ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ສະເຫຼີມສະຫຼອງວັນຄູແຫ່ງ ຊາດ 7 ຕຸລາ ຄົບຮອບ 28 ປີ (1994- 2022) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2022 ນີ້ທີ່ພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງ ທ່ານຢົ່ງຢີ ລີເຢຍວື, ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ມີຜູ້ອຳນວຍການຈາກໂຮງຮຽນອອ້ມຂ້າງແຂວງ, ພະແນກການທີ່ກ່ຽວ ຂ້ອງຕະຫຼອດຮອດພະນັກງານພາຍໃນພະແນກ ແລະ ຄູ-ອາຈານ ຈາກໂຮງຮຽນ ມສ ໄຊສົມບຸນ ແລະ ນ້ອງນັກຮຽນເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຊົມການສະແດງສິລະປະຈາກນ້ອງນັກຮຽນ ໂຮງຮຽນ ມສ ໄຊສົມບູນ ຫຼັງຈາກນັ້ນ ນ້ອງນັກຮຽນກໍ່ໄດ້ມອບຊໍ່ດອກໄມ້, ອ່ານສານອວຍພອນວັນຄູແຫ່ງຊາດ ແລະ ມອບຂອງຂັວນໃຫ້ບັນດາຄູອາຈານ ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນດາຄູອາຈານ ທີ່ໄດ້ສິດສອນ ແລະ ຖ່າຍທອດບົດຮຽນ, ຄວາມຮູ້ໃຫ້ແກ່ຕົນ ພ້ອມດຽວກັນນີ້ ທ່ານ ຢົ່ງຢີ ລີເຢຍວື ກໍ່ໄດ້ເລົ່າປະຫວັດຫຍໍ້ຂອງນາຍຄູຄຳ ຄູຄົນທຳອິດຂອງປະເທດລາວ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງຄຳວ່າຄູ ຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊີ່ງສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆໄດ້ ຮູບການຖ່າຍທອດຄວາມຮູ້ ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ ການສອນ ແລະ ການຮຽນ ສໍາລັບປະເທດລາວເຮົາເມື່ອເວົ້າເຖິງການຮຽນ-ການສອນ ຫຼື ເວົ້າລວມແມ່ນການສຶກສາ ເຊິ່ງຊື່ສຽງຂອງຄູໄດ້ຕິດພັນກັບຂະ ບວນວິວັດແຫ່ງການພັດທະນາປະ ເທດຊາດ ມາຕາມແຕ່ລະສະໄໝຈົນມາ ຮອດປະຈຸບັນ ເຮັດໃຫ້ປະເທດຊາດຂອງພວກເຮົາມີນັກຮຽນ, ນັກສຶກສາ, ນັກວິ ຊາການ, ມີນັກກະວີ, ນັກການເມືອງ, ນັກທຸລະກິດ, ນາຍຕໍາຫຼວດ, ນາຍທະ ຫານທີ່ດີເດັ່ນຫຼາຍພໍສົມຄວນ ສາມາດຕອບສະ ໜອງຄວາມຮຽກຮ້ອງຕ້ອງການຂອງປະ ເທດຊາດໃນຂັ້ນພື້ນຖານ ເຮັດໃຫ້ປະ ເທດຊາດມີກຳລັງແຮງໃນການສ້າງສາພັດທະນາ ເຮັດໃຫ້ສັງຄົມມີຄວາມສໍານຶກເຖິງບຸນຄຸນອັນເລີດລໍ້າ ຂອງຄູຫຼາຍຂື້ນ ທັງນີ້ ກໍ່ເພຶ່ອເປັນການສຳນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມໄດ້ກາຍເປັນພຶດ ຕິກຳໃນຕົວຈິງ ຈື່ງມີຄວາມຈຳເປັນຈະຕ້ອງໄດ້ກຳນົດໃຫ້ມີວັນຄູແຫ່ງຊາດ ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເປັນຄູຂອງນາຍຄູຄຳ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ກຳນົດວັນທີ່ 7 ຕຸລາເພື່ອເປັນວັນຄູແຫ່ງ ຊາດລາວ ແລະ ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ ເມື່ອຮອດວັນທີ 7 ຕຸລາຂອງທຸກໆປີຈຶ່ງມີພິທີການເລົ່າປະ ຫວັດຂອງຄູຄຳ ແລະ ອວຍພອນຄູຂື້ນໃນທຸກໆໂຮງຮຽນໃນຂອບເຂດທົ່ວປະເທດ ທັງນີ້ກໍ່ເປັນການເຊີດຊູ ກຽດສັກສີ, ຄຸນງາມຄວາມດີຂອງຄູລາວໃຫ້ຈາລຶກໄວ້ຊົ່ວກາລະນານ ຫຼັງຈາກນັ້ນກໍ່ໄດ້ມີພິທີມອບໃບຍ້ອງຍໍ ໃຫ້ແກ່ຄູ-ອາຈານ ຜູ້ທີ່ມີຜົນງານຄຸນງາມຄວາມດີໃນການສິດສອນ ໃນໄລຍະ 1 ປີຜ່ານມາ ເຊິ່ງຄູ-ອາຈານທີ່ໄດ້ຮັບໃບຍ້ອງຍໍໃນຄັ້ງນີ້ປະກອບມີ ໃບຍ້ອງ ຍໍຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃບຍ້ອງຍໍຂັ້ນແຂວງ ແລະ ໃບຍ້ອງຍໍຂັ້ນພະແນກ ຕືມອີກ
ພາບ-ຂ່າວ: ນາງ ຄຳໝັ້ນ ພຽງພິລາ





