ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 31 ມັງກອນ 2022 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມ ຂອງສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີບັນດາສະຫາຍ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າກົມ-ຮອງກົມ ຈາກສູນກາງ ພ້ອມດ້ວຍຄະນະ ພັກ-ທຄະນະນຳ ແຂວງ, ການນຳ ທັງ 5 ເມືອງ ຕະຫຼອດຮອດພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ ສະຫາຍ ດວງຕາ ຈູມພາວັນ, ຫົວໜ້າກົມຄຸ້ມຄອງພະນັກ ງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ, ດຳລັດຍົກຍ້າຍ ແລະ ການແຕ່ງຕັ້ງການນຳຂັ້ນສູງ ຂອງແຂວງໄຊສົມບູນ ໂດຍຍົກຍ້າຍ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ພ້ອມທັງຍົກຍ້າຍ ສະຫາຍ ພົຕ ວົງສອນ ອິນປານພິມ ຈາກກະຊວງປ້ອງກັນປະເທດ ມາຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ- ພະນັກງານ ຢູ່ແຂວງໄຊສົມບູນ ຕື່ມອີກ. ໂອກາດນີ້ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ໄດ້ລາຍງານການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 3 ປີ ຜ່ານມາ. ຊຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ- ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຢ່າງກວ້າງຂວາງ ໄປພ້ອມກັບການເຕົ້າໂຮມຄວາມສາມັກຄີ ຢ່າງເປັນປຶກແຜ່ນ ເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດມີບາດກ້າວຂະຫຍາຍຕົວ ດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ ໂດຍເຕີບໂຕໃນລະດັບ 7,6%, ລວມຍອດຜະ ລິດຕະພັນພາຍໃນ ຫຼື GDP ບັນລຸໄດ້ 1.336,54 ຕື້ກີບ, ລາຍຮັບສະ ເລ່ຍຕໍ່ຫົວຄົນ 13,59 ລ້ານກີບ ຕໍ່ຄົນຕໍ່ປີ, ເທົ່າກັບ 103,69% ຂອງແຜນປີ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນຢ່າງຕໍ່ເນື່ອງ. ຈາກນັ້ນ ໄດ້ມີພິທີ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໃນໂອກາດມີຄຳເຫັນຕໍ່ພິທີ ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເນັ້ນໜັກໃຫ້ສະຫາຍ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ຈົ່ງສືບຕໍ່ນຳພາ-ຊີ້ນຳໝູ່ຄະ ນະ ແລະ ເປັນຫົວຈັກຫຼັກແຫຼ່ງ ໃນການສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະ ຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ເປັນວຽກງານແຖວໜ້າ ພ້ອມທັງ ເປັນຄັນທຸງເຕົ້າ ໂຮມຄວາມສາມັກຄີພາຍໃນພັກ ໃຫ້ແໜ້ນແຟ້ນ ໂດຍສອດຫ້ອຍກັບການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນ ໄປພ້ອມກັບການຫັນພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຕາມທິດ 3 ສ້າງ ຢູ່ຮາກຖານປະຊາຊົນ ເພື່ອນຳເອົາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ລົງເຜີຍແຜ່ໃຫ້ປະ ຊາຊົນ ໄດ້ກຳແໜ້ນຢ່າງເລິກເຊິ່ງ ໂດຍເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງເຂົາເຈົ້າ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ ລວມໄປເຖິງການເອົາໃຈໃສ່ສັກວັກຊິນປ້ອງກັນພະຍາດໂຄວິດ 19 ໃຫ້ບັນລຸຕາມເປົ້າໝາຍ ແລະ ສືບຕໍ່ນຳພາ-ຊີ້ນຳພັດທະນາ ແຂວງ ໄຊສົມບູນ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ນຳເອົາອຸປະກອນປ້ອງກັນໂຄວິດ 19 ຈຳນວນໜຶ່ງ ມາມອບໃຫ້ແຂວງໄຊສົມບູນ ຕື່ມອີກ.
ຂ່າວ: ຈິນລະວອນ ວໍລະສົມບູນ






