ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 20 ສິງຫາ 2021, ທ່ານ ນາງ ມະໂນລາ ສຸດທິຈັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ຕາງໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງເຊກອງ ໃນວັນທີ 18 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງສົ່ງກວດວິເຄາະທັງໝົດ 30 ຕົວຢ່າງ, ຜົນກວດອອກວັນທີ 20 ສິງຫາ ພົບເຊື້ອ 1 ກໍລະນີ ເປັນເພດຊາຍ ( ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 3 ) ປະຈຸບັນມີຜູ້ຕິດເຊື້ອສະສົມແລ້ວ 4 ກໍລະນີ, ຍິງ 2 ກໍລະນີ, ໃນນີ້ ຢູ່ເມືອງລະມາມ 1 ກໍລະນີ, ເມືອງກະລຶມ 3 ກໍລະນີ ແລະທັງໝົດ 4 ກໍລະນີທີ່ນອນປິ່ນປົວຢູ່ສູນແມ່ນມີສຸຂະພາບແຂງແຮງດີ.
ສໍາລັບກໍລະນີຢັ້ງຢືນທີ 4: ເປັນເພດຊາຍ ອາຍຸ 14 ປີ, ອາຊີບ ນັກຮຽນ, ປະຈຸບັນຢູ່ບ້ານແກ້ງກຽນ ເມືອງກະລຶມ, ເຊິ່ງເປັນຜູ້ສໍາຜັດໃກ້ຊິດກັບກໍລະນີທີ 3 ( ເປັນຫຼານຂອງກໍລະນີທີ3 ອາໃສຢູ່ເຮືອນດຽວກັນ), ໃນລະຫວ່າງວັນທີ 10-20 ສິງຫາ 2021 ຜູ້ກ່ຽວບໍ່ໄດ້ເດີນທາງໄປໃສ (ກັກໂຕຢູ່ເຮືອນ), ວັນທີ 13 ສິງຫາ ຜູ້ກ່ຽວເລີ່ມມີອາການເປັນຫວັດ, ເຈັບຄໍ ແລະຫາຍໃຈຝືດ ແລະວັນທີ 18 ສິງຫາ ໄດ້ເກັບຕົວຢ່າງສົ່ງໄປກວດວິເຄາະຫາເຊື້ອ, ວັນທີ 20 ສິງຫາ ຜົນກວດພົບວ່າຕິດເຊື້ອໂຄວິດ-19 , ເຊິ່ງປະຈຸບັນແມ່ນນອນແຍກປ່ຽວ ແລະຮັບການປິ່ນປົວຢູ່ສູນປິ່ນປົວທີ່ຄະນະສະເພາະກິດຂັ້ນແຂວງກໍານົດໄວ້; ມີຜູ້ສໍາຜັດໃກ້ຊິດ 1 ຄົນ ເປັນເອື້ອຍຂອງຜູ້ກ່ຽວ ທີ່ອາໃສຢູ່ເຮືອນດຽວກັນ, ນອກນີ້ ຍັງມີ 2 ຄົນ ທີ່ເປັນພະນັກງານຂອງໂຮງແຮມ ໄປສົ່ງຢາຮົມໃຫ້ກໍລະນີທີ 4 ຢູ່ເຮືອນ ແຕ່ບໍ່ໄດ້ສໍາຜັດໃກ້ຊິດ, ເຊິ່ງທັງໝົດ 3 ຄົນ ແມ່ນໄດ້ເກັບຕົວຢ່າງສົ່ງກວດວິເຄາະຫາເຊື້ອຢູ່ໂຮງໝໍແຂວງແລ້ວ ແຕ່ຍັງລໍຜົນກວດ, ພ້ອມທັງຈໍາກັດບໍລິເວນຜູ້ກ່ຽວຢູ່ສູນຈໍາກັດບໍລິເວນທີ່ຄະນະສະເພາະກິດກໍານົດໄວ້, ເຊິ່ງປະຈຸບັນມີຜູ້ຈໍາກັດບໍລິເວນຢູ່ສູນທັງໝົດ 134 ຄົນ, ຢູ່ສູນເມືອງທ່າແຕງ 12 ຄົນ, ເມືອງກະລຶມ 37 ຄົນ, ເມືອງດາກຈຶງ 28 ຄົນ, ເມືອງລະມາມ 57 ຄົນ( ລວມຢູ່ສູນຂອງໂຮງໝໍແຂວງ 4 ຄົນ )
ທ່ານ ນາງ ມະໂນລາ ສຸດທິຈັກ ໃຫ້ຮູ້ອີກວ່າ: ຕໍ່ກັບສະພາບການດັ່ງກ່າວ ພວກເຮົາແມ່ນຈະໄດ້ສືບຕໍ່ເຝົ້າລະວັງ ແລະຊອກຄົ້ນຫາກໍລະນີໃນກຸ່ມສ່ຽງ ທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອເກັບຕົວຢ່າງມາວິເຄາະຫາເຊື້ອພະຍາດໂຄວິດ-19 ແລະນໍາເຂົ້າມາຈໍາກັດບໍລິເວນໃຫ້ຄົບ 14 ວັນ, ນອກຈາກນີ້ ທ່ານຮອງຫົວໜ້າພະແນກສາທາລະນະສຸກ ຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະທຸກພາກສ່ວນໃນສັງຄົມ ໂດຍສະເພາະຜູ້ທີ່ນອນໃນກຸ່ມສ່ຽງ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ທຸກຄົນໃນສັງຄົມຕ້ອງປະຕິບັດການດຳລົງຊີວິດແບບໃໝ່ ເປັນຕົ້ນ: ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼືເຈວລ້າງມືທຸກໆຄັ້ງ, ເວລາອອກຈາກເຮືອນໃຫ້ໃສ່ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງ 1-2 ແມັດ, ຫຼີກລຽງໄປບ່ອນທີ່ມີຄົນຫຼາຍ, ພ້ອມທັງງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າສືບຕໍ່ໄປສັກວັກຊີນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ເຊິ່ງຄາດວ່າຈະເລີ່ມເປີດບໍລິການ ໃນວັນທີ 24-25 ສິງຫາ 2021 ນີ້, ທັງນີ້ເພື່ອສ້າງພູມຄຸມກັນໃຫ້ແກ່ຕົນເອງ ແລະທຸກຄົນໃນສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19 ແລະເພື່ອສະກັດກັ້ນການລະບາດໃນແຂວງພວກເຮົາໃຫ້ຢຸດຕິລົງໂດຍໄວ.