ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ແຫລ່ງທ່ອງທ່ຽວ ທຳມະຊາດ ຢູ່ ພູຫຍ້າຄາ ເຂດຫລັກ 32 ແລະ ພູເພີ້ຍ, ພູວັດປ່າ ເຂດປ່າສະຫງວນ ບ້ານນາແລ, ນາສ້າວ, ຫວ້ຍຂຸມ ແລະ ບ້ານທ້ຽວ ເມືອງໄຊ ລະຫວ່າງ ອົງການປົກຄອງແຂວງ ຕາງຫນ້າໂດຍ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ແລະ ບໍລິສັດຜູ້ລົງທຶນ ພາກເອກະຊົນ ຈັດຂຶ້ນ ທ້າຍອາທິດຜ່ານມານີ້ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ. ເຊິ່ງມີຂະແຫນງການກ່ຽວຂ້ອງຂັ້ນແຂວງ, ເມືອງໄຊ ແລະ ວິຊາການຈາກ 2 ບໍລິສັດ ດັ່ງກ່າວ ເຂົ້າຮ່ວມ ເປັນສັກຂີພະຍານ.
ເນື້ອໃນຂອງບົດບັນທຶກ ໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 2 ສະບັບ ຄື ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຳຫລວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸລັກທຳມະຊາດ ແລະ ບໍລິການດ້ານການທ່ອງທ່ຽວ ແລະ ບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນ ສຳປະທານ ພູຫຍ້າຄາ ເພື່ອພັດທະນາ ໃຫ້ກາຍເປັນ ແຫລ່ງທ່ອງທ່ຽວ ຕິດພັນກັບການອານຸລັກທຳມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເນື້ອໃນລວມ ຂອງບົດບັນທຶກດັ່ງກ່າວ ແມ່ນໄດ້ກຳນົດບັນດາຫລັກການທົ່ວໄປຢ່າງລະອຽດ ເປັນຕົ້ນແມ່ນ ຄຳສັບ, ເປົ້າຫມາຍ, ຂອບເຂດຂອງໂຄງການ, ອາຍຸໃນການສຶກສາ, ສຳຫລວດ, ຄ່າໃຊ້ຈ່າຍ ຕະຫລອດຮອດພັນທະ, ສິດຫນ້າທີ່ ແລະ ການຍົກເລີກສັນຍາ. ພາຍຫລັງສໍາເລັດການຜ່ານຮ່າງບົດບັນທຶກທັງສອງສະບັບແລ້ວ ທັງສອງຝ່າຍ ໄດ້ລົງນາມ ໃນບົດບັນທຶກຮ່ວມກັນກໍຄື ອົງການປົກຄອງແຂວງອຸດົມໄຊ ຕາງຫນ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກ ຖວທ ແຂວງ, ເຈົ້າເມືອງໆໄຊ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ທີ່ໄດ້ຮັບອະນຸຍາດ ຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ໃນການສຳຫລວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາເຂດປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸລັກທຳມະຊາດ ແລະ ສະຖານທີ່ບໍລິການ ດ້ານການທ່ອງທ່ຽວ ແລະ ອີກສະບັບຫນຶ່ງກໍຄື ອົງການປົກຄອງແຂວງອຸດົມໄຊ ແລະ ບໍລິສັດ ຍອດນ້ຳງາ ພັດທະນາຈຳກັດຜູ້ດຽວ. ທີ່ໄດ້ຮັບອະນຸຍາດໃນການ ສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ສຳປະທານ ພູຫຍ້າຄາ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວ ຕິດພັນກັບການອານຸລັກທຳມະຊາດ ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ. ພາຍຫລັງ ສໍາເລັດການລົງນາມໃນບົດບັນທຶກດັ່ງກ່າວແລ້ວ ບໍລິສັດ ທີ່ໄດ້ຮັບອະນຸຍາດໃນການລົງທຶນ ຈະໄດ້ສືບຕໍ່ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ຈົນຄົບກຳນົດ 12 ເດືອນ ແລະ ສາມາດ ຕໍ່ໄດ້ອີກ ບໍ່ເກີນ 6 ເດືອນ ຕາມເນື້ອໃນຂອງບົດບັນທຶກ.
ຂ່າວ: ຄານມະນີ ຮຽດໍຈັນ




0
People reached
0
Engagements
Boost post
Like
Comment
Share