ໃນວັນທີ 31 ທັນວາ 2021 ທີ່ຜ່ານມາ, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ຫງວຽນ ວັນ ໄມ (Nguyễn Văn May), ຮອງຫົວໜ້າພະແນກການຕ່າງປະເທດແຂວງເຊີນລາ ພ້ອມຄະນະ ໄດ້ນຳເງິນສົດ ຈຳນວນ 300.000.000 ດົງ (ສາມຮ້ອຍລ້ານດົງ) ມາມອບໃຫ້ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ແຂວງຫຼວງພະບາງນໍາໃຊ້ເຂົ້າໃນການຂະບວນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຊຶ່ງຕາງໜ້າໃຫ້ຄະນະນໍາສະຖານທູດຮັບໂດຍ ທ່ານ ຈັນທະພອນ ຄຳມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານ.
ໃນໂອກາດດັ່ງກ່າວ ທ່ານ ຈັນທະພອນ ຄຳມະນີຈັນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ແຂວງເຊິນລາ ແລະ ແຂວງຫຼວງພະບາງ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງແຂວງນັບມື້ນັບມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນທຸກຂະແໜງການ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງແຂວງເຊິນລາ ທີ່ມີຕໍ່ ແຂວງຫຼວງພະບາງ ແລະ ບັນ ດາແຂວງພາກເໜືອຂອງລາວຕະຫຼອດມາ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຂວງເຊິນລາ ກໍຍັງໄດ້ບິແບ່ງການຊ່ວຍເຫຼືອດ້ານອຸປະກອນການແພດ, ເງິນຈຳ ນວນບໍ່ໜ້ອຍໃຫ້ແກ່ແຂວງຫຼວງພະບາງ. ໂອກາດນີ້, ທ່ານ ກໍໄດ້ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຊາວຫຼວງພະບາງ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະ ພັກ, ອຳນາດການປົກຄອງ ແລະ ປະຊາ ຊົນ ແຂວງເຊິນລາ ທີ່ໄດ້ນຳເອົາເງິນມາປະກອບສ່ວນຊ່ວຍແຂວງຫຼວງພະບາງໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ການຊ່ວຍເຫຼືອຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມທັງຢືນຢັນວ່າ ຈະຈັດສົ່ງເງິນຈຳນວນດັ່ງກ່າວໃຫ້ໄປໃຫ້ແຂວງຫຼວງພະບາງ ໂດຍໄວເທົ່າທີ່ຈະໄວໄດ້.
ຂ່າວ, ພາບ: ໂອລຳ ຈັນທະວິໄລ
Loading...