການ, ບຸກທະລຸທາງດ້ານກົນໄກຄຸ້ມຄອງບໍລິຫານລັດ ໄປພ້ອມກັບການຍົກສູງຄວາມສັກສິດ ແລະ ຄວາມໂປ່ງໃສ.
ຂ່າວ: ຄານມະນີ ຮຽນດໍຈັນ