ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ​ແລະ​ເປັນປີສາມັກຄີລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບ​ຮອບ 60 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ ທາງປະຫວັດສາດ.
ໃນຕອນເຊົ້າຂອງວັນທີ 16 ເມສາ 2022 ແຂວງໄຊສົມບູນ ໄດ້ສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ໂດຍການນຳພາ ຂອງ ພົນຕີ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ມີທ່ານ ຫງວຽນ ແອງແທ່ງ, ຜູ້ອຳນວຍການບໍລິສັດ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ທີ່ຂຶ້ນກັບກຸ່ມບໍລິສັດ ຮ່ວມມືເສດຖະກິດໂອເອກໂກ ສສ ຫວຽດນາມ ພ້ອມດ້ວຍຄະນະນຳແຂວງ ຕະຫຼອດຮອດຫຼາຍພາກສ່ວນ ພາຍໃນແຂວງ ເຂົ້າຮ່ວມຂະບວນການ.
ການສ້າງກິດຈະກຳຄັ້ງນີ້ ກໍເພື່ອທົດສອບຄວາມມານະອົດທົນ ແລະ ຄວາມພາກພຽນພະຍາຍາມ ຂອງແຕ່ລະຄົນ ເພື່ອມຸ່ງໜ້າໄປໃຫ້ເຖິງຈຸດໝາຍ ໂດຍສະເພາະ ກໍຄືຈອມພູເບ້ຍ ຊຶ່ງເປັນພູທີ່ສູງທີ່ສຸດໃນສາທາລະນະລັດ ປະຊາ​ທິປະໄຕ ປະຊາຊົນລາວ ໂດຍມີຄວາມສູງໃນລະດັບ 2,820 ແມັດ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕຶງໃຈ ບວກກັບສະພາບອາກາດອັນບໍລິສຸດຜຸດຜ່ອງ ແລະ ໜາວເຢັນຕະຫຼອດປີ. ນອກນັ້ນເທິງພູເບ້ຍ ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຕາມທຳມະຊາດຢ່າງຫຼວງຫຼາຍ. ນອກນີ້ ຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 5 ທ່າແຮງ ທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ. ພ້ອມທັງເປັນການໂຄສະນາເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມອັດສະຈັນ, ຄວາມສວຍງາມຂອງພູເບ້ຍ ແລະ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ມີຈຳນວນເພີ່ມຂຶ້ນໃນອະນາຄົດ. ຂະນະດຽວກັນ ຍັງສະແດງໃຫ້ເຫັນເຖິງສາຍພົວພັນ-ມູນເຊື້ອຄວາມສາມັກຄີໄມຕີຈິດ-ມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືແບບພິເສດ ລະຫວ່າງ ສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ຊຶ່ງນັບມື້ນັບງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ການສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ.
ບກ ທ່ານ ຄຳສາວ ເລື່ອງຄຳທິບ
ຂ່າວ: ຈິນລະວອນ ວໍລະສົມບູນ
May be an image of tree and nature
May be an image of 5 people, people standing and outdoors
May be an image of 5 people, people standing and outdoors