ກອງປະຊຸມສະຫຼຸບການຈັດຕັ້ງປະ ຕິບັດ ແລະປິດໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ໄດ້ຈັດຂຶ້ນທີ່ພະແນກກະສິກຳແລະປ່າໄມ້ແຂວງເຊກອງ ໃນວັນທີ 28 ມີຖຸນາ ນີ້ ,ພາຍຫຼັງໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດເປັນເວລາ 8 ປີ(2014-2022) ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງເຊກອງ, ມີບັນດາຜູ້ປະສານງານໂຄງການຈາກກະຊວງກະສິກຳແລະປ່າໄມ້, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະນາຍບ້ານເປົ້າໝາຍຂອງໂຄງການເຂົ້າຮ່ວມ.
ທ່ານ ເພັດສະໝອນ ໄຊຍະວົງ ຮອງຫົວໜ້າຂະແໜງປ່າໄມ້ ,ພະແນກກະສິກຳແລະປ່າໄມ້ແຂວງເຊກອງ ຜູ້ຊ່ວຍຄະນະໂຄງການປ່າໄມ້ແບບຍືນນານ ໃຫ້ຮູ້ວ່າ: ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ມີຈຸດປະສົງເພື່ອການຈັດສັນຄຸ້ມຄອງປ່າໄມ້ທຳມະຊາດໃນເຂດປ່າຜະລິດ, ຊ່ວຍຫລຸດຜ່ອນການທຳລາຍສິ່ງແວດລ້ອມ, ເພື່ອປະກອບສ່ວນຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ມີສ່ວນຮວ່ມເຂົ້າໃນການຈັດສັນຄຸ້ມຄອງປ່າໄມ້ ໃນ 41 ເຂດປ່າຜະລິດ ທີ່ນອນໃນພື້ນທີ່ຂອງ 13 ແຂວງ, ສະເພາະຢູ່ແຂວງເຊກອງໄດ້ເລີ່ມຈັດຕັ້ງປະຕິບັດແຕ່2014 – 2022, ມີທຶນທັງ ໝົດ 1.625.347 ກ່ວາໂດລາ ໂດຍການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບລັດຖະບານແຟັງລັງ ແລະທະນາຄານໂລກ, ເຊິ່ງມີພື້ນທີ່ດຳເນີນງານຂອງໂຄງການໃນ 7 ເຂດປ່າຜະລິດຄື: ເຂດປ່າຜະລິດຫ້ວຍເປັນ ແລະດາກຈາງ ເຂດເມືອງກະລຶມ ແລະດາກຈຶງ; ເຂດປ່າຜະລິດພູກະເຕີມ ຢູ່ເມືອງກະລຶມ; ເຂດປ່າຜະລິດຊຽງຫຼວງ, ນ້ຳແດ, ບຣອງ ແລະດາກມອງ ຢູ່ເມືອງດາກຈຶງ ເຊິ່ງມີເນື້ອທີ່ທັງໝົດ 180.505 ເຮັກຕາ, ພ້ອມນັ້ນໂຄງການຍັງໄດ້ສົ່ງເສີມຊຸກຍູ້ ແລະສະໜອງທຶນໃຫ້ບ້ານເປົ້າໝາຍໃນ 79 ບ້ານ 3 ເມືອງ ທີ່ນອນໃນເປົ້າໝາຍຂອງໂຄງການເກືອບ 4 ຕື້ກີບ, ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການສົ່ງເສີມໃຫ້ເຂົາເຈົ້າສ້າງກິດຈະກຳການປູກການລ້ຽງ ແລະກິດຈະກຳອື່ນ ເພື່ອປະກອບສ່ວນໃຫ້ປະຊາຊົນຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.
ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນຖອດຖອນບົດຮຽນ ໂດຍສະເພາະແມ່ນຜູ້ຈັດຕັ້ງປະຕິບັດ ກັບຄະນະຊີ້ນຳໂຄງການ ເພື່ອເຫັນໄດ້ຈຸດດີ ແລະຂໍ້ຄົງຄ້າງ ແລະພາຍຫຼັງສິ້ນສຸດຂອງໂຄງການໃຫ້ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ຕິດຕາມວຽກງານ ທີ່ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາດີຂຶ້ນແລະມີຄວາມຍືນຍົງ.
ຂ່າວ: ພຸດທະສອນ


