ຕອນເຊົ້າວັນທີ 15 ກັນຍາ 2021 ນີ້ ທ່ານ ດຣ. ນາງ ລໍາພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ຫົວໜ້າກອງເລຂາສະເພາະກິດຂັ້ນແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງເຊກອງວ່າ: ແຕ່ວັນທີ 10 ສິງຫາ ຫາ ວັນທີ 14 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 437 ຕົວຢ່າງ, ກວດພົບເຊື້ອ 6 ກໍລະນີ, ຍິງ 3 ກໍລະນີ, ໃນນີ້ພົບຜູ້ຕິດເຊື້ອໃຫມ່ 1 ກໍລະນີ, ປິ່ນປົວດີແລ້ວ 4 ກໍລະນີ, ປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 6 ກໍລະນີ, ຊຶ່ງທັງໝົດແມ່ນເປັນການຕິດເຊື້ອໃນຊຸມຊົນ.
ສໍາລັບກໍລະນີຢັ້ງຢືນທີ 6: ເພດຍິງ ອາຍຸ 18 ປີ, ອາຊີບ ນັກສຶກສາ, ປະຈຸບັນຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ, ຕາມຂໍ້ມູນເບື້ອງຕົ້ນມີຜູ້ສໍາຜັດໃກ້ຊິດທັງໝົດ C1 ມີ 3 ຄົນ, C2 ຈະລາຍງານໃຫ້ຮູ້ຕາມຫຼັງ; ໃນລະຫວ່າງວັນທີ 3-8 ກັນຍາ 2021 ຜູ້ກ່ຽວໄດ້ໄປຊ່ວຍວຽກເຮືອນດີພີ່ນ້ອງ ຢູ່ບ້ານສາງນໍ້າມັນ ນະຄອນປາກເຊ ແຂວງຈໍາປາສັກ, ວັນທີ 9 ກັນຍາ ຮູ້ສຶກເປັນໄຂ້-ຕັນດັງເລັກນ້ອຍ ຈຶ່ງໄດ້ກັກໂຕຢູ່ຫໍພັກ ຈົນຮອດວັນທີ 13 ກັນຍາ ເວລາ 16 ໂມງ ໄດ້ເດີນທາງກັບແຂວງເຊກອງ ໂດຍຂີ່ລົດຈັກຄົນດຽວ, ຮອດເຊກອງເວລາ 19 ໂມງ ມາຮອດເຮືອນ ຈຶ່ງໄດ້ກັກໂຕແຍກປ່ຽວຢູ່ເຮືອນໂຕເອງ ( ຢູ່ຫ້ອງຄົນດຽວ, ໃຊ້ຫ້ອງນໍ້າສ່ວນໂຕ), ໂດຍແມ່ໄດ້ນໍາເອົາອາຫານມາປະໄວ້ຫນ້າຫ້ອງ, ວັນທີ 14 ກັນຍາ ເວລາ 9 ໂມງ ໄດ້ເຂົ້າໄປຈຸດກວດໂຄວິດ-19 ຂອງໂຮງໝໍແຂວງ ເພື່ອເກັບຕົວຢ່າງສົ່ງກວດວິເຄາະຢູ່ໂຮງໝໍແຂວງ ແລ້ວໄດ້ເຂົ້າກັກໂຕຢູ່ສູນຈໍາກັດບໍລິເວນເຮືອນຮັບແຂກ ແລະຕອນແລງຂອງວັນດຽວກັນ ຜົນກວດອອກມາເປັນບວກ ຈຶ່ງໄດ້ນໍາສົ່ງເຂົ້າແຍກປ່ຽວ ແລະຮັບການປິ່ນປົວຢູ່ສູນຂອງໂຮງໝໍແຂວງ.
ທ່ານ ດຣ. ນາງ ລໍາພັນ ໃຫ້ຮູ້ອີກວ່າ: ຕໍ່ສະພາບການດັ່ງກ່າວ ຄະນະສະເພາະກິດຈິ່ງໄດ້ກໍານົດບ້ານເຂດແດງແມ່ນຄຸ້ມ 1 ແລະຄຸ້ມ 2 ບ້ານໃໝ່ຫົວເມືອງ ເມືອງລະມາມ; ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງພໍແມ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດ ແລະທຸກພາກສ່ວນໃນສັງຄົມ ໂດຍສະເພາະຜູ້ທີ່ນອນໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປສັກວັກຊີນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ເພື່ອສ້າງພູມຄຸມກັນໃຫ້ແກ່ຕົນເອງ, ພ້ອມນັ້ນ ກໍຕ້ອງເປັນເຈົ້າການປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ: ເວລາອອກຈາກເຮືອນໃຫ້ໃສ່ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງ 1-2 ແມັດ, ບໍ່ໄປບ່ອນທີ່ມີຄົນຫຼາຍ (ສະຖານທີ່ແອອັດ), ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືທຸກໆຄັ້ງ ເພື່ອສະກັດກັ້ນການລະບາດໃນແຂວງພວກເຮົາໃຫ້ຢຸດຕິລົງໂດຍໄວ
ຂ່າວ : ພຸດທະສອນ