ງານບຸນອາຣາດທະນານິມົນ ພຣະອາຈານ ບຸນໂຖ້ຍ ໄຊຍະບຸດ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ), ປະທານ ອພສ ແຂວງ ເຂົ້າປະຈໍາການຢູ່ວັດຫຼວງ ເມືອງລະມາມ ແຂວງເຊກອງ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ມັງກອນ 2022 , ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ພ້ອມນີ້ ກໍມີປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຄະນະສົງ ແລະເຖົ້າແກ່ແນວໂຮມ ຕະຫຼອດຮອດອອກຕົນຍາດໂຍມເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຊິ່ງໃນການອາຣາດທະນານິມົນ ພຮະອາຈານໃຫຍ່ ເຂົ້າປະຈໍາການຢູ່ທີ່ວັດຫຼວງໃນຄັ້ງນີ້ ກໍເພື່ອ ການປະຕິບັດວຽກງານສາສະກິດຂອງອົງການພຸດທະສາສະໜາສໍາພັນລາວ ປະຈໍາແຂວງເຊກອງ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ, ເຊິ່ງ ພຣະອາຈານ ບຸນໂຖ້ຍ ໄຊຍະບຸດ ເກີດປີ 1966 ທີ່ບ້ານຫົວເຊ, ບວດຈົວ ປີ 1987, ບວດພຣະ ປີ 1988, ຈົບການສຶກສາ ທໍາມະກະທຶກ (ນັກທໍາ) ປີ 1995 ຢູ່ທີ່ວັດໂຊກປ່າຫຼວງ ນະຄອນຫຼວງວຽງ ຈັນ, ຝຶກວິປັດສະນາກໍາມະຖານ ປີ 1999 ທີ່ວັດຄູນນ້ອຍ ນະຄອນ ຫຼວງວຽງຈັນ, ເປັນເຈົ້າອະທິການວັດບ້ານຫົວເຊ ເມືອງທ່າແຕງ ປີ 2000-2006, ຖືກແຕ່ງຕັ້ງເປັນ ປະທານ ອພສ ແຂວງ ສະໄໝທີ IV (2016-2020) ແລະສະໄໝທີ V (2021 ເຖິງປະຈຸບັນ).
ໃນພິທີ ຄະນະສົງ ແລະການນໍາຂັ້ນແຂວງ, ຂັ້ນເມືອງ ໄດ້ນໍາຂະບວນແຫ່ ໄປອາຣາດທະນານິມົນ ພຣະອາຂຈານໃຫ່ຍ ຈາກວັດບ້ານຫົວເຊ ເມືອງທ່າແຕງ ແລະໄດ້ນໍາຂະບວນແຫ່ໄປທີ່ວັດຫຼວງ ເມືອງລະມາມ ແຂວງເຊກອງ ແລ້ວທໍາພິທີທາງສາສະໜາ, ເຊິ່ງເປັນກຽດໃຕ້ທຽນໄຊ ບູຊາພຣະ ໂດຍແມ່ນ ທ່ານ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງ ແລະທ່ານ ເຫຼັກໄຫຼ ສີວິໄລ ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການ.


